ໃນວັນທີ 4 ກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕິດຕາມກັກຕົວຄົນຮ້າຍ 1 ຄົນ ທີ່ກໍ່ເຫດໃຊ້ມີດຍາວ ປະມານ 40 ຊັງຕີແມັດ ປຸ້ນຊັບ ຂອງປະຊາຊົນ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ພາຍຫຼັງຫຼົບໜີໄດ້ພຽງ 1 ວັນ.

ຫຼິ້ນໄພ້ໝົດຕົວ… ກໍ່ເຫດປຸ້ນຊັບ ຫຼົບໜີໄດ້ 1 ວັນ ຖືກຈັບດຳເນີນຄະດີ
ຫຼິ້ນໄພ້ໝົດຕົວ… ກໍ່ເຫດ ປຸ້ນຊັບ ຫຼົບໜີໄດ້ 1 ວັນ ຖືກຈັບດຳເນີນຄະດີ

ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ໃນວັນທີ 3 ກັນຍາ 2019, ຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມວ່າ: ເວລາປະມານ 3:00 ໂມງ ມີຄົນຮ້າຍ 1 ຄົນ ເຂົ້າມາປຸ້ນຊັບ ຢູ່ເຮືອນບ້ານໂພນສະຫ່ວາງ ເມືອງຈັນທະບູລີ ໄດ້ເງິນໄປຈຳນວນ 1.500.000 ກີບ ແລະ 300 ໂດລາສະຫະລັດ, ເມື່ອເຈົ້າໜ້າທີ່ວິຊາສະເພາະລົງເກັບກຳຂໍ້ມູນຫຼັກຖານ, ຮ່ອງຮ້ອຍຕ່າງໆຂອງການກໍ່ເຫດ ຈຶ່ງສາມາດລວບລວມຂໍ້ມູນຫຼັກຖານ ແລະ ປື້ມບັນຊີເປົ້າໝາຍຕິດຕາມ. ມາຮອດວັນທີ 4 ກັນຍາ 2019, ກໍສາມາດກັກຕົວເປົ້າໝາຍໄດ້ຊື່ ທ້າວ ສອນໄຊ ອາຍຸ 42 ປີ ບ້ານໂພນສະຫວ່າງ ໄປສອບສວນ.

ຫຼິ້ນໄພ້ໝົດຕົວ… ກໍ່ເຫດປຸ້ນຊັບ ຫຼົບໜີໄດ້ 1 ວັນ ຖືກຈັບດຳເນີນຄະດີ
ຫຼິ້ນໄພ້ໝົດຕົວ… ກໍ່ເຫດປຸ້ນຊັບ ຫຼົບໜີໄດ້ 1 ວັນ ຖືກຈັບດຳເນີນຄະດີ

ທ້າວ ສອນໄຊ ສາລະພາບວ່າ: ໄດ້ອອກຈາກເຮືອນໄປເຊົ່າຫ້ອງແຖວກັບໝູ່ຢູ່ບ້ານໂພນສະຫວ່າງ, ເວລາປະມານ 12:00 ໂມງ ຂອງວັນທີ 2 ກັນຍາ 2019 ໄດ້ພາກັນຫຼິ້ນການພະນັນ (ຫຼິ້ນໄພ້) ຮອດເວລາ 3:00 ໂມງຂອງວັນ ທີ 3 ກັນຍາ ຕົນເອງໄດ້ເສຍເງິນໝົດຕົວ ຈຳນວນ 300.000 ກີບ ຈຶ່ງເກີດມີແນວຄິດຢາກລັກຊັບ ຫຼື ປຸ້ນຊັບ ຂອງພົນລະເມືອງ ເລີຍອອກຈາກຫ້ອງແຖວໄປຊອກຫາລັກຊັບ-ປຸ້ນຊັບ ໂດຍການກະກຽມມີດຍາວປະມານ 40 ຊັງຕີແມັດ ຕິດຕົວໄປນຳ ເມື່ອຂັບລົດຈັກອອກຈາກຫ້ອງແຖວໄປຕາມຮ່ອມບ້ານເຂດບ້ານໂພນສະຫວ່າງ ເຫັນເຮືອນວິນລາ ຫຼັງໜຶ່ງຕັ້ງຢູ່ແຄມທາງຂ້າງເຮືອນເປັນຮ່ອມນ້ອຍ ແລະ ມີຄວາມມືດ ຈຶ່ງຂັບລົດໄປຈອດໄວ້ຮ່ອມທີ່ມືດນັ້ນ ແລ້ວປິນກໍາແພງເຂົ້າໄປໃນບໍລິເວນເຮືອນ ແລະ ສັງເກດເຫັນປ່ອງຢູ່ປະຕູທາງເຂົ້າເຮືອນຄົວທີ່ຍັງເຮັດບໍ່ສຳເລັດ.

