ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ ປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ
ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ ປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ

ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ ຈັດຂຶ້ນໃນວັນທີ 10 ຕຸລາ 2019, ເປັນປະທານໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ; ເຂົ້າຮ່ວມມີ ທ່ານ ທອງຈັນ ໂຂງພູມມາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ 11 ເມືອງ, ຫົວໜ້າພະແນກກຳການອ້ອມຂ້າງແຂວງ ແລະ ໜ່ວຍປະຕິບັດງານຂອງແຂວງ ເຂົ້າຮ່ວມ.

ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງວ່າ: ພາຍຫຼັງທີ່ໄດ້ຮັບບັນດາຄໍາສັ່ງ, ຄໍາແນະນໍາ, ບົດແນະນໍາ ແລະ ແຈ້ງການຂອງສູນກາງພັກແລ້ວ ຄະນະປະຈໍາພັກແຂວງໄຊຍະບູລີ ໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເປັນຄໍາແນະນໍາຂອງຄະນະປະຈໍາພັກແຂວງ ແລະ ຈັດຕັ້ງເຜີຍແຜ່ສ້າງຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ເພື່ອເປັນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ໂດຍໄດ້ເຮັດເປັນ 5 ບາດກ້າວ ຄື: ບາດກ້າວກະກຽມ ແລະ ການກໍານົດແຜນການລົງຈັດຕັ້ງປະຕິບັດ, ກະກຽມດ້ານເອກະສານ, ບຸກຄະລາກອນ ແລະ ງົບປະມານ, ບາດກ້າວການລົງນໍາພາຕົວຈິງຢູ່ຂັ້ນເມືອງ ເພື່ອກຽມຄວາມພ້ອມໃນການດໍາເນີນກອງປະຊຸມໃຫຍ່ຂອງເມືອງ, ບາດກ້າວການດໍາເນີນກອງປະຊຸມທ້າຍສະໄໝ ແລະ ບັ້ນດໍາເນີນຊີວິດການເມືອງ, ບາດກ້າວດໍາເນີນກອງປະຊຸມໃຫຍ່ຂອງເມືອງຢ່າງເປັນທາງການ ແລະ ບາດກ້າວສະຫຼຸບຖອດຖອນບົດຮຽນລະຫວ່າງຄະ ນະຊີ້ນໍາຂັ້ນແຂວງ ແລະ ເມືອງ; ຮອດປັດຈຸບັນ ແຂວງໄຊຍະບູລີ ແມ່ນສໍາເລັດ ການດໍາເນີນກອງປະຊຸມອົງຄະນະພັກເມືອງແລ້ວ 2 ເມືອງ ຄື: ເມືອງພຽງ ແລະ ເມືອງຊຽງຮ່ອນ, ຜ່ານການດໍາເນີນກອງປະຊຸມ 2 ເມືອງຜ່ານມາເຫັນວ່າເປັນ ຕາມທິດຊີ້ນໍາຂອງຂັ້ນເທິງ.

ພ້ອມນີ້, ຍັງໄດ້ພ້ອມກັນສຸມສະຕິປັນຍາ ແລະ ເປັນເອກະພາບກັນຂຽນບົດບົດສໍາຫຼວດການນໍາພາລວມຂອງຄະນະພັກ, ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ໄດ້ ວາງທິດທາງແຜນການແຕ່ນີ້ຮອດປີ 2024 ແລະ ໄດ້ຄັດເລືອກເອົາບຸກຄະລາກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີປະສົບການ, ຜ່ານການລົງກໍ່ສ້າງຮາກຖານ, ເລືອກໄດ້ເພດ, ເຜົ່າ, ມີທັງຮຸ່ນໜຸ່ມນ້ອຍ ແລະ ຈາກຮາກຖານບ້ານ ເພື່ອປະກອບເຂົ້າໃນຄະນະບໍລິຫານງານຊຸດໃໝ່ຂອງແຕ່ລະເມືອງ; ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດ-ຄໍາເຫັນຕໍ່ການດໍາເນີນກອງປະຊຸມ 2 ເມືອງຜ່ານມາ ເພື່ອຈະເປັນບົດຮຽນໃນການດໍາເນີນກອງປະຊຸມຂອງເມືອງຕໍ່ໆໄປໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.