ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ຢູ່ນະຄອນຫຼວງວຽງຈັນ ໃນແຕ່ລະວັນເພີ່ມຂຶ້ນນັ້ນ ກໍຍ້ອນນັກຂັບຂີ່ສ່ວນຫຼາຍ ຍັງຝືນດື້ລະເມີດກົດລະບຽບຈະລາຈອນ ດ້ວຍຫຼາຍວິທີເປັນຕົ້ນ ແມ່ນ: ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວເກີນກໍານົດ, ແຊງບໍ່ຮັບປະກັນ; ຂັບຂີ່ລົດບໍ່ຖືກຊ່ອງທາງຈະລາຈອນ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ປ່ຽນທິດທາງການສັນຈອນກະທັນຫັນ, ບໍ່ປ່ອຍສິດ ແລະອື່ນໆ ເຊິ່ງບັນຫາເຫຼົ່ານີ້ແມ່ນບັນຫາຫຼັກທີ່ພາໃຫ້ເກີດອຸບັດຕິເຫດຢູ່ຕາມທ້ອງຖະໜົນ; ພຽງອາທິດດຽວ (10-16 ກັນຍາ 2019) ຢູ່ ນວ ມີນັກຂັບຂີ່ລະເມີດກົດລະບຽບຈະລາຈອນ 400 ກວ່າຄົນ.

ນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ນວ
ນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ນວ

ໃນລະຫວ່າງວັນທີ 10-16 ກັນຍາ 2019 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ລົງກວດກາພາຫະນະ, ອອກອາທິດສັນຈອນ, ຈັບຄວາມໄວ; ກວດທາດເຫຼົ້າຢູ່ຕາມເສັ້ນທາງຕ່າງໆພາຍໃນນະຄອນຫຼວງວຽງຈັນ ພົບເຫັນນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ທັງໝົດ 416 ຄົນ ຍິງ 124 ຄົນ; ໃນນັ້ນ, ສຶກສາອົບຮົມຜູ້ລະເມີດກົດລະບຽບກັບທີ່ໄດ້ 309 ຄົນ ຍິງ 92 ຄົນ, ຂຽນໃບສັ່ງໃຫ້ 107 ຄົນ ຍິງ 27 ຄົນ, ກັກເອກະສານຜູ້ລະເມີດ ໄດ້ 100 ໃບ ແລະ ກັກລົດໄດ້ ທັງໝົດ 7 ຄັນ.

ນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ນວ
ນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ນວ

ນອກຈາກນີ້, ຍັງມີນັກຂັບຂີ່ອີກຈໍານວນຫຼວງຫຼາຍ ທີ່ເຈົ້າໜ້າທີ່ບໍ່ສາມາດກວດພົົບ ຍ້ອນວ່ານັກຂັບຂີ່ເຫຼົ່ານັ້ນຮູ້ດີຢູ່ແກ່ໃຈວ່າຕົນເອງລະເມີດກົດລະບຽບຈະລາຈອນ ແລ້ວຫາວິທີທາງລົບຫຼີກເຈົ້າໜ້າທີ່ ທີ່ປະຈໍາຢູ່ຕາມປ້ອມຕາມເສັ້ນທາງຕ່າງໆ. ເຊິງບັນຫາການລະເມີດຂອງນັກຂັບຂີ່ທີ່ກ່າວມານີ້ ສ່ວນຫຼາຍມັກຈະພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ເຊິ່ງສະແດງອອກໃນອາທິດດຽວທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ ທັງໝົດ 13 ຄັ້ງ, ພາຫະນະເປ່ເພ ທັງໝົດ 25 ຄັນ; ຄົນໄດ້ຮັບບາດເຈັບ 23 ຄົນ ແລະ ເສຍຊີວິດ 1 ຄົນ; ຕໍ່ກັບຜູ້ເສຍຊີວິດເຫດເກີດເມືອເວລາ 15:00 ໂມງ ຂອງວັນທີ 10 ກັນຍາ 2019 ເກີດເຫດລົດຈັກຕໍາລົດ ຍົນຢູ່ຖະໜົນເລກທີ 11 ເຂດບ້ານໃໝ່ເຮັດໃຫ້ ນາງ ຈ່ອຍ ອາຍຸ 32 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ທີ່ເປັນຜູ້ຊ້ອນທ້າຍເສຍຊີວິດຄາທີ່; ຈາກອຸບັດຕິເຫດທີ່ເກີດຂຶ້ນສ້າງຜົນເສຍຫາຍເປັນເງິນ 228.000.000 ກີບ.