ການເກີດອຸບັດຕິເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ໃນສ່ວນສູງ ເຮັດໃຫ້ຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ, ໃນການສະກັດກັ້ນ ແລະ ຫຼຸດຜ່ອນບັນ ຫາດັ່ງກ່າວ ລັດຖະບານໄດ້ອອກກົດໝາຍ, ລະບຽບການ, ດໍາລັດ, ນິຕິກໍາເປັນຕົ້ນ: ກົດລະບຽບການສັນຈອນ ຕາມເສັ້ນທາງຫຼວງ ສະບັບເລກທີ 107/ ປສລ; ດໍາລັດ 188/ນຍ ວ່າດ້ວຍ ການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ; ໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ແລະ ວຽກງານອື່ນໆ. ໃນນີ້, ກະຊວງ ປກສ ກໍໄດ້ຈັດຕັ້ງປະຕິບັດວຽກງານ ດັ່ງກ່າວຢ່າງຕັ້ງໜ້າ ແລະ ໄດ້ສຸມໃສ່ທຸກວິທີທາງ ເພືີ່ອຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃຫ້ຫຼຸດລົງ.

ກະຊວງ ປກສ ສຸມໃສ່ທຸກວິທີທາງ ເພື່ອຫຼຸດຜ່ອນອຸບັດຕິເຫດ
ກະຊວງ ປກສ ສຸມໃສ່ທຸກວິທີທາງ ເພື່ອຫຼຸດຜ່ອນອຸບັດຕິເຫດ

ໃນໄລຍະຜ່ານມາ, ກະຊວງ ປກສ ສຸມໃສ່ຈັດຕັ້ງປະຕິບັດ, ໂດຍໂຄສະນາ ດໍາລັດ 188/ນຍ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ທີ່ລ່ວງລະເມີດກົດໝາຍກ່ຽວກັບຈະລາຈອນທາງບົກ; ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເພື່ອການປູກຈິດສໍານຶກຂອງຜູ້ຂັບຂີ່ໃນການໃຊ້ລົດ-ໃຊ້ຖະໜົນ, ຈັດຕັ້ງໂຄສະນາໃຫ້ຄວາມຮູ້, ດ້ານກົດລະບຽບການສັນຈອນ, ສະພາບການລະເມີດ ແລະ ສະ ພາບເກີດອຸບັດຕິເຫດທາງບົກໃຫ້ແກ່ ທຸກຊັ້ນຄົນໃນສັງຄົມ, ຢູ່ໃນບ້ານ ແລະ ກຸ່ມບ້ານ; ຊາວຄ້າຂາຍຕາມຕະຫຼາດ, ສູນການຄ້າ, ກໍາມະກອນຢູ່ຕາມໂຮງຈັກ, ໂຮງງານ, ພະນັກງານຕາມອົງການຂອງລັດ; ເອກະຊົນຕະຫຼອດຮອດນັກຮຽນ-ນັກສຶກສາໃຫ້ທົ່ວເຖິງ. ພ້ອມທັງໂຄສະນາລະບຽບການສັນຈອນ, ສະພາບການສັນຈອນ ແລະ ສະພາບເກີດອຸບັດຕິເຫດຜ່ານສື່ມວນຊົນ,ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ, ປົດສະເຕີ້, ປ້າຍແຄມທາງ, ປ້າຍໂຄສະນາໃຫຍ່, ທາງອິນເຕິເນັດ; ນອກນັ້ນ ສົມທົບກັບ ປກສ ກຸ່ມບ້ານ ລົງແຕ່ລະ ຄອບຄົວ, ບ້ານພັກ, ຫ້ອງແຖວ, ສະຖາ ບັນການສຶກສາ, ໂຮງຈັກ-ໂຮງງານ, ເພື່ອແນະນໍາ, ຊີ້ນໍາ ແລະ ຕັກເຕືອນໃຫ້ກວ້າງຂວາງຢ່າງທົ່ວເຖິງ, ໂຄສະນາຜ່ານ ທາງໂທລະໂຄ່ງ ທີ່ມີຢູ່ຕາມບ້ານປະຊາຊົນ ໂດຍສະເພາະແມ່ນລາຍການຕ່າງໆ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເລືອກໃຊ້ເສັ້ນທາງຢ່າງປອດໄພ. ນໍາເອົາຫຼັກສູດປອດໄພເຂົ້າໃນຫຼັກການ ຮຽນ-ການສອນ ເພື່ອປູກຈິດສໍານຶກໃຫ້ ຄວມຮູ້; ເຂົ້າໃຈແກ່ນັກຮຽນຢູ່ຕາມໂຮງ ຮຽນແຫ່ງຕ່າງໆ ຕັ້ງແຕ່ຊັ້ນປະຖົມ; ມັດທະຍົມຕອນຕົ້ນ ແລະ ຕອນປາຍ, ຄຽງຄູ່ກັນນີ້ ເຈົ້າໜ້າທີ່ກໍໄດ້ເອົາໃຈໃສ່ລະບາຍການສັນຈອນທີ່ແອອັດໃນໂມງ ໄປການ-ເລີກການ ຕາມເສັ້ນທາງທີ່ສໍາຄັນໃຫ້ມີຄວມສະດວກ, ວ່ອງໄວ ແລະ ປອດໄພ. ນອກນີ້ ສຸມໃສ່ແກ້ໄຂ ໂຄງການຫຼຸດຜ່ອນອຸບັດຕິເຫດຢ່າງແຂງແຮງ ເຮັດໃຫ້ອຸບັດຕິເຫດຫຼຸດລົງທັງສຸມໃສ່ ກວດກາ, ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ລົດບໍ່ມີປ້າຍ, ປ້າຍບໍ່ຖືກຕ້ອງ, ທະບຽນບໍ່ຖືກຕ້ອງ ແລະ ລົດບໍ່ຮັບປະກັນທາງ ດ້ານເຕັກນິກ, ປັບປຸງກໍາລັງຕໍາຫຼວດຈະ ລາຈອນ ແລະ ເຄື່ອງມືຮັບໃຊ້ແກ່ວຽກງານດັ່ງກ່າວໃຫ້ເໝາະສົມກັບຕົວຈິງ ເປັນຕົ້ນແມ່ນລະບົບກ້ອງວົງຈອນປິດ, ລະບົບໄຟອໍານາດ; ເຄື່ອງກວດທາດເຫຼົ້າ, ເຄື່ອງຈັບຄວາມໄວ…ພ້ອມນີ້ ກໍຍັງນໍາໃຊ້ມາດຕະການປັບໃໝ ແລະ ດໍາເນີນຄະດີຕໍ່ຜູ້ທີ່ລະເມີດກົດລຽບຈະລາຈອນ.

