ກອງກໍ່ສ້າງ-ສ້ອມແປງ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າກອງກໍ່ສ້າງ-ສ້ອມແປງ ລະຫວ່າງ ພັທ ພູທອນ ພົນໂພສີລາຫົງ ( ຜູ້ເກົ່າ ) ແລະ ພັທ ນາງ ສີວຽງທອງ ທີລະສັກ ( ຜູ້ໃໝ່ ) ຈັດຂຶ້ນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ມີ ຄະນະພັກ-ຄະນະນຳ ອ້ອມຂ້າງ ກົມໃຫຍ່ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ຫົວໜ້າກອງກໍ່ສ້າງ-ສ້ອມແປງ ( ຜູ້ເກົ່າ ) ໄດ້ສະຫຼຸບຜົນງານ ການເຄື່ອນໄຫວນຳພາ-ບັນຊາວິຊາສະເພາະ ຕະ ຫຼອດໄລຍະເວລາ ທີ່ຜ່ານມາ ວ່າ:

ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ສ້າງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ປະຕິບັດໄດ້ໂຄງການສ້ອມແປງ ຫ້ອງການກອງກໍ່ສ້າງ-ສ້ອມແປງ ໂດຍໃຊ້ທຶນຂອງພາກລັດ 62, ໄດ້ມີກຳໄລເຂົ້າກອງ ຈຳນວນ 115 ລ້ານກວ່າກີບ, ໄດ້ຈັດຕັ້ງປະຕິບັດ ໂຄງການກໍ່ສ້າງ-ສ້ອມແປງ ມີ 9 ໂຄງການ ( ພາກ 62 ) ແລະ 1 ໂຄງການ ( ພາກ 67 ), ສາມາດສ້າງຜົນກຳໄລໄດ້ 400 ລ້ານກວ່າກີບ ພ້ອມທັງມອບ-ຮັບໜ້າທີ່ໃຫ້ຜູ້ໃໝ່ ເພື່ອສືບຕໍ່ເຮັດໜ້າທີ່ນຳພາ-ບັນຊາ ກອງກໍ່ສ້າງ-ສ້ອມແປງ ໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ.

ຕອນທ້າຍ, ພົຈວ ກິແກ້ວ ເນົາວະ ລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ຜົນງານການເຄື່ອນໄຫວຂອງ ກອງກໍ່ສ້າງ-ສ້ອມແປງ ກົມໃຫຍ່ພະລາທິການ ປກສ ໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໜັກໃຫ້ ຫົວໜ້າກອງກໍ່ສ້າງ-ສ້ອມແປງ ຜູ້ໃໝ່ ຈົ່ງພ້ອມກັນເປັນເຈົ້າການ ແລະ ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ, ພ້ອມກັນສຸມທຸກເຫື່ອແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປ ຢ່າງບໍ່ຢຸດຢັ້ງ.