ເກີດຄວາມປັ່ນປ່ວນ ແລະ ມີການວິພາກວິຈານ ໃນສັງຄົມສື່ອອນລາຍ ຢ່າງແຜ່ຫຼາຍ ກ່ຽວກັບ ການປະຕິບັດໜ້າທີ່ຂອງ ເຈົ້າໜ້າທີ່ທະຫານ – ຕຳຫຼວດ ເມືອງໄຊທານີ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການລົງປະຕິບັດໜ້າທີ່ວຽກງານແກ້ໄຂ ການບຸກລຸກທີ່ດິນຂອງລັດ ຢູ່ເຂດບ້ານໂພນຄຳ ເມືອງໄຊທານີ ເຊິ່ງຄິຼບດັ່ງກ່າວຖືກຖ່າຍ ລົງໃນ Facebook ໃນວັນທີ 9 ກັນຍາ ທີ່ຜ່ານມາ; ຈາກກະແສດັ່ງກ່າວ ກໍມີສື່ອອນລາຍຫຼາຍສື່ ແຊຄິຼບດັ່ງກ່າວ ໂດຍຍັງບໍ່ທັນໄດ້ລາຍງານຂໍ້ມູນລາຍລະອຽດເນື້ອໃນຂອງເຫດການ ຢ່າງຊັດເຈນ ແລະ ກໍມີຜູ້ບໍລິໂພກຂ່າວເຫດການດັ່ງກ່າວ ຈຳນວນບໍ່ໜ້ອຍ ໄດ້ມີທັດສະນະສ່ວນຕົວໃນການວິຈານໄປຕ່າງໆນາໆ.

ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຊີ້ແຈ້ງກ່ຽວກັບ ເຫດການດັ່ງກ່າວ ໃນວັນທີ 16 ກັນຍາ 2019 ວ່າ:

ຕໍ່ກັບ ຄົນຈໍານວນກຸ່ມໜຶ່ງ ທີ່ໂພສລົງເຟສບຸກວ່າ: ເຈົ້າໜ້າທີ່ທະຫານ – ຕໍາຫຼວດ ໄປບຸກເອົາດິນພໍ່-ແມ່ປະຊາຊົນ ຢູ່ເຂດຫຼັກ 16 ບ້ານໂພຄໍາ ເມືອງໄຊທານີ ນັ້ນ ເປັນການກ່າວອ້າງຂອງຄົນຈໍານວນທີ່ເຂົ້າບຸກລຸກຈັບຈອງເອົາດິນລວມທີ່ລັດຄຸ້ມຄອງເທົ່ານັ້ນ. ຕາມຄວາມເປັນຈິງແລ້ວ ທີ່ດິນເດີມແມ່ນ ດິນປ່າສະຫງວນດົງບ້ານໄຊ ( ປ່າສະຫງວນແຫ່ງຊາດ ແຕ່ປີ 1938 – 1994 ).

ຈົນມາຮອດປີ 2008, ລັດຖະບານ ກໍໄດ້ຕົກລົງຫັນມາເປັນເຂດກໍ່ສ້າງ ສະໜາມກິລາແຫ່ງຊາດ ແລະ ໄດ້ຍົກຍ້າຍປະຊາຊົນອອກຈາກເຂດດັ່ງກ່າວ, ເຊິ່ງກ່ອນການກໍ່ສ້າງສະໜາມກິລາ ແມ່ນໄດ້ມີປະຊາຊົນເຂົ້າມາຄຸ້ມຄອງ ແລະ ທໍາມາຫາກິນເຮັດສວນເຮັດນາ. ສະນັ້ນ, ຄະນະກຳມະການແກ້ໄຂສິ່ງກີດຂວາງ ຈຶ່ງໄດ້ໃຫ້ປະຊາຊົນອອກຈາກເຂດດັ່ງກ່າວ ແລະ ໄດ້ມີການຊົດເຊີຍໃຫ້ປະຊາຊົນທີ່ເຂົ້າຄຸ້ມຄອງ ແລະ ທໍາມາຫາກິນ ແຕ່ໄດ້ຊົດເຊີຍສະເພາະຜົນລະປູກ ແລະ ສິ່ງປຸກສ້າງເທົ່ານັ້ນ ເພາະທີ່ດິນດັ່ງກ່າວ ແມ່ນເປັນດິນປ່າສະຫງວນ ( ລັດຄຸ້ມຄອງ ) ເຊິ່ງຖືວ່າ ທາງຄະນະກໍາມະການແກ້ໄຂສິ່ງກີດຂວາງ ໄດ້ໃຫ້ຄ່າຊົດເຊີຍໝົດແລ້ວ.

