ປີນີ້ ເຮືອລີສອດປາກນໍ້າຄານ ເປັນເຈົ້າຄອງໜ້ານໍ້າທ່າວັດຈັນ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2019 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຈໍານວນເຮືອຊ່ວງເຂົ້າຊິງເປັນເຈົ້າໜ້ານໍ້າ 22 ລໍາ ໃນວັນທີ 14 ຕຸລາ 2019, ໃຫ້ກຽດມອບຂັນລາງວັນໂດຍ ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນໍາງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ, ໂດຍມີ ທ່ານ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ, ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີພະນັກງານການນຳ, ອາວຸໂສ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຊົມການແຂ່ງຂັນຢ່າງຄຶກຄື່ນ.

ການແຂ່ງຂັນເຮືອຊ່ວງ ເພື່ອຄອງເປັນເຈົ້າໜ້ານໍ້າຢູ່ທ່າວັດຈັນ ປີນີ້ມີເຮືອທັງໝົດ 22 ລໍາ ໃນນັ້ນເຮືອ 12 ສີພາຍ ລວມມີ 6 ລໍາ, ເຮືອປະເພນີຍິງ-ຊາຍ ແລະ ເຮືອສູດຊາຍ ລວມມີ ຈໍານວນ 19 ລໍາ, ໃນນີ້ເຮືອປະເພນີຊາຍ 6 ລໍາ, ເຮືອປະເພນີຍິງ 6 ລໍາ, ເຮືອສູດຊາຍ 7 ລໍາ.

ຜ່ານການແຂ່ງຂັນ ຜົນປະກົດວ່າ:

  • ເຮືອປະເພນີຊາຍ ຊະນະເລີດໄດ້ແກ່ ເຮືອລີສອດປາກນໍ້າຄານ ຮັບຂັນເງິນ 1 ກິໂລກຼາມ ພ້ອມເງິນຈໍານວນ 16 ລ້ານກີບ ລວມມູນຄ່າຈໍານວນ 31.660.000 ກີບ
  • ຮອງຊະນະເລີດແມ່ນ ເຮືອທະນາຄານຮ່ວມພັດທະນາ JDB ຮັບຂັນເງິນ 0,7 ກຼາມ ພ້ອມເງິນ 12 ລ້ານກີບ
  • ອັນດັບ 3 ແມ່ນ ເຮືອຄອນສະຫວັນ99 (1) ຮັບຂັນເງິນ 0,5 ກຼາມ ພ້ອມເງິນ 8 ລ້ານກີບ
  • ອັນດັບ 4 ແມ່ນ ເຮືອຄອນສະຫວັນ99 (2) ຮັບເງິນຈໍານວນ 6 ລ້ານກີບ
  • ເຮືອປະເພນີຍິງ ຊະນະເລີດຕົກເປັນຂອງ ເຮືອ ບໍລິສັດແສງເພັດກໍ່ສ້າງ ຮັບຂັນເງິນ 1 ກິໂລກຼາມ ພ້ອມເງິນ 16 ລ້ານກີບ ລວມມູນຄ່າຈໍານວນ 31.660.000 ກີບ
  • ອັນດັບ 2 ແມ່ນ ເຮືອຄອນສະຫວັນ99 (1) ຮັບຂັນເງິນ 0,75 ກຼາມ ພ້ອມເງິນ 12 ລ້ານກີບ
  • ອັນດັບ 3 ເຮືອຄອນສະຫວັນ99 (2) ຮັບຂັນເງິນ 0,5 ກຼາມ ພ້ອມເງິນ 8 ລ້ານກີບ
  • ອັນດັບ 4 ແມ່ນ ເຮືອທ່າພະ ຮັບເງິນຈໍານວນ 6 ລ້ານກີບ
  • ທາງດ້ານເຮືອສູດຊາຍ ອັນດັບ 1 ແມ່ນເຮືອ ບໍລິສັດແສງເພັດກໍ່ສ້າງ ຮັບຂັນເງິນ 1 ກິໂລກຼາມ ພ້ອມເງິນ 12 ລ້ານກີບ ລວມມູນຄ່າທັງໝົດຈໍານວນ 26.660.000 ກີບ
  • ອັນດັບ 2 ແມ່ນ ເຮືອທະນາຄານຮ່ວມພັດທະນາ JDB ຮັບຂັນ 0,7 ກຼາມ ພ້ອມເງິນ 10 ລ້ານກີບ
  • ອັນດັບ 3 ແມ່ນເຮືອອຸດສາຫະກໍາເຫຼັກ ຮັບຂັນເງິນ 0,5 ກຼາມ ພ້ອມເງິນ 8 ລ້ານກີບ
  • ອັນດັບທີ 4 ແມ່ນເຮືອ ບໍລິສັດເຊື້ອໄຟເອເຊຍ ຮັບເງິນຈໍານວນ 6 ລ້ານກີບ

