ໃນອາທິດແຜ່ານມາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຂະບວນການປູກພືດລະດູຝົນ (ຜັກເຮືອນຮົ່ມ) ຢູ່ບ້ານນາແກ່ນຄໍາ ເມືອງຫົງສາ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາລົງພື້ນທີ່ທໍາການຜະລິດໂດຍ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງໆຫົງສາ, ມີພະນັກງານວິຊາການ ແລະ ປະຊາຊົນຊາວກະສິກອນ ພາຍໃນບ້ານດັ່ງກ່າວເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ຢ້ຽມຊົມສວນຜັກເຮືອນຮົ່ມ ບ້ານນາແກ່ນຄໍາ ເມືອງຫົງສາ
ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ຢ້ຽມຊົມສວນຜັກເຮືອນຮົ່ມ ບ້ານນາແກ່ນຄໍາ ເມືອງຫົງສາ

ການລົງຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານຫຍໍ້ຂອງບັນດາສະຫະກອນສົ່ງເສີມກະສິກໍາ ຈາກຕາງໜ້າກຸ່ມ, ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ເກີດຂຶ້ນຈາກການເຕົ້າໂຮມເອົາ 10 ກຸ່ມຜະລິດ ຄື: ກຸ່ມພັດທະນາໄມ້ປ່ອງ, ກຸ່ມສົ່ງເສີມກະສິກໍາສະອາດ, ກຸ່ມຕັດຫຍິບ, ກຸ່ມປຸງແຕ່ງຜົນຜະລິດກະສິ ກໍາ, ກຸ່ມປູກຝ້າຍພື້ນເມືອງ, ກຸ່ມປູກພືດຜັກສະອາດ, ກຸ່ມປູກເຫັດ, ກຸ່ມລ້ຽງສັດ ໃຫຍ່, ກຸ່ມລ້ຽງໝູລາດ ແລະ ກຸ່ມປຸງແຕ່ງຜະລິດຕະພັນແຈ່ວ; ເຊິ່ງລວມມີ 138 ຄອບຄົວ ຈາກ 4 ບ້ານ ເຊັ່ນ: ບ້ານນາແກ່ນຄໍາ, ສີມຸງຄຸນ, ໂພນຈັນ ແລະ ບ້ານຫານ, ປັດຈຸບັນ ສະຫະກອນແມ່ນກຸ່ມປູກພືດຜັກສະອາດ ໂດຍໄດ້ເລັ່ງໃສ່ໃນການປູກຜັກບົ່ວ ແລະ ຜັກຫອມປ້ອມໃນເຮືອນຮົ່ມ ເຊິ່ງມີຈໍານວນເຮືອນຮົ່ມ 38 ຫຼັງ, ສ່ວນກຸ່ມອື່ນກໍສືບຕໍ່ຜະລິດຢ່າງເປັນຂະບວນ, ສ່ວນຜົນຜະລິດຕ່າງໆແມ່ນສົ່ງປ້ອນຕະຫຼາດເມືອງຫົງສາ, ເມືອງເງິນ ແລະ ແຂວງຫຼວງພະບາງ
ຈໍານວນໜຶ່ງ, ສາມາດສ້າງລາຍຮັບເຂົ້າແຕ່ລະກຸ່ມ ໄດ້ 76 ລ້ານກວ່າກີບຕໍ່ເດືອນ; ສະຫະກອນດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ HPC ປະກັນຊີວິດ ແລະ ບໍລິສັດ ໄຟຟ້າຫົງສາ.

ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງໆໄຊຍະບູລີ ໄດ້ຊີ້ນໍາ ແລະ ຮຽກຮ້ອງໃຫ້ສະມາຊິກແຕ່ລະກຸ່ມ ແລະ ປະຊາຊົນພາຍໃນບ້ານນາແກ່ນຄໍາ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນໃນການອອກແຮງງານ ແລະ ເອົາໃຈໃສ່ໃນການບົວລະບັດຮັກສາພືດລະດູຝົນ, ພ້ອມທັງຂະຫຍາຍເນື້ອທີ່ການປູກໃຫ້ກວ້າງຂວາງ ເພື່ອຮັບປະກັນພຽງພໍໃນຄວາມຕ້ອງ ການຂອງຕະຫຼາດພາຍໃນ ແລະ ຕ່າງແຂວງ; ສືບຕໍ່ປຸງແຕ່ງຜະລິດຕະພັນກະສິກໍາໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບ ເພື່ອສົ່ງອອກ; ເອົາໃຈໃສ່ຕໍ່ບັນຫາປະກົດການຫຍໍ້ທໍ້ພາຍໃນບ້ານ ເຊັ່ນ: ບັນຫາຢາເສບຕິດ, ອາລະວາດຄອບຄົວ, ອຸບັດຕິເຫດຕາມທ້ອງຖະໜົນ, ໂສເພນີ, ການປະ-ຢ່າຮ້າງ ແລະອື່ນໆ ໃຫ້ມີຄວາມສະຫງົບ ໂດຍເລີ່ມຈາກການສຶກສາອົບຮົມແຕ່ຂັ້ນຄອບຄົວ ເພື່ອໃຫ້ລູກຫຼານຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ; ເອົາໃຈໃສ່ຕໍ່ວຽກງານວັດທະນະທໍາ-ສັງຄົມ ເປັນຕົ້ນແມ່ນ ສືບຕໍ່ແກ້ໄຂການສຶກສາ ໂດຍລະດົມໃຫ້ແຕ່ລະຄອບຄົວ ສົ່ງ ເສີມລູກຫຼານໃຫ້ໄດ້ເຂົ້າຮຽນຕາມເກນ ອາຍຸ ແລະ ໄດ້ຮຽນຕໍ່ວິຊາຊີບ, ຫຼີກລ່ຽງການປະລະການຮຽນ; ໂຄສະນາສຸຂະ ສຶກສາ ເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດຕາມລະດູການ; ເກັບກໍາສະຖິຕິແຮງງານທີ່ໄປອອກແຮງງານນໍາບໍລິສັດໄຟຟ້າ, ໄປອອກແຮງງານຢູ່ຕ່າງປະເທດຂອງແຕ່ລະຄອບຄົວໃຫ້ລະອຽດ, ຈະແຈ້ງ ເພື່ອເຮັດໃຫ້ການຄຸ້ມຄອງມີຄວາມສະດວກ ແລະ ເອົາໃຈໃສ່ປັບປຸແບບແຜນນໍາພາ ແລະ ແບບແຜນວິທີເຮັດວຽກຂອງຄະນະບ້ານ ແນໃສ່ເຮັດໃຫ້ເສດຖະກິດຂອງບ້ານ ກໍຄືເມືອງຫົງສາ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.