ທ່ານ ປອ ຄຳພັນ ເຜີຍຍະວົງ  ປະທານ  ພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ
ທ່ານ ປອ ຄຳພັນ ເຜີຍຍະວົງ ປະທານ ພິທີມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ

ພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນ
ໃນທ້າຍອາທິດຜ່ານມາ, ຢູ່ສະໂມສອນ ແຂວງ ໂດຍການເປັນປະທານຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງອຸດົມໄຊ; ມີຄະນະພັກ-ຄະນະບັນຊາ, ແຂກເຊີນ ອ້ອມຂ້າງແຂວງ ແລະ ກອງບັນຊາການ ປກສ 7 ເມືອງເຂົ້າຮ່ວມ.

ຄະນະພັກ-ຄະນະບັນຊາ, ແຂກເຊີນ ອ້ອມຂ້າງແຂວງ ແລະ ກອງບັນຊາການ ປກສ 7 ເມືອງ

ໃນພິທີ, ພັທ ກອງແກ້ວ ຫັດສະຈັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາ-ບັນຊາ, ຂອງຄະນະກອງບັນຊາການຕະຫຼອດໄລຍະ 10 ປີຜ່ານມາ; ຈາກນັ້ນ, ພົຈວ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ (ຜູ້ເກົ່າ) ກໍໄດ້ຂຶ້ນກ່າວມອບໜ້າທີ່ໃຫ້ ພັທ ສີວອນ ໄຊຍະວົງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ສືບຕໍ່ນຳພາ, ບັນຊາ, ຄຸ້ມຄອງເຄື່ອນໄຫວໜ້າທີ່ການເມືອງໃນໄລຍະໃໝ່; ເວົ້າສະເພາະແມ່ນວຽກງານປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຕາມການມອບໝາຍຈາກພັກ-ລັດ ແລະ ປະຊາຊົນ; ພ້ອມນັ້ນ, ກໍໄດ້ລົງລາຍເຊັນໃສ່ບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກອງບັນຊາການຜູ່ເກົ່າ ແລະ ໃໝ່ຢ່າງເປັນທາງການ, ໂດຍຊ່ອງໜ້າການນຳ, ຄະນະພັກ, ຄະນະບັນຊາ, ແຂກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຫົວໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າ ແລະ ຜູ້ໃໝ່ ລວມເຖິງບັນດາແຂກຮັບເຊີນ ຮ່ວມຖ່າຍຮູບເປັນທີ່ລະນຶກ

ໃນຕອນທ້າຍ, ສະຫາຍ ປອ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນໃນການສັບຊ້ອນພະນັກງານການນຳແຕ່ລະຂັ້ນ ເວົ້າລວມ, ເວົ້າສະເພາະກຳລັງ ປກສ ແຂວງອຸດົມໄຊ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ວຽກງານວິຊາສະເພາະໃນໄລຍະໃໝ່ ແລະ ຍັງເປັນການປະຕິບັດຕາມແນວທາງ, ຫຼັກການ, ລະບຽບການຂອງພັກ-ລັດ, ຂັ້ນເທິງແຕ່ລະໄລຍະເປັນຕົ້ນ; ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ຕ້ອງມີວິໄສທັດໃນການເພີ່ມທະວີຄວາມສາມັກຄີເປັນເອກະພາບລວມສູນ ປະຊາທິປະໄຕ, ເປັນໝູ່ຄະນະ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ, ປັບປຸງແບບແຜນການນຳພາ, ບັນຊາ, ຄຸ້ມຄອງ, ກວດກາ, ປຸກລະດົມກຳລັງອ້າຍ-ນ້ອງ ແລະ ທົ່ວປວງຊົນ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ ກໍຄືກົມກອງໃຫ້ເຂັ້ມແຂງ, ຈະເລີນກ້າວໜ້າ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.