ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2019 ຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ຕຸລານີ້, ບັນດາມວນຊົນ ທົ່ວນະຄອນຫຼວງວຽງຈັນ ແລະ ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈະເຂົ້າມາທ່ຽວຊົມເປັນຈໍານວນຫຼວງຫຼາຍ, ໃນແຕ່ລະປີຈະເຫັນກັນເປັນປະຈໍາບັນຫາການລະເມີດລະບຽບຕ່າງໆຂອງແຈ້ງການທີ່ເຈົ້າໜ້າທີ່ກໍານົດໄວ້ ໂດຍສະເພາະແມ່ນການກໍ່ອາລະວາດຕີກັນ, ມີອາວຸດຕ້ອງຫ້າມ ເຂົ້າໃນງານບຸນ, ຫຼິ້ນການພະນັນ, ດື່ມສິ່ງມຶນເມົາເກີນກໍານົດ, ວາງສະແດງສິນຄ້າໃສ່ເຂດສະຫງວນ ແລະອື່ນໆ.

ບັນຫາດັ່ງກ່າວນີ້, ໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ງານບຸນດັ່ງກ່າວຕະ ຫຼອດມາ ແລະ ເປັນບັນຫາຊໍ້າເຮື້ອມາທຸກໆປີ; ບາງຄົນກໍໃຫ້ທັດສະນະວ່າ: ພາຍໃນງານບຸນທຸກໆປີຈະສັງເກດເຫັນໄດ້ວ່າ ການວາງສະແດງສິນຄ້າຍັງມີການວາງຂາຍປະເພດເຄື່ອງຄົວເຮືອນ ເປັນຕົ້ນແມ່ນມີດ-ພ້າ; ນອກນີ້, ຍັງມີການວາງຂາຍສາຍແອວທຸກຊະນິດ, ຍິ່ງໄປກວ່ານັ້ນ, ຍັງມີວົງດົນຕີ, ບູດຂາຍເຫຼົ້າ-ເບຍ, ຮ້ານອາຫານ ແລະ ເຄື່ອງດື່ມ ເຮັດໃຫ້ຄົນທີ່ມາທ່ຽວງານດັ່ງກ່າວດື່ມສິ່ງມຶນເມົາເກີນຂອບເຂດ ແລ້ວກໍ່ເຫດອາລະວາດຕີກັນ.

ແຕ່ວ່າການດື່ມກິນກໍແມ່ນສິດທິຂອງສ່ວນບຸກຄົນ, ເຊິ່ງເປັນບັນຫາທີ່ຈະບໍ່ສາມາດກີດກັ້ນ ຫຼື ຫວງຫ້າມກັນໄດ້ ແຕ່ການທີ່ຈະດື່ມສິ່ງມຶນເມົາ ກໍຄວນມີສະຕິດື່ມໃຫ້ພໍດີພໍງາມ ເພື່ອຄວາມມ່ວນຊື່ນ ແລະ ສິ່ງສໍາຄັນ ກໍເພື່ອຄວາມປອດໄພໃນເວລາຂັບຂີ່ຍານພາຫະນະ.

ບາງທັດສະນະກໍເວົ້າວ່າ:

ຕໍ່ກັບກຸ່ມຄົນທີ່ຖື ແລະ ຊຸກເຊື່ອງອາວຸດຕ່າງໆ ເຂົ້າໄປໃນງານບຸນ ສ່ວນຫຼາຍແມ່ນກຸ່ມໄວລຸ້ນຄຶກຄະນອງ, ບາງຄົນກໍຊຸກເຊື່ອງມີດນ້ອຍ, ຄັດເຕີ ເຂົ້າໄປໃນງານ ເພື່ອໃຊ້ແຫກກະເປົາຂອງຜູ້ຄົນທີ່ມາທ່ຽວພາຍໃນງານ.

