ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VII ປະຈໍາປີ 2019 ໃນວັນທີ 16 ກັນຍາ ຜ່ານມາ, ເປັນປະທານໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ທ່ານ ຮອງສາດສະດາຈານ ສະມຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ຄະນະກົມ – ຮອງກົມ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ:

ການເປີດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VII ຊຸດນີ້ ມີຈຸດປະສົງເພື່ອເປັນການສ້າງພະນັກງານສືບທອດນໍາພາ – ຄຸ້ມຄອງ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ເຊື່ອ ໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຮູ້ເລິກເຊິ່ງກ່ຽວກັບ ທິດສະດີມາກ – ເລນິນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ຄຸນສົມບັດສິນທໍາປະຕິວັດ ແລະ ພາຍຫຼັງຝຶກອົບຮົມສໍາເລັດ ບັນດານັກສໍາມະນາກອນ ຈະສາມາດນໍາໄປໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຢູ່ກົມກອງຂອງຕົນ ໃຫ້ມີອັນຫັນປ່ຽນແປງໃໝ່ຢ່າງຕັ້ງໜ້າ.

ຊຸດຝຶກອົບຮົມຮຸ່ນນີ້ ມີນັກສໍາມະນາກອນທັງໝົດ 45 ສະຫາຍ ຍິງ 17 ສະຫາຍ ທີ່ມາຈາກບັນດາກົມ, ຫ້ອງການ, ສະຖາບັນ ແລະ ວິສາຫະກິດ ອ້ອມຂ້າງ ກະຊວງອຸດສາຫະກໍາ ແລະ ການຄ້າ; ການຝຶກອົບຮົມ ແມ່ນປະຕິບັດຕາມຫຼັກສູດຂອງ ສະຖາບັນການເມືອງ – ການປົກຄອງແຫ່ງຊາດ ວາງອອກ ເຊິ່ງລວມມີ 5 ພາກວິຊາ, ມີ 39 ບົດ ຄື:

  • ພາກວິຊາປັດຊະຍາ ມີ 8 ບົດ
  • ພາກວິຊາເສດຖະສາດການເມືອງ ມີ 10 ບົດ
  • ພາກວິຊາລັດຖິສັງຄົມນິຍົມວິທະຍາສາດ ມີ 8 ບົດ
  • ພາກວິຊາບໍລິຫານສາດ ມີ 8 ບົດ
  • ພາກວິຊາກໍ່ສ້າງພັກ ມີ 5 ບົດ

ພ້ອມນີ້, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຍັງໄດ້ເນັ້ນໃຫ້ ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຊຸດນີ້ ຈົ່ງທຸ່ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ພ້ອມກັນເປັນເຈົ້າການ ເອົາໃຈໃສ່ປະຕິບັດໂມງເວລາເຂົ້າຫ້ອງຮຽນຕາມຕາຕະລາງ ຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງການເຜີຍແຜ່ຂອງນັກວິທະຍາກອນ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ເປັນການຍົກລະດັບຄວາມຮູ້ – ຄວາມສາມາດຂອງບັນດາທ່ານ ໃຫ້ສູງຂຶ້ນ.