ປກສ ນວ ປະກາດເລື່ອນຊັ້ນໃຫ້ ພະນັກງານ-ນັກຮົບ

0
1334
ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ ພະນັກງານ-ນັກຮົບ ຈໍານວນ 61 ສະຫາຍ ຍິງ 5 ສະຫາຍ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂ ໃນວັນທີ 8 ຕຸລາ 2019, ເຊິ່ງປະດັບຊັ້ນໂດຍ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ, ມີ ຄະນະພັກ-ຄະນະບັນຊາ, ຄະນະພະແນກ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ຮ້ອຍເອກ ຂຶ້ນ ພັນຕີ 30 ສະຫາຍ ຍິງ 2 ສະຫາຍ

ພັທ ສຸກພະຈັນ ບຸດດາຄໍາ ຮອງຫົວໜ້າກອງບັນຊາການ ປກສ ນວ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ ພະນັກງານ-ນັກຮົບ ຂອງ ກອງບັນຊາການ ປກສ ໂດຍໃນນີ້ໄດ້ຕົກລົງເລື່ອນຊັ້ນ ດັ່ງນີ້:

ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 30 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 15 ສະຫາຍ ຍິງ 2 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 10 ສະຫາຍ ຍິງ 1 ສະຫາຍ
  • ສິບຕີ ຂຶ້ນ ສິບໂທ 2 ສະຫາຍ
ຮ້ອຍຕີ ຂຶ້ນ ຮ້ອຍໂທ 15 ສະຫາຍ ຍິງ 2 ສະຫາຍ

ພົຈວ ບຸບຜາ ສີພົມມາ ໄດ້ເນັ້ນໃຫ້ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ, ຮັກສາມູນເຊື້ອອັນດີງາມ, ບຸກບືນ ແລະ ຫ້າວຫັນໃສ່ທຸກຂົງເຂດວຽກງານ ເຮັດໃຫ້ການຈັດຕັ້ງມີຄວາມເຊື່ອໝັ້ນ, ມີສະຕິ ແລະ ເຄົາລົບຕໍ່ການຈັດຕັ້ງ, ເຂັ້ມງວດໃນການປະຕິບັດລະບຽບວິໄນ ແລະ ຈໍາແນກໄດ້ມິດສັດຕູໄດ້ຢ່າງຈະແຈ້ງ ພ້ອມທັງຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ເປັນແບບຢ່າງທີ່ດີໃຫ້ກັບ ພະນັກງານ-ນັກຮົບ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 9 ຕຸລາ 2019, ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂ ຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2074/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການປ້ອງກັນສູນກາງ; ໃນນັ້ນ, ລັດຖະມົນຕີກະຊວງ ປກສ ຕົກລົງເລື່ອນຊັ້ນ ດັ່ງນີ້:

ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ
  • ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 14 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 14 ສະຫາຍ ຍິງ 3 ສະຫາຍ

ເຊິ່ງປະດັບຊັ້ນໂດຍ ພັອ ຄຳເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ໂດຍມີບັນດາຄະນະກົມ-ກົມກອງອ້ອມຂ້າງ ເຂົ້າຮ່ວມ.

ປະດັບຊັ້ນໂດຍ ພັອ ຄຳເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ

ພ້ອມກັນນັ້ນ, ຍັງໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວຊີ້ນຳ-ນຳພາວຽກງານຂອງ ອົງຄະນະພັກກອງບັນຊາການປ້ອງກັນສູນກາງ ປະຈຳໄຕມາດ III ( ເດືອນກໍລະກົດ-ກັນຍາ ) ແລະ ທິດທາງປະຈຳໄຕມາດ IV ( ເດືອນຕຸລາ-ທັນວາ ) 2019, ເຊິ່ງຜ່ານມາ ໄດ້ຊີ້ນໍາ-ນຳພາ ພະນັກງານ-ນັກຮົບ ເຄື່ອນໄຫວເຮັດວຽກງານປ້ອງກັນການນຳພັກ-ລັດ, ແຂກຂັ້ນສູງ, ບັນດາສຳນັກງານ-ອົງການ, ກອງປະຊຸມລະດັບຊາດ-ສາກົນ ແລະ ງານບຸນປະເພນີສຳຄັນຕ່າງໆ ທີ່ພັກ-ລັດຈັດຂຶ້ນ ໃຫ້ເປັນລະບຽບຮຽບຮ້ອຍດີ.