ຄະນະພັກຮາກຖານ ກອງພັນ 206 ໄດ້ວາງທິດທາງແຜນການໃນຊຸມປີຕໍ່ໜ້າ, ຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຈິດໃຈຮັກຊາດ; ມີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນເຮັດ ສຳເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ ແນໃສ່ຮັບປະກັນໃຫ້ທົ່ວສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ສຶກສາຮົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ
ສຶກສາຮົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ

ໃນກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ຄະນະພັກຮາກຖານ ກອງພັນ 206 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຄັ້ງວັນທີ 12 ກັນຍາ 2019 ໂດຍ ມີສະຫາຍ ພັອ ບຸນແພງ ທີລະສັກ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ; ຫ້ອງການ, ພະແນກ ແລະ ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັທ ທະນະສັກ ພອນພະຈັນ ເລຂາຄະນະພັກຮາກຖານ ຫົວໜ້າກອງພັນ 206 ໃຫ້ຮູ້ວ່າ: ແຜນການໃນຕໍ່ໜ້າ, ຄະນະພັກຮາກຖານກອງພັນ 206 ຈະເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະ ມາຊິກພັກ, ພະນັກງານ-ນັກຮົມໃຫ້ມີ ຈິດໃຈຮັກຊາດ, ມີຄວາມສາມັກຄີເປັນປຶກແຜ່ນໃນການເຮັດສຳເລັດໜ້າທີ່ ສືບຕໍ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາຈຸດທີ່ ຕັ້ງຕ່າງໆ, ສືບຕໍ່ຮັກສາຄວາມສະຫງົບ ປອດໄພບັນດາກອງປະຊຸມ ແລະ ງານບຸນປະເພນີຕ່າງໆໃຫ້ມີຄວາມສະຫງົບ ປອດໄພ.

ສຶກສາຮົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ
ສຶກສາຮົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ

ໃນໄລຍະຜ່ານມາ, ຄະນະພັກຮາກຖານກອງພັນ 206 ໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດໃຫ້ສະ ມາຊິກພັກ, ພະນັກງານ-ນັກຮົບດ້ວຍຫຼາຍວິທີ, ຫຼາຍຮູບການ ເຊັ່ນ: ໄດ້ນຳພາຈັດຕັ້ງເຊື່ອມຊຶມບັນດາເອກະສານ, ມະຕິ, ຄຳສັ່ງຂອງພັກ-ຂອງຊາດ, ເຮັດໃຫ້ສະມາຊິກພັກມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີແບບແຜນດຳ ລົງຊີວິດແບບປອດໃສຂາວສະອາດ ແລະ ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ເຮັດສຳເລັດໜ້າທີ່ສະແດງອອກ ຄື: ໄດ້ເປັນເສນາທິການໃຫ້ແກ່ກອງບັນຊາການປ້ອງກັນທີ່ຕັ້ງ ແລະ ຂັ້ນເທິງໃນການຄົ້ນຄວ້າວາງແຜນ, ກຳແໜ້ນຕໍ່ກົນອຸບາຍ, ເລ່ລ່ຽມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເພື່ອມີວິທີ ປ້ອງກັນ, ສະກັດກັ້ນ, ຕອບຕ້ານຢ່າງທັນການ; ເຊິ່ງສະແດງອອກຄື: ໄດ້ປ້ອງກັນກອງປະຊຸມອາຊຽນ, ປ້ອງການເຄື່ອນຍ້າຍວັດຖຸ, ປ້ອງກັນລົດຂົນສົ່ງນ້ຳມັນ, ປ້ອງກັນແຂກ, ປ້ອງກັນງານບຸນປະເພນີ ແລະ ປ້ອງກັນສະຖານທີ່ອົງກອນຕ່າງໆ, ໄລຍະ 3 ປີ ມີສະພາບປະກົດການຫຍໍ້ ທໍ້ເກີດຂຶ້ນ 7 ເລື່ອງ, ແກ້ໄຂໄດ້ 3 ເລື່ອງ.