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຈະລາຈອນ ກົມໃຫຍ່ຕໍາ ຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ:

ກະຊວງ ປກສ ສຸມໃສ່ທຸກວິທີທາງ ເພື່ອຫຼຸດຜ່ອນອຸບັດຕິເຫດ
ກະຊວງ ປກສ ສຸມໃສ່ທຸກວິທີທາງ ເພື່ອຫຼຸດຜ່ອນອຸບັດຕິເຫດ

ການເກີດອຸບັດຕິເຫດຕາມທ້ອງຖະໜົນສ່ວນໜຶ່ງແມ່ນມາຈາກການເພີ່ມຂຶ້ນ ຂອງພາຫະນະຢ່າງວ່ອງໄວ ມີ 2.100. 000 ກວ່າຄັນ. ໃນນີ້ ລົດຈັກຫຼາຍກວ່າ ໝູ່ ກວມ 76,15%, ສະເລ່ຍ 1 ກິໂລ ແມັດ ມີພາຫະນະ 600 ກວ່າຄັນ, ສະ ເພາະນະຄອນຫຼວງວຽງຈັນ ມີພາຫະນະ ທັງໝົດ 900.000 ກວ່າຄັນ ໃນນີ້ ລົດຈັກກວມເອົາ 68,71% ສະເລ່ຍ 1 ກິໂລແມັດ ມີພາຫະນະ 800 ກວ່າຄັນ ຈາກບັນຫາທີ່ເກີດຂຶ້ນ ເຮັດໃຫ້ເສັ້ນທາງການສັນຈອນບໍ່ສາມາດຮອງຮັບການເພີ່ມຂຶ້ນຂອງພາຫະນະໄດ້ ເຮັດໃຫ້ເສັ້ນທາງມີຄວາມແອອັດ; ສັບສົນ ແລະ ອີກບັນຫາໜຶ່ງຜູ້ຂັບຂີ່ຍັງຂາດ ສະຕິບໍ່ເຄົາລົບລະບຽບກົດໝາຍ ແລະ ລະເມີດກົດລະບຽບການຈະລາຈອນ ເປັນຕົ້ນ: ດື່ມສິ່ງມຶນເມົາຂັບຂີ່ລົດ ກວມ 26,6%, ໃຊ້ຄວາມໄວເກີນກໍາ ນົດ 19,6%, ປ່ຽນທິດກະທັນຫັນ 12,8%, ແຊງບໍ່ຮັບປະກັນ 12,7%; ບໍ່ປ່ອຍສິດ 12,4%, ເຕັກນິກບໍ່ຮັບ ປະກັນ 2,4%, ລ່ວງປ້າຍຫ້າມ 1,5%. ນອກນີ້, ມີຂີດເສັ້ນແບ່ງຈະລາຈອນບໍ່ຈະແຈ້ງ, ປ້າຍສັນຍານ ແລະອື່ນໆ ກວມ 11,7%.