ໃນໄລຍະຜ່ານມາ, ລັດຖະບານ ໄດ້ມອບຕອນດິນທີ່ລັດຄຸ້ມຄອງ ໃນບໍລິເວນບ້ານໂພຄໍາ, ບ້ານໄຊສົມບູນ, ບ້ານໂຄກນ້ອຍ, ບ້ານໂຄກໃຫຍ່ ແລະ ບ້ານດົງສ້າງຫີນ ຄື:

ດິນຕອນທີ 1 ມອບໃຫ້ ບໍລິສັດບູຢອງຈໍາກັດ ພັດທະນາເປັນສະໜາມກັອຟ ຈໍານວນເນື້ອທີ່ 330 ເຮັກຕາ 4.420 ຕາແມັດ ໂດຍອີງຕາມບົດບັນທຶກມອບຮັບໃບຕາດິນຂອງ ອົງການຄຸ້ມຄອງທີ່ດິນ ເລກທີ 1590/ອຄດ.ນວ ລົງວັນທີ 8 ເມສາ 2009, ມີໃບຕາດິນ ເລກທີ 44 ແຜນທີ່ຕາດິນ ເລກທີ A256-998.

ຕອນດິນ ເລກທີ 1 ມີເນື້ອທີ່ດິນ 106.516 ຕາແມັດ ລົງວັນທີ 27 ມີນາ 2009 ແລະ ໃບຕາດິນລັດ ເລກທີ 45 ແຜນທີ່ຕາດິນ ເລກທີ A258-998.

ຕອນດິນ ເລກທີ 2 ມີເນື້ອທີ່ດິນ 3.197.904 ຕາແມັດ ລົງວັນທີ 7 ມີນາ 2009 ໂດຍມອບໃຫ້ ກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນ ສະຖາບັນການລົດໄຟ ແລະ ຄະນະວິທະຍາສາດການສຶກສາ ເຊິ່ງອີງຕາມແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1898/ຫສນຍ.ກລຂ ລົງວັນທີ 21 ພະຈິກ 2017 ແລະ ອີງຕາມຂໍ້ຕົກລົງຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ວ່າດ້ວຍ ການມອບສິດໃຊ້ທີ່ດິນຂອງລັດ ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ເລກທີ 4361/ກຊສ ລົງວັນທີ 1 ສິງຫາ 2019.

ທີ່ດິນຈໍານວນດັ່ງກ່າວ ແມ່ນແບ່ງເປັນເນື້ອທີ່ດິນ 3 ຕອນ ຄື:

  • ຕອນທີ 1. ດິນທີ່ຕັ້ງຢູ່ບ້ານດົງສ້າງຫີນ ມີເນື້ອທີ່ 116 ເຮັກຕາ ກັບ 4.210 ຕາແມັດ ນໍາໃຊ້ເປັນ ສະໜາມກິລາແຫ່ງຊາດ.
  • ຕອນທີ 2. ທີ່ດິນຕັ້ງຢູ່ຫຼັງວັດບ້ານໂພຄໍາ ມີເນື້ອທີ່ 16 ເຮັກຕາ ກັບ 9.781 ຕາແມັດ.
  • ຕອນທີ 3. ດິນຕັ້ງຢູ່ບ້ານໂຄກນ້ອຍ ມີເນື້ອທີ່ 1 ເຮັກຕາ 9.724 ຕາແມັດ.

