ໃນທ້າຍຂອງເດືອນກັນຍາ ທີ່ຜ່ານມາ, ປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 53 ເລື່ອງ ຄະດີເກີດຂຶ້ນຫຼາຍກວ່າໝູ່ ແມ່ນລັກຊັບພົນລະເມືອງ ມີ 25 ເລື່ອງ ສ່ວນຫຼາຍແມ່ນລັກລົດຈັກ. ໃນນີ້, ມີລົດຈັກເສຍ 23 ຄັນ, ຄຳຮູບ ປະ ພັນ 11 ບາດ, ເງິນ 15.400.000 ກີບ ແລະ ເຄື່ອງມີຄ່າຈໍານວນໜຶ່ງ ໂດຍເຫດການຕ່າງໆເກີດຂຶ້ນດັ່ງລຸ່ມນີ້.

  • ໃນວັນທີ 19 ກັນຍາ, ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກ (ບໍ່ຈື່ຍີ່ຫໍ້) ເຂົ້າໄປລັກເອົາລົດຈັກຢູ່ເຮືອນຂອງນາງ ໄພລິນ ອາຍຸ 45 ປີ ຢູ່ບ້ານໂພນໄຊ ເມືອງໄຊເສດຖາ ລົດຈັກຍີ່ຫໍ້ BMW ສີຕັບໝູ ໝາຍເລກທະບຽນ ລມ 3725 ກຳແພງນະຄອນ ທີ່ຈອດໄວ້ໜ້າເຮືອນຂອງຜູ້ກ່ຽວ.
  • ໃນເວລາ 8:30 ໂມງ ຂອງວັນທີ 24 ກັນຍາ, ຄົນຮ້າຍງັດເຂົ້າເຮືອນຂອງນາງ ສົມປອງ ອາຍຸ 42 ປີ ຢູ່ບ້ານໂພເງິນ ເມືອງຫາດຊາຍຟອງ ຜົນເສຍຫາຍມີ: ຄຳຮູບປະພັນ 11 ບາດ, ສາຍແອວທອງນາກ 1 ເສັ້ນ ໜັກ 6 ບາດ, ເງິນ 400.000 ກີບ, ໂທລະສັບ 3 ເຄື່ອງ ຍີ່ຫໍ້ໄອໂຟນ 6 ຈຳນວນ 2 ເຄື່ອງ ແລະ ໄອໂຟນ 5c.
  • ວັນທີ 25 ກັນຍາ, ຄົນຮ້າຍໄປລັກລົດຈັກຢູ່ເຮືອນຂອງທ້າວ ພອນປະເສີດ ອາຍຸ 29 ປີ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ລົດຈັກຍີ່ຫໍ້ HONDA CLICK-I ສີດໍາ ໝາຍ ເລກທະບຽນ ດຈ 7171 ກຳແພງນະຄອນ.
  • ວັນທີ 28 ກັນຍາ, ເວລາປະມານ 1:00 ໂມງ ຄົນຮ້າຍລັກລົດຈັກ ຍີ່ຫໍ້ HONDA CLICK-I ສີສົ້ມດໍາໝາຍເລກທະບຽນ 0044 ກຳແພງນະຄອນ ຂອງນາງ ພະສະໄໝ ອາຍຸ 25 ປີຢູ່ຫ້ອງພັກເຊົ່າຂອງຜູ້ກ່ຽວຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ
  • ໃນວັນທີ 29 ກັນຍາ, ເວລາປະມານ 3:00 ໂມງ ຄົນຮ້າຍບໍ່ຮູ້ຈໍານວນ ເຂົ້າລັກງັດຮ້ານຂາຍເຄື່ອງຂອງ ທ້າວ ຈູຊິນເຊຍ ອາຍຸ 45 ປີ ສັນຊາດຈີນ ຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ຜົນເສຍຫາຍມີ: ເງິນ 15.000.000 ກີບ, 60.000 ບາດ ແລະ 6.000 ຢວນ, ໂທລະສັບ 1 ເຄື່ອງ.

ນອກຈາກຄະດີລັກຊັບແລ້ວ, ຍັງມີຄະດີຊິງຊັບພົນລະເມືອງ 2 ເລື່ອງ, ທຳຮ້າຍຮ່າງກາຍ 1 ເລື່ອງ, ທຳລາຍຊັບ 1 ເລື່ອງ. ຈາກສະພາບການດັ່ງກ່າວ, ເຈົ້າໜ້າທີ່ສາມາດແກ້ໄຂ ແລະ ຕິດຕາມຈັບຕົວຜູ້ກະທໍາຜິດຈາກຄະດີທີ່ຜ່ານມາ ແລະ ຄະດີທີ່ເກີດຂຶ້ນໃນທ້າຍເດືອນກັນຍານີ້ ໄດ້ຈຳນວນ 100 ຄົນ ຍິງ 11 ຄົນ ແລະ ເກັບກູ້ຂອງກາງໄດ້ມີ: ຢາບ້າ 25.525 ເມັດ, ເງິນບາດ 550.000 ບາດ, ລົດຈັກ 12 ຄັນ, ຢາໄອສ໌ 1 ກິໂລກຼາມ, ຖັງແກັດ 1 ຖັງ ແລະ ປືນສັ້ນ 1 ກະບອກ.