ໃນໄລຍະ 5 ປີ ( 2014 – 2018 ) ຜ່ານມາ, ຄະນະໜ່ວຍພັກ ປກສ ກຸ່ມ 1 ຈອມມະນີ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃຫ້ຫຼຸດລົງຢ່າງຈະແຈ້ງ, ໃນນີ້ມີຄະດີເກີດຂຶ້ນທັງໝົດ 52 ເລື່ອງ, ແກ້ໄຂໄດ້ທັງໝົດ 45 ເລື່ອງ, ກັກຕົວຜູ້ຖືກຫາໄດ້ທັງໝົດ 69 ຄົນ, ທຽບໃສ່ 5 ປີ ຜ່ານມາ ມີຄະດີເກິດຂຶ້ນທັງໝົດ 57 ເລື່ອງ ຫຼຸດລົງ 5 ເລື່ອງ.

ພັທ ອ່ອນແກ້ວ ເສລິທຳ ເລຂາໜ່ວຍພັກ ຮັກສາການຫົວໜ້າ ປກສ ກຸ່ມ 1 ຈອມມະນີ ໄດ້ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກ ປກສ ກຸ່ມ 1 ຈອມມະນີ ໃນວັນທີ 13 ກັນຍາ 2019, ເຂົ້າຮ່ວມໂດຍ ພັທ ສີເພັດ ພິມມະສອນ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ແລະ ມີສະມາຊິກພັກເຂົ້າຮ່ວມ ວ່າ:

ໃນໄລຍະຜ່ານມາ, ຄະນະໜ່ວຍພັກ ປກສ ກຸ່ມ 1 ໄດ້ຖືເອົາວຽກງານການເມືອງ – ແນວຄິດເປັນກົກ ໂດຍສອດຫ້ອຍທຸກຂົງເຂດວຽກງານ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ມາເຜີຍແຜ່ເຮັດໃຫ້ປະຊາຊົນຈຳນວນ 2 ບ້ານ ຄື: ບ້ານໂພນພະເນົາ ແລະ ບ້ານຈອມມະນີ ມີຄວາມສາມັກຄີຕື່ນຕົວເປັນເຈົ້າການປະກອບສ່ວນເຂົ້າຮ່ວມວຽກງານລວມຂອງບ້ານ ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ ບັນດາປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ແມ່ນຫຼຸດລົງຢ່າງຈະແຈ້ງ ເຊິ່ງສະແດງອອກຄື: ວຽກງານແກ້ໄຂປະກົດການຫຍໍ້ທໍ້ ( ປຸ້ນຈີ້, ຊິງຊັບ, ລັກງັດແງະ, ມົ້ວສຸມຊື້ຂາຍ, ເສບຢາເສບຕິດ ) ມີຄະດີເກີດຂຶ້ນທັງໝົດ 52 ເລື່ອງ, ໄດ້ນໍາພາແກ້ໄຂຄະດີໄດ້ທັງໝົດ 45 ເລື່ອງ, ກັກຕົວຜູ້ຖືກຫາໄດ້ທັງໝົດ 69 ຄົນ ( ສົ່ງໃຫ້ ກອງຄະດີດໍາເນີນຕາມກົດໝາຍ ).

ນອກຈາກນີ້, ຍັງເກັບກູ້ເຄື່ອງຂອງກາງໄດ້ຄືນ ເຊິ່ງມີລົດຈັກ 9 ຄັນ, ເງິນກີບ 15.000.000 ກວ່າກີບ ແລະ ວັດຖຸມີຄ່າຈໍານວນໜຶ່ງ ລວມມູນຄ່າ 9.000.000 ລ້ານກວ່າກີບ, ຢຶດຂອງກາງຢາເສບຕິດ ປະເພດຢາບ້າ ໄດ້ 570 ເມັດ, ປືນດັດແປງສະພາບ 1 ກະບອກ, ຖ້າທຽບໃສ່ 5 ປີຜ່ານມາ ມີຄະດີເກີດຂຶ້ນທັງໝົດ 57 ເລື່ອງ ຫຼຸດລົງ 5 ເລື່ອງ.

ໃນນີ້, ໄດ້ຄຸ້ມຄອງ – ແກ້ໄຂເປົ້າໝາຍ ກຸ່ມ 1 ຈອມມະນີ ມີເປົ້າໝາຍທັງໝົດ 35 ຄົນ ຍິງ 4 ຄົນ ( ມີລັກຊັບ 11 ຄົນ, ຊິງຊັບ 1 ຄົນ, ຄ້າຂາຍຢາເສບຕິດລາຍຍອຍມີ 7 ຄົນ ຍິງ 4 ຄົນ ແລະ ເສບມີ 16 ຄົນ), ໄດ້ນໍາພາແກ້ໄຂກັກຕົວສົ່ງກອງຄະດີ ດໍາເນີນຄະດີຕາມກົດໝາຍທັງໝົດ 11 ຄົນ ໃນນີ້ເປົ້າໝາຍກໍ່ອາຊະຍາກໍາ 3 ຄົນ, ເປົ້າໝາຍຢາເສບຕິດ 8 ຄົນ, ປັດຈຸບັນຍັງເຫຼືອເປົ້າໝາຍຕົວຈິງ 24 ຄົນ ຍິງ 3 ຄົນ, ຖ້າທຽບໃສ່ໄລຍະຜ່ານມາ ຫຼຸດລົງ 11 ຄົນ.

ທິດທາງແຜນການຕໍ່ໜ້າ, ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນອົງອາດກ້າແກ່ນຂອງ ພັກປະຊາຊົນ ປະຕິວັດລາວ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານ – ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນງຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ເພື່ອເຮັດໃຫ້ເຂົາເຈົ້າມີສ່ວນຮ່ວມ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ມີສະຕິໃນການປົກປັກຮັກສາຊັບສົມບັດຂອງຕົນເອງ ເພື່ອສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ດ້ານຕ່າງໆ ເປັນຕົ້ນແມ່ນ ການປຸ້ນຈີ້, ຊິງຊັບ, ລັກງັດແງະ, ການມົ້ວສຸມ, ຊື້-ຂາຍເສບຢາເສບຕິດຂອງ ພວກຕ້ອງໂທດອາຍາ ໃຫ້ຫຼຸດລົງເປັນກ້າວໆ.

ນອກນັ້ນ, ໃນກອງປະຊຸມ ທ່ານ ວິໂນດ ພົມດວງສີ ຫ້ອງການຈັດຕັ້ງ ເມືອງໄຊເສດຖາ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 207/ຄພ.ມຊຖ ລົງວັນທີ 9 ກັນຍາ 2019 ຂອງ ຄະນະປະຈໍາພັກ ເມືອງໄຊເສດຖາ ວ່າດ້ວຍ ການແຕ່ງຕັ້ງຄະນະໜ່ວຍພັກ ປກສ ກຸ່ມ I ເມືອງໄຊເສດຖາ, ໃນນີ້ ໄດ້ແຕ່ງຕັ້ງສະຫາຍ ພັທ ອ່ອນແກ້ວ ເສລີທໍາ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັທ ບຸນເນົາ ປັນຍາສິລິ ເປັນຮອງເລຂາ ທັງເປັນ ປະທານກວດກາໜ່ວຍພັກ.