ໂດຍຕອນທີ 2 ແລະ ຕອນທີ 3 ແມ່ນມອບໃຫ້ ກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນ ສະຖາບັນການລົດໄຟ ແລະ ຄະນະວິທະຍາສາດການສຶກສາ.

ມາຮອດເດືອນພຶດສະພາ 2019, ໄດ້ມີປະຊາຊົນຈໍານວນໜຶ່ງ ເຂົ້າມາບຸກລຸກຈັບຈອງເອົາດິນຂອງ ກະຊວງສຶກສາ ຕອນທີ 2 ແລະ 3 ເຊິ່ງເຫັນວ່າ ປະຊາຊົນທີ່ເຂົ້າມາບຸກລຸກຈັບຈອງເອົາດິນ ມີທ່າອ່ຽງເພີ່ມຂຶ້ນ. ດັ່ງນັ້ນ, ເຈົ້າເມືອງໆໄຊທານີ ຈຶ່ງໄດ້ອອກແຈ້ງການ 2 ສະບັບ ເພື່ອໃຫ້ປະຊາຊົນຍົກຍ້າຍອອກຈາກດິນຂອງ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 093/ຈມ.ຊທນ ລົງວັນທີ 5 ກໍລະກົດ 2019 ແລະ ສະບັບເລກທີ 100/ຈມ.ຊທນ.

ຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງເຜີຍແຜ່ແຈ້ງການຂອງ ເຈົ້າເມືອງໄຊທານີ ແລະ ເຮັດວຽກງານແນວຄິດກັບປະຊາຊົນ ຈໍານວນທີ່ເຂົ້າບຸກລຸກຈັບຈອງເອົາດິນລວມຂອງ ກະຊວງສຶກສາ ແລະ ກິລາ ເພື່ອໃຫ້ພວກກ່ຽວຍົກຍ້າຍອອກຈາກດິນຕອນດັ່ງກ່າວ ແຕ່ພວກກ່ຽວບໍ່ໃຫ້ການຮ່ວມມື, ປົກຄອງເມືອງໄຊທານີ ຈຶ່ງມອບໃຫ້ອໍານາດການປົກຄອງບ້ານ ເຊີນເອົາປະຊາຊົນບ້ານຂອງຕົນທີ່ເຂົ້າບຸກລຸກຈັບຈອງດິນດັ່ງກ່າວ ເຂົ້າໄປຫ້ອງການບ້ານ ເພື່ອສຶກສາອົບຮົມໃຫ້ຍົກຍ້າຍອອກ ມີຈໍານວນໜຶ່ງກໍມາ ແລະ ຈໍານວນໜຶ່ງ ແມ່ນບໍ່ເຂົ້າມາຫາການຈັດຕັ້ງບ້ານ ແລະ ບໍ່ມີທ່າທີຈະຍົກຍ້າຍອອກຈາກດິນຂອງ ກະຊວງສຶກສາ ເລີຍ.

ໃນເມື່ອເປັນແນວນັ້ນ, ອົງການປົກຄອງ ນະຄອນຫຼວງວຽງຈັນ ແລະ ປົກຄອງເມືອງໄຊທານີ ເຫັນດີໃຫ້ຮຽນເຊີນກຸ່ມຄົນທີ່ເຂົ້າໄປບຸກລຸກ ແລະ ຈັບຈອງເອົາດິນລວມຂອງ ກະຊວງສຶກສາທິການ ແລະ ກິລາ ເຂົ້າມາຫາ ເຈົ້າໜ້າທີ່ຕໍາຫຼວດ ເພື່ອເອົາຂໍ້ມູນ ໂດຍອີງໃສ່ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017 ພາກທີ VI ໝວດທີ I ມາດຕາ 114 ລະບຽບການຮຽກ. ເຊິ່ງທາງເຈົ້າໜ້າທີ່ ໄດ້ຮຽກພວກກ່ຽວຈໍານວນ 5 ຄົນ ແມ່ນຄົບທັງ 3 ຄັ້ງແລ້ວ ແຕ່ພວກກ່ຽວບໍ່ໃຫ້ການຮ່ວມມື ( ເຈດຕະນາບໍ່ເຂົ້າມາພົບ ເຈົ້າໜ້າທີ່ ) ເຈົ້າໜ້າທີ່ ຈຶ່ງໄດ້ອອກຄໍາສັ່ງພາຕົວມາ ຕາມລະບຽບກົດໝາຍ.

