ໃນອາທິດຜ່ານມານີ້, ພາກສ່ວນຕ່າງໆອ້ອມຂ້າງນະຄອນປາກເຊ ແຂວງຈຳປາສັກ ໄດ້ຮ່ວມໃຈກັນສ້າງຂະບວນການອະນາໄມລວມ ຫຼັງລະດັບໄພພິບັດນ້ຳຖ້ວມໄດ້ຫຼຸດລົງ, ນຳພາໂດຍ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ແລະ ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າຄອງນະຄອນປາກເຊ; ມີຄະນະພັກ-ຄະນະນຳຂັ້ນແຂວງ-ນະຄອນ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ 800 ກວ່າຄົນ.

ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ນຳພາ ພາກສ່ວນຕ່າງໆອ້ອມຂ້າງນະຄອນປາກເຊ ສ້າງຂະບວນການອະນາໄມໃນຄັ້ງນີ້
ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ນຳພາ ພາກສ່ວນຕ່າງໆອ້ອມຂ້າງນະຄອນປາກເຊ ສ້າງຂະບວນການອະນາໄມໃນຄັ້ງນີ້

ທ່ານ ປອ ບຸນຖອງ ດີວິໄຊ ກ່າວວ່າ: ຈາກເຫດການອຸທົກກະໄພທີ່ນະຄອນປາກເຊ ນັບແຕ່ວັນທີ 30 ສິງຫາ ຫາ 6 ກັນຍາ 2019 ໄດ້ເກີດມີນໍ້າຖ້ວມຢ່າງໜັກ, ເຊິ່ງການນໍາຂັ້ນສູງຂອງແຂວງ, ນະຄອນ ໄດ້ເອົາໃຈໃສ່ສຸມທຸກກໍາລັງແຮງ; ໂດຍການປະສານສົມທົບກັບທຸກພາກສ່ວນ ເພື່ອຊ່ວຍເຫຼືອພໍ່-ແມ່ປະຊາຊົນຜູ້ປະສົບໄພ ເຊິ່ງໄດ້ສົ່ງຜົນເສຍຫາຍທາງດ້ານຊັບສິນ, ເຮືອນຊານ, ຊັບສົມບັດຂອງລັດ-ລວມໝູ່ ແລະ ປະຊາຊົນເປັນຈຳນວນຫຼວງຫຼາຍ ຍ້ອນລະດັບນ້ຳຂຶ້ນຢ່າງໄວວາ; ຈົນມາຮອດລະຫວ່າງວັນທີ 7-10 ກັນຍາ 2019, ລະດັບນ້ຳຈຶ່ງໄດ້ຫຼຸດລົງ ແລະ ເຮັດໃຫ້ສະພາບແວດລ້ອມໃນນະຄອນປາກເຊ ມີຄວາມເປິະເປື້ອນ, ເຕັມໄປດ້ວຍສິ່ງເສດເຫຼືອ, ຂີ້ເຫຍື້ອ, ວັດຖຸເປ່ເພ ແລະ ຂີ້ຕົມຢູ່ຕາມເສັ້ນທາງ, ອາຄານບ້ານເຮືອນ; ດັ່ງນັ້ນ, ທາງຄະນະພັກ-ຄະນະນຳຂັ້ນແຂວງ, ນະຄອນ ຈຶ່ງໄດ້ລະດົມກຳລັງທຸກພາກສ່ວນເຂົ້າຮ່ວມຂະບວນການອະນາໄມ ໂດຍໄດ້ກຳນົດເອົາໃນບ້ານ ແລະ ໃຈກາງນະ ຄອນປາກເຊ ແບ່ງອອກເປັນ 5 ຈຸ ຄື: ຈຸທີ 1 ຂອບເຂດບ້ານຫຼັກເມືອງ ແລະ ບ້ານໂພນໄຊ; ຈຸທີ 2 ເຂດບ້ານປາກເຊ ແລະ ບ້ານຮ່ອງຂະຍອມ; ຈຸທີ 3 ເຂດບ້ານທົ່ງ ແລະ ບ້ານສາງນ້ຳມັນ; ຈຸທີ 4 ເຂດບ້ານທ່າຫຼວງ ແລະ ບ້ານພະບາດ ແລະ ຈຸທີ 5 ເຂດບ້ານໂພນກຸງ ແລະ ບ້ານ ໂພນສະຫວັນ.

ກຳລັງ ປກຊ-ປກສ, ພາກສ່ວນຕ່າງໆ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງນະຄອນປາກເຊ ຮ່ວມກັນສ້າງຂະບວນການປະນາໄມລວມ
ກຳລັງ ປກຊ-ປກສ, ພາກສ່ວນຕ່າງໆ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງນະຄອນປາກເຊ ຮ່ວມກັນສ້າງຂະບວນການປະນາໄມລວມ

ຈາກນັ້ນ, ນອກຈາກຈະນໍາໃຊ້ແຮງງານຄົນຊ້ວນ ແລະ ປັດກວາດຂີ້ເຫື້ຍອ ແລ້ວຍັງໄດ້ນຳໃຊ້ພາຫະນະປະເພດລົດມອດໄຟ ຈຳນວນ 5 ຄັນ, ລົດດາມ 15 ຄັນ, ລົດຕັກ 5 ຄັນ, ລົດໄຖຍູ້ 1 ຄັນ, ລົດຍູ້ 3 ຄັນ, ລົດນ້ຳ 1 ຄັນ ແລະ ລົດຮຸ່ນໄດ 1 ຄັນ, ມີກໍາລັງຈາກ ປກຊ-ປກສ ແຂວງ ແລະ ນະຄອນປາກເຊ, ພະແນກການອ້ອມຂ້າງແຂວງ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນນະຄອນປາກເຊ ເຂົ້າຮ່ວມອະນາໄມຕາມສະຖານທີ່ຕ່າງໆທີ່ໄດ້ກຳນົດໄວ້ຢ່າງເປັນຂະບວນການຟົດຟື້ນ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວຢູ່ນະຄອນປາກເຊ ກໍຄືແຂວງຈຳປາສັກ ໃຫ້ກັບຄືນສູ່ສະພາບເດີມ.