ໃນໂອກາດທີ່ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຂອງອົງການປົກຄອງເມືອງບໍ່ແຕນ ໃນ 6 ເດືອນຕົ້ນປີ, ໃນລະຫວ່າງວັນທີ 4-5 ກັນຍານີ້; ທ່ານໄດ້ເນັ້ນໃຫ້ອົງການປົກຄອງເມືອງບໍ່ແຕນ ສືບຕໍ່ເອົາໃຈໃສ່ 5 ບັນຫາ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງຄະນະພັກຂັ້ນເທິງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ (ຄົນຊ້າຍມື) ຊີ້ນຳວຽກງານພັດທະນາເສດຖະກິດ-ສັງຄົມຂອງເມືອງບໍ່ແຕນ
ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ (ຄົນຊ້າຍມື) ຊີ້ນຳວຽກງານພັດທະນາເສດຖະກິດ-ສັງຄົມຂອງເມືອງບໍ່ແຕນ

ກ່ອນອື່ນແມ່ນໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດຖັນແຖວສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ມະຕິ, ຄໍາສັ່ງຕ່າງໆຂອງພັກ, ຂອງລັດທີ່ວາງໄວ້ໃນແຕ່ລະໄລຍະ, ຮັກສາໄດ້ຄຸນທາດການເມືອງ; ຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການປະຕິບັດວຽກງານຕ່າງໆດ້ວຍຄວາມຮັບຜິດຊອບສູງ; ເພີ່ມທະວີຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ທ້ອງຖິ່ນຂອງຕົນສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍເນັ້ນໃສ່ບັນຫາຢາເສບຕິດ, ລັກຊັບ ແລະອື່ນໆ; ສືບຕໍ່ສູ້ຊົນປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງ, ພ້ອມທັງຊຸກຍູ້ໂຄງການຕ່າງໆທີ່ລັດ ແລະ ເອກະຊົນລົງທຶນໃຫ້ດໍາເນີນເປັນປົກກະຕິ ແລະ ສໍາເລັດຕາມກໍານົດສັນຍາ, ສົ່ງເສີມການປູກ-ການລ້ຽງໃຫ້ໄປສູ່ເຕັກນິກວິທະຍາສາດແບບໃໝ່, ປະຕິບັດແຜນຕ້ານແລ້ງ-ຕ້ານຖ້ວມໃຫ້ມີປະສິດທິຜົນ.

ພະນັກງານຂັ້ນນຳພາ-ບັນຊາ ແລະ ພະນັກງານຫຼັກແຫຼ່ງຂອງອົງການປົກຄອງເມືອງບໍ່ແຕນ ຮັບຟັງທິດຊີ້ນຳຈາກທ່ານເຈົ້າແຂວງໆໄຊຍະບູລີ

ພ້ອມທັງສືບຕໍ່ພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ ເປັນຕົ້ນແມ່ນ: ປັບປຸງ ແລະ ສ້ອມແປງທາງສຸກເສີນໃຫ້ທຽວໄດ້ສະດວກ, ປັບປຸງຕະຫຼາດ ແລະ ການບໍລິການໃຫ້ຂະຫຍາຍຕົວ ແລະ ເຂົ້າເຖິງຜູ້ບໍລິໂພກ; ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ກິລາ, ເອົາໃຈໃສ່ໃນການຕິດຕາມການຮຽນ-ການສອນໃຫ້ໄປຕາມຫຼັກສູດ, ສ້າງໂຮງຮຽນປອດ ຢາເສບຕິດ, ສີຂຽວສະອາດງາມຕາ, ຊຸກຍູ້ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີໃຫ້ຟົດຟື້ນ, ລົງໂຄສະນາສຸຂະສຶກສາໃຫ້ປະຊາຊົນເປັນປົກກະຕິ, ຖືເອົາການປ້ອງກັນ, ຕ້ານ ແລະ ສະກັດ ກັ້ນພະຍາດທີ່ເກີດຕາມລະດູການ, ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດ, ຂອງທ້ອງຖິ່ນ ຕິດພັນກັບການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ສືບຕໍ່ປັບປຸງກໍ່ສ້າງພັກ-ພະນັກງານໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ສືບຕໍ່ສ້າງບ້ານພັດທະນາໃຫ້ ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ພ້ອມດຽວກັນຕ້ອງສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນໃຫ້ມີບັນຍາກາດຄຶກຄື້ນ ແລະ ມີເນື້ອໃນເລິກເຊິ່ງ.