ສ່ວນຊະນະເລີດເຮືອ 12 ສີພາຍ ແມ່ນ ເຮືອນາວາສັກສິດ ຮັບຂັນໂລ 1 ໜ່ວຍ ພ້ອມເງິນ 5 ລ້ານກີບ, ອັນດັບ 2 ແມ່ນ ເຮືອບ້ານໄຊຊະຫວ່າງ ຮັບຂັນໂລ 1 ໜ່ວຍ ພ້ອມເງິນ 4 ລ້ານກີບ, ອັນດັບ 3 ແມ່ນ ເຮືອບ້ານໄຊສະຖານ ຮັບຂັນໂລ 1 ໜ່ວຍ ພ້ອມເງິນ 3 ລ້ານກີບ ແລະ ອັນດັບ 4 ແມ່ນ ເຮືອສົມຈັນມິນິມາກ ຮັບເງິນ 2 ລ້ານກີບ.

ນອກຈາກນີ້, ຍັງມີລາງວັນເຮືອໄຟງາມ ອັນດັບ 1 ແມ່ນ ເຮືອເຂດ 2 ທົ່ງຕູມ ຮັບເງິນຈໍານວນ 4 ລ້ານກີບ, ອັບດັບ 2 ແມ່ນ ເຮືອເຂດ 1 ວັດຈັນ ຮັບເງິນຈໍານວນ 3 ລ້ານກີບ, ອັບດັບ 3 ແມ່ນ ເຮືອເຂດ 4 ໂພນຕ້ອງ ຮັບເງິນຈໍານວນ 2 ລ້ານກີບ, ອັນດັບ 4 ແມ່ນ ເຮືອເຂດ 3 ສີສະຫວາດ ຮັບເງິນ ຈໍານວນ 1 ລ້ານກີບ ແລະ ລາງວັນຊົມເຊີຍແມ່ນ ເຮືອເຂດ 5 ໜອງທາ ຮັບເງິນຈໍານວນ 5 ແສນກີບ.

ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ ປະຈໍາປີ 2019 ກ່າວວ່າ:

ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ເປັນຮີດຄອງປະເພນີອັນດີງາມຂອງຊາດ ທີ່ສືບທອດກັນມາແຕ່ດົນນານ ຊຶ່ງເປັນການແຂ່ງຂັນກິລາທາງນໍ້າປະເພດໜຶ່ງ, ຈັດຂຶ້ນເພື່ອສ້າງໂອກາດໃຫ້ປະຊາຊົນ ໄດ້ສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ພ້ອມທັງໄດ້ສະແດງໃຫ້ເຫັນສີໄມ້ລາຍມືຂອງ ບັນດານັກສີພາຍທີ່ມີຄວາມ ສາມາດ ອອກສູ່ມວນຊົນ ໄດ້ຮັບຊົມຢ່າງຄຶກຄື່ນມ່ວນຊື່ນ.

ໃນປີນີ້ ແມ່ນມີຜົນສໍາເລັດຢ່າງສະຫງ່າງາມ ທັງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ-ປອດໄພ ນັບແຕ່ມື້ເປີດງານຈົນຮອດມື້ປິດ ຍ້ອນວ່າ ກໍາລັງ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ຄວາມຮ່ວມມື, ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ເອົາໃຈໃສ່ປະຕິບັດຕາມໜ້າທີ່ຂອງຕົນເປັນຢ່າງດີ ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ຊາວຕ່າງ ປະເທດໄດ້ເຫັນເຖິງ ມູນເຊື້ອວັດທະນະທໍາອັນດີງາມຂອງຊາດລາວ.