ພັທ ຊຽງພັນ ອິນທະປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ທັງເປັນຮອງຫົວໜ້າອະນຸກໍາມະການປ້ອງກັນ ບຸນອອກພັນສາ ແລະ ບຸນຊ່ວງເຮືອ ທ່າວັດຈັນ ກ່າວວ່າ:

ເພື່ອເຮັດໃຫ້ງານບຸນດັ່ງກ່າວ ດໍາເນີນໄປດ້ວຍບັນຍາກາດແຫ່ງຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເບີກບານມ່ວນຊື່ນ, ຮັບປະກັນລັກສະນະຊາດ, ຄວາມສະອາດສວຍງາມ, ສ້າງເງື່ອນໄຂໃຫ້ແກ່ການໂຄສະນາສິນຄ້າ, ດຶງດູດນັກທ່ອງທ່ຽວ, ນັກລົງທຶນເຂົ້ານະຄອນຫຼວງວຽງຈັນ ຜູ້ທີ່ເຂົ້າມາວາງສະແດງສິນຄ້າ ແລະ ຜູ້ທີ່ເຂົ້າມາທ່ຽວງານ ຕ້ອງເຂັ້ມງວດປະຕິບັດຕາມຂໍ້ຫ້າມດັ່ງນີ້:

1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບ ແບບທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ.

2. ຫ້າມວາງສິ່ງຂອງຕ້ອງຫ້າມ ແລະ ຫ້າມຖືອາວຸດເສິກທຸກປະເພດເຂົ້າໄປໃນງານບຸນ ໂດຍເດັດຂາດ ເຊັ່ນ: ປືນ, ມີດ,ງ້າວ, ດາບ, ຂວັນ, ສະນັບມື, ສາຍແອວຫົວໃຫ່ຍ ແລະອື່ນໆ.

3. ຫ້າມຂາຍ ແລະ ຈຸດໝາກກະໂພກ, ບັ້ງໄຟດອກ, ບັ້ງໄຟພຸ ທຸກຊະນິດນັບທັງໂຄມໄຟລອຍຟ້າ ຢ່າງເດັດຂາດ.

4. ຫ້າມຂາຍ ແລະ ນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດຕໍ່ລະບົບປະສາດທຸກໆຊະນິດ ເຂົ້າໄປໃນງານບຸນຢ່າງເດັດຂາດ.

5. ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນາທໍາທີ່ລາມົກ, ອານາຈານ ສ້າງຄວາມເຊື່ອມເສຍເຖີງວັດທະນາທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ເຂົ້າໄປໃນງານບຸນຢ່າງເດັດຂາດ ເຊັ່ນ: ແຜ່ນຊີດີ, ຮູບພາບ, ປື້ມວາລະສານ ແລະອື່ນໆ.

6. ຫ້າມນໍາເອົາສິນຄ້າທີ່ບໍ່ມີຄຸນນະພາບ, ບໍ່ໄດ້ມາດຖານ, ສິນຄ້າໝົດອາຍຸ, ສິນຄ້າລອກຮຽນແບບ ຫຼື ສິນຄ້າທີ່ບໍ່ໄດ້ຜ່ານການກວດກາ ກໍຄືບໍ່ໄດ້ຮັບອະນຸຍາດຈາກກໍາມະການຈັດງານບຸນ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າໄປວາງຂາຍໃນງານບຸນຢ່າງເດັດຂາດ.

7. ຫ້າມຫຼິ້ນການພະນັນທຸກປະເພດ, ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ກັກຕົວນໍາໄປພັກຜ່ອນ.

8. ການຄົບງັນມ່ວນຊື່ນ, ການຮ້ອງເພງ, ນັບທັງຫົວໜ່ວຍບໍລິການບັນເທີງ, ຮ້ານຂາຍເຄື່ອງສຽງ, ຂາຍຊີດີ ແລະ ບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດຕ່າງໆທີ່ມາວາງສະແດງ, ຂາຍສິນຄ້າ ແລະ ເຮັດການໂຄສະນາຕ່າງໆ ຕ້ອງເວົ້າພາສາລາວ, ຮ້ອງເພັງລາວ ແລະ ເປີດເພງລາວ.

9. ການວາງສະແດງ ແລະ ຂາຍສິນຄ້າ ທຸກປະເພດຕ້ອງຕິດລາຄາເປັນເງິນກີບ ແລະ ການຊື້-ຂາຍ ຕ້ອງຈ່າຍເປັນກີບ.

