ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

0
2260

ສະຫະພັນແມ່ຍິງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ເຜີຍແຜ່ຜົນສໍາເລັດ ມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 5 ສະໄໝທີ VII ແລະ ຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2019) ໃນວັນທີ 13 ກັນຍາ 2019, ເຂົ້າຮ່ວມໂດຍ ທ່ານ ອາລຸນໄຊ ສູນທະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຜີຍແຜ່ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ປະທານສະຫະພັນແມ່ຍິງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມທັງມີບັນດາສະມາຊິກເອື້ອຍ – ນ້ອງແມ່ຍິງ ເຂົ້າຮ່ວມ.

ທ່ານ ນາງ ວິລະວອນ ພັນທະວົງ ກ່າວວ່າ:

ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 5 ສະໄໝ VII ເປັນເຫດການທີ່ມີຄວາມສໍາຄັນຍິ່ງຕໍ່ຊີວິດການເມືອງຂອງ ສະຫະພັນແມ່ຍິງລາວ ເພື່ອສືບຕໍ່ຊີ້ນໍາ – ນໍາພາການເຄື່ອນໄຫວວຽກງານ ຂອງ ສະຫະພັນແມ່ຍິງ ໃນຕໍ່ໜ້າ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ VIII ແລະ ກອງປະຊຸມຄະນະພັກ ແລະ ສະຫະພັນແມ່ຍິງ ສາມຂັ້ນ.

ຜູ້ແທນກອງປະຊຸມ ໄດ້ມີການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາຕໍ່ບັນດາຫົວຂໍ້ເອກະສານທີ່ນໍາສະເໜີ ດ້ວຍຄວາມຮັບຜິດຊອບສູງ. ຜົນສໍາເລັດດັ່ງກ່າວ ໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ຊີ້ນໍາ – ນໍາພາຂອງ ຄະນະປະທານ, ຄວາມເປັນເຈົ້າການ, ຄວາມສາມັກຄີເປັນເອກະພາບ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ VII ລວມທັງ ຄະນະຮັບຜິດຊອບກອງປະຊຸມ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງນີ້ ເຮັດໃຫ້ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 5 ສະໄໝທີ VII ປະສົບຜົນສໍາເລັດ ຢ່າງຈົບງາມ.

ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນມູນເຊື້ອຂອງ ວັນສ້າງຕັ້ງແມ່ຍິງລາວ ໂດຍຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າ ກໍຄື ສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນໃນການຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ເຮັດໜ້າທີ່ໃນການລ້ຽງດູ, ເບິ່ງແຍງ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ ທີ່ຢູ່ແນວໜ້າ ແລະ ເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ; ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ, ພ້ອມທັງເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບ ຢ່າງອົງອາດກ້າຫານ, ເຂົ້າຮ່ວມເປັນກຳລັງແຮງສຳຄັນ ໃນທຸກຂົງເຂດວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ – ສັງຄົມ ແລະ ປະຕິບັດວຽກງານອື່ນ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຄຽງບ່າຄຽງໄຫຼ່ກັບເພດຊາຍ ໃນການຕໍ່ສູ້ກັບສັດຕູ ຕີເອົາຊະນະຈັກກະພັດຜູ້ຮຸກຮານ ນັບເປັນເວລາຫຼາຍສິບປີ, ມີແມ່ຍິງໄດ້ເປັນວິລະຊົນແຫ່ງຊາດ ຈຳນວນ 22 ທ່ານ ແລະ ເປັນນັກຮົບແຂ່ງຂັນທົ່ວປະເທດ ຈຳນວນ 24 ທ່ານ; ການອຸທິດອັນໃຫຍ່ຫຼວງຂອງແມ່ຍິງບັນດາເຜົ່າ ໄດ້ເຮັດໃຫ້ກຳລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເປັນການປະກອບສ່ວນເຂົ້າໃນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.