ສະພາບຊິງຊັບພົນລະເມືອງຢູ່ນະຄອນຫຼວງວຽງຈັນ (ນວ) ເປັນໜຶ່ງປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນ ໄດ້ສ້າງຄວາມ ບໍ່ສະຫງົບໃນສັງຄົມ, ໃນລະຫວ່າງວັນທີ 10-16 ກັນຍາ 2019 ມີ ຄະດີ ຊິງຊັບ ພົນລະເມືອງເກີດຂຶ້ນ 4 ຄັ້ງ, ໃນນີ້, ດຶງ ກະເປົາ 3 ຄັ້ງ ແລະ ດຶງສາຍຄໍຄຳ 1 ຄັ້ງ ຜົນເສຍຫາຍ ລວມມີ: ໂທລະສັບ 3 ເຄື່ອງ, ຄໍາຮູບປະພັນ 1 ບາດ, ເງິນ 3 ລ້ານກີບ, 40 ໂດລາ ແລະ ເຄື່ອງ ອື່ນໆອີກຈໍານວນໜຶ່ງ.

ຄະດີ ຊິງຊັບ ພົນລະເມືອງເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ
ຄະດີ ຊິງຊັບ ພົນລະເມືອງເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ຄະດີ ຊິງຊັບເກີດຂຶ້ນດັ່ງລຸ່ມນີ້:

  • ເວລາປະມານ 14:20 ໂມງ ຂອງວັນທີ 10 ກັນຍາ, ນາງ ການຈະນາ ອາຍຸ 19 ປີ ຢູ່ບ້ານຂົວຫຼວງ ເມືອງຈັນທະບູລີ ໄດ້ຂັບຂີ່ລົດຈັກອອກຈາກມະຫາວິທະຍາໄລແຫ່ງຊາດ ເພື່ອກັບບ້ານ ເມື່ອຂັບລົດມາຮອດເຂດບ້ານດອນແດງ ເມືອງຈັນບູລີ ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກ ຮອນດ້າ MSX ສີສົ້ມ ບໍ່ມີປ້າຍທະບຽນ ມາຕາມຫຼັງ ແລ້ວດຶງກະເປົ້າຂອງຜູ້ກ່ຽວຫຼົບໜີ, ໃນກະເປົາມີໂທລະ ສັບ 1 ເຄື່ອງ ແລະ ອຸປະກອນການຮຽນຈຳນວນໜຶ່ງ.
  • ເວລາປະມານ 19:30 ໂມງ ຂອງວັນທີ 13 ກັນຍາ, ມີຄົນຮ້າຍ 1 ຄົນ ຂັບຂີ່ລົດຈັກ ຮອນດ້າ MSX ບໍ່ມີປ້າຍທະບຽນ ໄປດຶງກະເປົາ ຂອງທ້າວ ເບີຣນາຣ ກຣາຍເມຣ ອາຍຸ 69 ປີ ສັນຊາດຝຣັ່ງ ພັກເຊົາຢູ່ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ທີ່ຍ່າງອອກກຳລັງກາຍຢູ່ເສັ້ນທາງເຂດບ້ານສີດຳດວນ ເມືອງຈັນທະບູລີ ໃນກະເປົາມີ ໂທລະ ສັບ 1 ເຄື່ອງ, ພາເວີແບ້ງ 1 ເຄື່ອງ ແລະ ເງິນ 1.000.000 ກີບ.
  • ໃນວັນທີ 13 ກັນຍາ, ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກຮອນດ້າ ຊູເມີເອັກ ສີແດງ ບໍ່ມີປ້າຍທະບຽນ ດຶງສາຍຄໍຄຳ ໜັກ 1 ບາດ ຢູ່ເຂດບ້ານສະພານທອງ ເມືອງສີສັດຕະນາກ ແລະ ໃນວັນດຽວກັນ ມີຄົນຮ້າຍ 2 ຄົນ ດຶງກະເປົາຂອງນາງ ທັນວາ ອາຍຸ 25 ປີ ພັກເຊົາຢູ່ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ຜົນເສຍຫາຍ ມີເງິນ 2.000.000 ກີບ ເງິນໂດລາ 40 ໂດລາ, ຕຸ້ມຫູຄຳຝຣັ່ງ 1 ຄູ່ ໂທລະສັບ 1 ເຄື່ອງ ແລະ ບັດ ATM.
ຄະດີ ຊິງຊັບ ພົນລະເມືອງເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ
ຄະດີ ຊິງຊັບ ພົນລະເມືອງເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ

ໃນໂອກາດດຽວກັນນີ້, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງປະຊາຊົນ ຈົ່ງເພີ່ມສະຕິໃນການຮັກສາຊັບສິນຂອງຕົນ ໂດຍສະເພາະຜູ້ຍິງທີ່ຂີ່ລົດໄປຕາມເສັັ້ນທາງ ຄວນມ້ຽນກະເປົາໃຫ້ດີ ເພື່ອບໍ່ໃຫ້ເປັນຊ່ອງວ່າງຕໍ່ກຸ່ມຄົນບໍ່ດີສວຍໂອກາດຊິງຊັບ.

ຄະດີ ຊິງຊັບ ພົນລະເມືອງເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ
ຄະດີ ຊິງຊັບ ພົນລະເມືອງເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