ເຈົ້າໜ້າທີ່ ປກສ ກັກຕົວ ທ້າວ ສອນໄຊ ທີ່ກໍ່ເຫດໃຊ້ມີດປຸ້ນຊັບຂອງປະຊາຊົນຢູ່ບ້ານໂພນສະຫວ່າງ
ເຈົ້າໜ້າທີ່ ປກສ ກັກຕົວ ທ້າວ ສອນໄຊ ທີ່ກໍ່ເຫດໃຊ້ມີດປຸ້ນຊັບຂອງປະຊາຊົນຢູ່ບ້ານໂພນສະຫວ່າງ

ພາຍຫຼັງປີນເຂົ້າປ່ອງດັ່ງກ່າວໄດ້ແລ້ວ ໄດ້ຊອກຄົ້ນເອົາເຄື່ອງຢູ່ຫ້ອງໂຖງໄດ້ ເຫັນກະເປົາພາຍສີດໍານ້ອຍ 1 ໜ່ວຍ. ຈາກນັ້ນ, ໄດ້ເຂົ້າໄປຫ້ອງນອນທີ່ເຫັນວ່າບໍ່ໄດ້ລ໋ອກປະຕູ ເມື່ອໄຂເຂົ້າໄປໃນຫ້ອງ ເຫັນມີແມ່ຍິງ 1 ຄົນ ນອນຢູ່ໃນຫ້ອງ ແລະ ເຫັນກະເປົານ້ອຍສີແດງຕັ້ງຢູ່ໂຕະຂ້າງຕຽງນອນ. ທັນໃດນັ້ນ, ແມ່ຍິງຄົນນັ້ນໄດ້ຮູ້ສຶກຕົວຕົນ ຈຶ່ງຖອຍອອກມານອກຫ້ອງມາຢູ່ເຮືອນຄົວ ຖ້າປະມານ 5 ນາທີ. ເມື່ອບໍ່ມີໃຜອອກມາ, ຕົນກໍໄດ້ເຂົ້າໄປອີກ ຍິງຄົນນັ້ນໄດ້ຕື່ນຂຶ້ນມາຕົນ ຈຶ່ງນອນລົງຂ້າງຕຽງ ແລ້ວຕັດສິນໃຈລຸກຂຶ້ນ ພ້ອມທັງເອົາມີດຈີ້ຜູ້ຍິງຄົນນັ້ນ ແລ້ວຈັບເອົາກະເປົາເງິນ ພ້ອມທັງຫັນຫຼັງ ແລ່ນກັບໄປທາງເຮືອນຄົວປີນກໍາເເພງ ຂັບລົດຈັກຫຼົບໜີ. ເມື່ອຂັບລົດມາເຮືອນພໍ່ ຢູ່ບ້ານໂພນສະຫວ່າງ ຄົ້ນເບິ່ງກະເປົ້າເງິນມີເງິນປະມານ 1.500.000 ກີບ ແລະ ເງິນໂດລາ 300 ໂດລາ, ເມື່ອໄດ້ເງິນແລ້ວ ກໍນໍາໄປໃຊ້ຈ່າຍສ່ວນຕົວຈົນໝົດ ສ່ວນເງິນໂດລາ ແມ່ນໄດ້ຈ່າຍໄປແລ້ວ 100 ໂດລາ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ເຈົ້າໜ້າທີ່ ປກສ ກັກຕົວ ທ້າວ ສອນໄຊ ທີ່ກໍ່ເຫດໃຊ້ມີດ ປຸ້ນຊັບ ຂອງປະຊາຊົນຢູ່ບ້ານໂພນສະຫວ່າງ
ເຈົ້າໜ້າທີ່ ປກສ ກັກຕົວ ທ້າວ ສອນໄຊ ທີ່ກໍ່ເຫດໃຊ້ມີດ ປຸ້ນຊັບ ຂອງປະຊາຊົນຢູ່ບ້ານໂພນສະຫວ່າງ

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ທ້າວ ສອນໄຊ ແມ່ນມີເຈດຕະນາປຸ້ນຊັບແທ້, ເຊິ່ງສະແດງອອກໃຫ້ເຫັນວ່າ ຜູ້ກ່ຽວແມ່ນຮູ້ດີກ່ຽວກັບສະພາບພື້ນທີ່ ແລະ ໃຊ້ເວລາໃນການຕິດຕາມໄລຍະສັ້ນໆ ແລ້ວປີນກໍາແພງເຂົ້າໄປໃນເຄຫະສະຖານ ເພື່ອລົງມືໃຊ້ມີດຈີ້ເອົາຊັບ. ຕໍ່ກັບການກະທໍາດັ່ງກ່າວ, ໄດ້ສ້າງຄວາມເສຍຫາຍ ທາງດ້ານຊັບຂອງບຸກຄົນອື່ນເປັນການກະທໍາທີ່ຜິດຕໍ່ປະມວນກົດໝາຍອາຍາທີ່ໄດ້ກໍານົດໄວ້ໃນມາດຕາ 230 ແລະ ກຳລັງສະຫຼຸບສຳນວນຄະດີສົ່ງໄອຍະການຕາມກົດໝາຍ.