ມາຮອດວັນທີ 9 ກັນຍາ 2019, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊທານີ ຈຶ່ງໄດ້ເຂົ້າໄປພາຕົວພວກກ່ຽວຈໍານວນດັ່ງກ່າວ ເພື່ອມາເກັບກໍາຂໍ້ມູນ ໃນການບຸກລຸກຈັບຈອງເອົາດິນລວມຂອງ ກະຊວງສຶກສາ ແຕ່ພວກກ່ຽວບໍ່ໃຫ້ການຮ່ວມມື ແລະ ຍັງຂັດຂວາງການປະຕິບັດໜ້າທີ່ຂອງ ເຈົ້າໜ້າທີ່ຕໍາຫຼວດ; ໃນລະຫວ່າງນັ້ນ, ໄດ້ມີປະຊາຊົນຈໍານວນໜຶ່ງຖ່າຍຮູບ, ຖ່າຍວີດີໂອອັດຄຼິບ ການປະຕິບັດໜ້າທີ່ແກ້ໄຂ ໃນການນຳພາຕົວບຸກຄົນໜຶ່ງທີ່ຂັດຂືນ ແລະ ບໍ່ຮ່ວມມືກັບເຈົ້າໜ້າທີ່ ໄປລົງເຟສບຸກ ( Faecbook ) ເພື່ອປະຈານຕ່າງໆນາໆ, ຈໍານວນໜຶ່ງໄດ້ຕໍ່ສູ້ເຈົ້າໜ້າທີ່ ແຕ່ເຈົ້າໜ້າທີ່ກໍພຽງແຕ່ພາຕົວໄປ ໂດຍບໍ່ໄດ້ຕໍ່ສູ້ ແລະ ບໍ່ໄດ້ເອົາຊັບສິນຫຍັງຂອງປະຊາຊົນ ແຕ່ຢ່າງໃດ.

ສັງລວມແລ້ວ, ເຈົ້າໜ້າທີ່ ແມ່ນບໍ່ໄດ້ໄປບຸກລຸກ, ລ່ວງເກີນປະຊາຊົນ ຫຼື ທໍາລາຍຊັບສົມບັດຂອງປະຊາຊົນ ແຕ່ການທີ່ເຈົ້າໜ້າທີ່ ລົງໄປຈັບຕົວໃນຄັ້ງນີ້ ແມ່ນເພື່ອພາຕົວຜູ້ທີ່ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ໄປ ຫ້ອງການ ປກສ ເມືອງ ເພື່ອເກັບກໍາເອົາຂໍ້ມູນເທົ່ານັ້ນ.

ສຳຫຼັບປະຊາຊົນທີ່ເຂົ້າໄປບຸກລຸກຈັບຈອງເອົາດິນຂອງລັດນັ້ນ ເຫັນວ່າ: ເປັນການລະເມີດຕໍ່ ປະມວນກົດໝາຍອາຍາ ມາດຕາ 338. ດັ່ງນັ້ນ, ຈຶ່ງຮຽກຮ້ອງເຖິງປະຊາຊົນທີ່ເຂົ້າບຸກລຸກຈັບຈອງເອົາດິນລວມຂອງ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ກ່າວມານັ້ນ ຂໍໃຫ້ພ້ອມກັນຍົກຍ້າຍອອກໂດຍດ່ວນ ເພື່ອຫຼີກເວັ້ນຈາກການຖືກດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ ຢ່າງເຂັ້ມງວດ.