ໃນເດືອນສິງຫາ ຜ່ານມາ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 458 ຄັ້ງ, ພາຫະນະເປ່ເພ ທັງໝົດ 820 ຄັນ, ຄົນໄດ້ຮັບບາດເຈັບ 711 ຄົນ ແລະ ເສຍຊີວິດທັງໝົດ 92 ຄົນ; ໃນນີ້, ອຸບັດຕິເຫດລົດບັນທຸກປີ້ນເອງມີຜູ້ເສຍຊີວິດຫຼາຍກວ່າໝູ່, ສ່ວນລົດຈັກຕໍາລົດຈັກມີຜູ້ເສຍຊີວິດເປັນອັນດັບສອງ.

ລົດບັນທຸກປີ້ນເອງ
ລົດບັນທຸກປີ້ນເອງ

ຕາມສະຖິຕິອຸບັດຕິເຫດທົ່ວປະເທດ ປະຈໍາເດືອນ ສິງຫາ 2019 ຂອງກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສະຫຼຸບໄວ້ວ່າ:

ໃນເດືອນສິງຫາຜ່ານມາ ມີອຸບັດຕິເຫດເກີດຂຶ້ນ ແລະ ມີຜູ້ເສຍຊີວິດຢ່າງຫຼວງຫຼາຍ ຍ້ອນນັກຂັບຂີ່ສ່ວນໃຫຍ່ຝ່າຝືນ ກົດລະບຽບຈະລາຈອນ ສະແດງອອກ ຄື: ໃນທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 458 ຄັ້ງ, ພາຫະນະເປ່ເພທັງໝົດ 820 ຄັນ, ຄົນໄດ້ຮັບບາດເຈັບ 711 ຄົນ ແລະ ເສຍຊີວິດ ທັງໝົດ 92 ຄົນ ລວມມູນຄ່າເສຍຫາຍ ທັງໝົດ 7.269.246. 000 ກີບ; ຈາກອຸບັດຕິເຫດທີ່ເກີດຂຶ້ນນັ້ນມີພາຫະນະທີ່ຮ່ວມເກີດຫຼາຍປະເພດ ຄື: ລົດບັນທຸກປິ້ນເອງ ເກີດຂຶ້ນ 18 ຄັ້ງ ມີຜູ້ເສຍຊີວິດ 15 ຄົນ, ລົດ ຈັກຕໍາລົດຈັກເກີດຂຶ້ນ 100 ຄັ້ງ ມີຜູ້ເສຍຊີວິດ 8 ຄົນ, ລົດຈັກຕໍາລົດບັນທຸກ 129 ຄັ້ງ ເສຍຊີວິດ 6 ຄົນ, ລົດບັນທຸກ ຕໍາຄົນຍ່າງເກີດຂຶ້ນ 10 ຄັ້ງ ເສຍຊີວິດ 3 ຄົນ, ລົດຈັກຕໍາຄົນຍ່າງເກີດຂຶ້ນ 17 ຄັ້ງ ເສຍຊີວິດ 2 ຄົນ ແລະອື່ນໆ ເກີດຂຶ້ນ 52 ຄັ້ງ ເສຍຊີວິດ 2 ຄົນ ຕໍ່ກັບບັນຫາທີ່ພາໃຫ້ເກີດອຸບັດຕິ ເຫດແລ້ວພາໃຫ້ເສຍຊີວິດນັ້ນ ສ່ວນຫຼາຍແມ່ນຍ້ອນນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ດ້ວຍການດື່ມສິ່ງມຶນເມົາແລ້ວຂັບຂີ່ ທັງໝົດ 126 ຄົນ, ໃຊ້ຄວາມໄວເກີນ 60 ຄັນ, ປ່ຽນທິດທາງການສັນຈອນບໍ່ຖືກຕາມກົດລະບຽບຈະລາຈອນ 84 ຄັນ, ຊິງບໍ່ຮັບປະ ກັນ 27 ຄັນ, ບໍ່ປ່ອຍສິດ 86 ຄັນ, ເຕັກ ນິກບໍ່ຮັບປະກັນ 9 ຄັນ, ລ່ວງປ້າຍຫ້າມ 14 ຄັນ ແລະອື່ນໆ 52 ຄັນ.

ລົດບັນທຸກປີ້ນເອງ
ລົດບັນທຸກປີ້ນເອງ

ຈາກບັນຫາອຸບັດຕິເຫດທີ່ເກີດຂຶ້ນນັ້ນ, ຄະນະກົມຕໍາຫຼວດຈະລາຈອນ ຈະສືບຕໍ່ຊີ້ນໍາ-ນໍາພາກໍາລັງຕໍາຫຼວດຈະ ລາຈອນ ໃນທົ່ວປະເທດ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ ໂດຍລົງອາທິດຈະລາຈອນ, ກວດກາລົດ ຕາມສາຍທາງ, ຈັບຄວາມໄວ, ແທກທາດເຫຼົ້າຢູ່ຕາມເສັ້ນທາງສໍາຄັນຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອສຶກສາອົບຮົມເປົ້າໝາຍ ທີ່ລະເມີດກົດລະບຽບການສັນຈອນ; ນອກນີ້, ຍັງຈະຊີ້ນໍາໃຫ້ບັນດາແຂວງລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນຢູ່ຕາມໂຮງຮຽນ, ໂຮງຈັກ-ໂຮງງານ, ສໍານັກງານ-ອົງການພາກລັດ ແລະ ເອກະຊົນ, ບັນດາກຸ່ມບ້ານ ແລະ ບ້ານຕ່າງໆຢ່າງເປັນປົກກະຕິ ເພື່ອເຮັດໃຫ້ປະຊົນເຫຼົ່ານັ້ນຮັບຮູ້, ເຂົ້າໃຈຕໍ່ກົດລະບຽບການສັນຈອນ ສາມາດນໍາໄປໝູນ ໃຊ້ເຂົ້າໃນການຂັບຂີ່ລົດ ແນໃສ່ຫຼີກລ້ຽງ ບັນຫາເກີດອຸບັດຕິເຫດຕາມມາຕາມທ້ອງຖະໜົນທີ່ອາດຈະເກີດຂຶ້ນ.