ໃນທ້າຍອາທິດທີ່ຜ່ານມາ, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ ມອບ-ສົ່ງ ພົນລະເມືອງໄທກັບຄືນປະເທດຊື່ທ້າວ ວິລະວັດ ອາຍຸ 42 ປີ ສັນຊາດໄທ ຢູ່ບ້ານມະຫາລາດ 2 ເມືອງວຽງຊະ ແຂວງສຸລາດທານີ ໃຫ້ກັບເຈົ້າໜ້າທີ່ຕຳຫຼວດ ແຂວງອຸບົນລາຊະທານີ (ຣາຊະອານາຈັກໄທ) ຢູ່ດ່ານສາກົນວັງເຕົ່າ-ຊ່ອງແມັກ ພາຍຫຼັງປະຕິບັດໂທດສຳເລັດ.

ມອບ-ສົ່ງ ພົນລະເມືອງໄທ ກັບຄືນປະເທດ
ມອບ-ສົ່ງ ພົນລະເມືອງໄທ ກັບຄືນປະເທດ

ກ່າວມອບໂດຍ ຮທ ພຸດທະວັນ ວະຊາການ ຕາງໜ້າພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ພ້ອມຄະນະ ແລະ ຕາງໜ້າຮັບແມ່ນ ວາທີ ນະດົງ ເທບບຸດດີ ຜູ້ບັນຊາ ການໝູ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແຂວງອຸບົນລາຊະທານີ, ໂດຍມີຄະນະທັງ 2 ຝ່າຍເຂົ້າຮ່ວມ.

ມອບ-ສົ່ງ ພົນລະເມືອງໄທ ກັບຄືນປະເທດ
ມອບ-ສົ່ງ ພົນລະເມືອງໄທ ກັບຄືນປະເທດ

ຮທ ພຸດທະວັນ ວະຊາການ ກ່າວວ່າ: ພາຍຫຼັງທີ່ຜູ້ກ່ຽວໄດ້ຖືກ ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ກັກ ຕົວໃນຄັ້ງວັນທີ 19 ກັນຍາ 2017 ໃນຂໍ້ຫາທໍາຮ້າຍຮ່າງກາຍ ແລະ ຖືກສານຕັດສິນລົງໂທດຕັດອິດສະຫຼະພາບ ຈຳຄຸກ 1 ປີ 6 ເດືອນ ປັບໃໝ 1.000.000 ລ້ານກີບ ແລະ ໃຊ້ແທນຄ່າ ເສຍຫາຍທາງແພ່ງ ຈຳນວນ 12.900.000 ກີບ ແລະ 40.689 ບາດ. ຫຼັງຈາກພົ້ນໂທດແລ້ວຈຶ່ງໄດ້ ນໍາຕົວ ທ້າວ ວິລະວັດ ມອບຄືນໃຫ້ເຈົ້າໜ້າທີ່ຕໍາຫຼວດ ແຂວງອຸບົນລາຊະທານີ ເປັນຜູ້ຄຸ້ມຄອງຕໍ່ໄປ.