10. ຫ້າມວາງສະແດງ ແລະ ຂາຍສິນຄ້າ ໃສ່ເຂດສະຫງວນທີ່ທາງຄະນະກໍາມະການຈັດງານບຸນໄດ້ກໍານົດໄວ້ ເຊັ່ນ: ສວນຫຍ້າ, ສວນດອກໄມ້, ເສັ້ນທາງ, ຫ້າມຢຽບຫ້ຍາ, ຢຽບດອກໄມ້, ທໍາລາຍສິ່ງຂອງໃນສວນສາທາລະນະ ແລະ ຕາມຖະໜົນຫົນທາງ.

ຖ້າຫາກມີການລະເມີດດັ່ງທີ່ກ່າວມາຂ້າງເທິງ ຫຼື ກວດກາພົບເຫັນ ຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ທ່ານ ຮອງຫົວໜ້າອະນຸກໍາມະການປ້ອງກັນບຸນອອກພັນສາ ແລະ ບຸນຊ່ວງເຮືອທ່າວັດຈັນ ກ່າວຕື່ມວ່າ:

ຜູ້ທີ່ຈະມາວາງສະແດງ ແລະ ຜູ້ທີ່ຈະມາທ່ຽວງານບຸນ ຕ້ອງເອົາໃຈໃສ່ປະຕິບັດກົດລະບຽບ ຫຼື ຂໍ້ຫ້າມທີ່ວາງອອກຢ່າງເຂັ້ມງວດ ເພື່ອຄວາມເປັນລະບຽບຮຽບຮ້ອຍພາຍໃນງານບຸນ; ນອກນີ້, ຜູ້ທີ່ມີວັດຖຸມີຄ່າ ເປັນຕົ້ນແມ່ນ ສາຍຄໍ, ສາຍແຂນ, ສາຍແອວ ແລະອື່ນໆ ຄວນຮັກສາໄວ້ໃຫ້ດີ ແຕ່ດີແທ້ກໍບໍ່ຄວນໃສ່ມາ, ສ່ວນຜູ້ຍິງທີ່ມີຖົງພາຍ ຕ້ອງມີສະຕິລະວັງຕົວ ເພື່ອປ້ອງກັນບໍ່ໃຫ້ຖືກແຫກ-ຖືກດຶງ.

ສະນັ້ນ, ທຸກຄົນທີ່ມາທ່ຽວໃນງານບຸນ ຕ້ອງເປັນເຈົ້າການຮ່ວມກັນໃນການປະຕິບັດລະບຽບກົດໝາຍ, ກໍລະນີ ເຫັນຄົນທີ່ບໍ່ຫວັງດີ ມີຄວາມສ່ຽງທີ່ຈະກໍຄວາມບໍ່ສະຫງົບ ຕ້ອງຮີບຮ້ອນລາຍງານເຈົ້າທີ່ຢູ່ໃກ້ຄຽງຢ່າງຮີບດ່ວນ ເພື່ອແກ້ໄຂ ແລະ ຖ້າວ່າເຫດການທີ່ສາມາດຊ່ວຍສະກັດກັ້ນໄດ້ ກໍຄວນສະກັດກັ້ນ ເພື່ອບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນ.

ຢ່າງໃດກໍຕາມ, ຖ້າວ່າບັນດາມວນຊົນທີ່ມີຈຸດປະສົງຈະມາທ່ຽວງານບຸນຊ່ວງເຮືອ ຢູ່ທ່າວັດຈັນ ໃຫ້ເອົາໃຈໃສ່ປະຕິບັດຂໍ້ຫ້າມ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ ແລະ ເຊື່ອວ່າ ບັນຫາປະກົດການຫຍໍ້ທໍ້, ຄວາມບໍ່ເປັນລະບຽບຮຽບຮ້ອຍ ກໍຈະບໍ່ເກີດຂຶ້ນຢູ່ພາຍໃນງານດັ່ງກ່າວ ແລະ ຈະເຮັດໃຫ້ບັນດາມວນຊົນທີ່ເຂົ້າມາທ່ຽວຊົມ ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ.