ອົງການກວດສອບແຫ່ງລັດ ໄດ້ເປີດຊຸດຝຶກອົບຮົມໃຫ້ ພະນັກງານ-ລັດຖະກອນໃໝ່ ທີ່ມາຈາກກົມກວດສອບວິຊາສະເພາະ, ຫ້ອງການ, ສະຖາບັນຝຶກອົບຮົມ, ອົງການກວດສອບປະຈຳສູນກາງ ເພື່ອສ້າງຂີດຄວາມສາມາດໃນການປະຕິບັດໜ້າທີ່ທາງດ້ານວິຊາສະເພາະ ໃນວັນທີ 11 ກັນຍາ 2019, ເປັນປະທານໂດຍ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ, ມີບັນດາຄະນະຮັບຜິດຊອບຝຶກອົບຮົມ, ວິທະຍາກອນຄູຝຶກ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ເຄນ ລໍວັນໄຊ ກ່າວວ່າ:

ການຝຶກອົບຮົມຄັ້ງນີ້ ມີນັກສຳມະນາກອນທັງໝົດ 52 ທ່ານ ເລີ່ມແຕ່ວັນທີ 11 ກັນຍາ ຫາ 1 ຕຸລາ 2019 ໃຊ້ເວລາ 15 ວັນ, ໂດຍລົງເລິກວຽກງານພັດທະນາ ຊັບພະຍາກອນມະນຸດ ເພື່ອບໍາລຸງກໍ່ສ້າງພະນັກງານ ເຊິ່ງເປັນວຽກງານໜຶ່ງທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ແລະ ຮັບປະກັນບາດກ້າວບຸກທະລຸ ທາງດ້ານການພັດທະນາ ຊັບພະຍາກອນມະນຸດ ແລະ ຕາມທິດທາງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ໄດ້ກໍານົດໃຫ້ ອົງການກວດສອບແຫ່ງລັດ ຕັ້ງໜ້າປະຕິບັດພາລະບົດບາດໜ້າທີ່ຂອງຕົນຕາມກົດໝາຍ, ຍົກສູງປະສິດທິພາບຂອງການນໍາໃຊ້ງົບປະມານ ແລະ ຍົກສູງສະຕິວິໄນແຜນການ – ການເງິນຂອງ ບັນດາຫົວໜ່ວຍງົບປະມານ, ຕ້ອງໄດ້ພັດທະນາບຸກຄະລາກອນ, ນັກກວດສອບແຫ່ງລັດ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ.

ນອກຈາກນີ້, ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດຕາມວິໄສທັດ ແລະ ຍຸດທະສາດແຜນພັດທະນາຂອງ ອົງການກວດສອບແຫ່ງລັດ ໄດ້ວາງໄວ້ ເພື່ອໃຫ້ບັນລຸຕາມຄາດໝາຍວິໄສທັດທີ່ກໍານົດ ວ່າ: ຮອດປີ 2030 ພັດທະນາວຽກງານ ອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ກາຍເປັນອົງການຈັດຕັ້ງທີ່ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ, ມີຄວາມສາມາດພຽງພໍ ໃນການກວດສອບການຄຸ້ມຄອງນໍາໃຊ້ງົບປະມານ, ຊັບສິນຂອງລັດ ຕາມມາດຕະຖານການກວດສອບສາກົນ, ມີລະບົບກົດໝາຍຄົບຖ້ວນ, ເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເຊິ່ງ 1 ໃນ 6 ຍຸດທະສາດແຜນພັດທະນາວຽກງານກວດສອບ ຮອດປີ 2025 ກໍແມ່ນ ຍຸດທະສາດພັດທະນາດ້ານບຸກຄະລາກອນ.