ເປີດຊຸດບຳລຸງວຽກງານກວດກາ ໄລຍະ 3 ເດືອນ ໃຫ້ພະນັກງານກວດກາ

0
1810

ໃນວັນທີ 16 ກັນຍາ 2019, ຄະນະກວດກາສູນກາງພັກ ສົມທົບກັບ ຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຊຸດບໍາລຸງວຽກງານກວດກາພັກ – ລັດ ໄລຍະ 3 ເດືອນ ໃຫ້ພະນັກງານກວດກາ ທີ່ມາຈາກ ຄະນະກວດກາສູນກາງພັກ, ກະຊວງ – ອົງການທຽບເທົ່າ ອ້ອມຂ້າງສູນກາງ ແລະ ບັນດາແຂວງ ຊຸດທີ I ເພື່ອເຮັດໃຫ້ພະນັກງານກວດກາ ຮັບຮູ້ ແລະ ກໍາໄດ້ທິດສະດີພື້ນຖານຂອງ ລັດທິມາກ-ເລນິນ, ກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຮູ້ ແລະ ກໍາແໜ້ນທິດສະດີວິຊາສະເພາະ ວຽກງານກວດກາພັກ – ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ສາມາດໄປນໍາໃຊ້ເຂົ້າໃນການປະຕິບັດວຽກງານກວດກາ ຢ່າງມີປະສິດທິພາບ.

ທ່ານ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ກ່າວວ່າ:

ຊຸດບໍາລຸງວຽກງານກວດກາພັກ – ລັດຊຸດນີ້ ໄດ້ຄັດເລືອກເອົາພະນັກງານກວດກາຈາກ ກະຊວງ – ອົງການ ແລະ ທ້ອງຖິ່ນ ໂດຍເລັ່ງໃສ່ຜູ້ທີ່ຈະສືບຕໍ່ເຮັດວຽກງານກວດກາໃນຕໍ່ໄປ ຈໍານວນ 62 ສະຫາຍ ຍິງ 17 ສະຫາຍ ເຂົ້າຮ່ວມ, ໂດຍຈະຮຽນຮູ້ກ່ຽວກັບ ຄວາມຮູ້ພື້ນຖານດ້ານທິດສະດີການເມືອງ – ການປົກຄອງ, ກົດໝາຍທີ່ພົວພັນເຖິງວຽກກວດກາ ແລະ ວິຊາສະເພາະການກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.

ວິທີການຮຽນ – ການສອນຄັ້ງນີ້ ຈະມີການຂຶ້ນຫ້ອງຮຽນຟັງການສະເໜີບັນຍາຍບົດຈາກຄູ – ອາຈານ, ມີການຄົ້ນຄວ້າພາຍໃນຫ້ອງເປັນແຕ່ລະບົດ ຕາມການຕັ້ງບັນຫາຂອງຜູ້ສະເໜີເອກະສານ ແລະ ການປະກອບຄໍາເຫັນຂອງຜູ້ເຂົ້າບໍາລຸງ, ຄົ້ນຄວ້າສົນທະນາລວມຫ້ອງ ເປັນແຕ່ລະພາກວິຊາ, ໄປທັດສະນະສຶກສາຢ້ຽມຢາມ, ຟັງລາຍງານການເຮັດວຽກກວດກາ ຈາກການຈັດຕັ້ງຈໍານວນໜຶ່ງ ແລະ ໃນໄລຍະທ້າຍ ແຕ່ລະສະຫາຍ ຈະໄດ້ຂຽນບົດເກັບກ່ຽວຄວາມຮັບຮູ້ຜ່ານຊຸດບໍາລຸງ ແລະ ສະຫຼຸບຖອດຖອນບົດຮຽນ.