ວັນທີ 11 ກັນຍາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ທ່ານ ເພັດ ພົມພິພັກ ລັດ ຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ ລັດຖະບານ ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຈາກບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ຈຳນວນ 100.000.000 ກີບ; ກ່າວມອບໂດຍທ່ານ ນາງ ອໍລະໄທ ສັນຕິຄົງຄາ ອຳນວຍການໃຫຍ່ ບໍລິສັດກຣິດຕະພົງ ກຣຸບ ຈຳກັດ, ມີພະນັກງານທີ່ກ່ຽວຂ້ອງຂອງ ຫສນຍ ແລະ ບໍລິສັດດັ່ງກ່າວ ເຂົ້າຮ່ວມ.

ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະ ກໍຄືບໍລິສັດ ທີ່ໄດ້ນຳເອົາເງິນມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເຊິ່ງເງິນຊ່ວຍເຫຼືອດັ່ງກ່າວ ແມ່ນຈະນຳເອົາໄປມອບໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້; ການຊ່ວຍເຫຼືອຂອງບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ເປັນການປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄືຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ທ້ອງຖິ່ນ ຕ່າງໆໃນຂອບເຂດທົ່ວປະເທດຜ່ານພົ້ນ ໄປໄດ້ດ້ວຍດີ.