ກົມຕໍາຫຼວດຄຸມຂັງ-ດັດສ້າງ ປະກາດເລື່ອນຊັ້ນ

0
1751
ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ແລະ ຫ້າວຫັນປະຕິບັດໜ້າທີ່ວຽກງານມີຜົນສໍາເລັດ ຈໍານວນ 12 ສະຫາຍ ຍິງ 1 ສະຫາຍ ໃນວັນທີ 15 ຕຸລາ 2019, ເຊິ່ງປະດັບຊັ້ນໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ພ້ອມທັງມີ ຄະນະພັກ-ຄະນະບັນຊາ, ຄະນະພະແນກ, ຄະນະໜ່ວຍງານ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ແລະ ຫ້າວຫັນປະຕິບັດໜ້າທີ່ວຽກງານມີຜົນສໍາເລັດ

ພັທ ຈູມວິໄລ ແກ້ວທອງສີ ຮັກສາການຫົວໜ້າພະແນກການເມືອງ ກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຜ່ານຂໍ້ຕົກລົງ ເລກທີ 2070/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມຕຳຫຼວດຄຸມຂັງ-ດັດສ້າງ ໂດຍໄດ້ປະກາດເລື່ອນຊັ້ນດັ່ງນີ້:

ປະດັບຊັ້ນໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ
  • ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ

ໂອກາດດຽວກັນ, ຍັງໄດ້ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 74 ປີ ( 12 ຕຸລາ 1945-12 ຕຸລາ 2019 ) ແລະ ເຜີຍແຜ່ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X.

ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ ຍິງ 1 ສະຫາຍ

ທັ້ງນີ້, ວັນປະກາດເອກະລາດ ແມ່ນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດລາວເຮົາ ທີ່ເປັນວັນແຫ່ງການປະກາດເອກະລາດຂອງຊາດລາວຕໍ່ໂລກ ເພື່ອຮັບຮູ້ວ່າ ຜືນແຜ່ນດິນແຫ່ງນີ້ ແມ່ນປະເທດລາວ, ແມ່ນຄົນລາວເປັນເຈົ້າຂອງປະເທດຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.

ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ

ການປະກາດເອກະລາດ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກ ໄດ້ຮັບຮູ້ຄວາມເປັນຊາດລາວຂອງພວກເຮົາ ກໍຄື ຮັບຮູ້ອະທິປະໄຕຂອງຊາດລາວ, ເຂດນ້ຳແດນດິນຂອງປະເທດລາວ; ພ້ອມກັນນັ້ນ, ກໍຮັບຮູ້ ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າ ຊາດລາວ-ຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນກັບຄົນຊາດອື່ນ ແລະ ຢາກມີອິດສະລະພາບ.

ຕະຫຼອດໄລຍະ 74 ປີ ຜ່ານມາ, ປະຊາຊົນລາວບັນດາເຜົ່າ ມີຄວາມເອກອ້າງທະນົງໃຈຕໍ່ຜົນສຳເລັດອັນໃຫຍ່ຫຼວງ ທີ່ໄດ້ປະກອບສ່ວນອັນສຳຄັນ ແລະ ມີຜົນງານອັນພົ້ນເດັ່ນ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງ ພັກປະຊາຊົນ ປະຕິວັດລາວ, ຄຽງຄູ່ກັບ ປະຊາຊົນລາວບັນດາເຜົ່າ ແລະ ທຸກຂະແໜງການໃນທົ່ວປະເທດ ທັງໃນສູນກາງ ແລະ ທ້ອງຖິ່ນ.

ນອກຈາກນີ້, ຍັງໄດ້ສາມັກຄີກັນເປັນປຶກແຜ່ນແໜ້ນໜາ ເຂົ້າຮ່ວມໃນຂະບວນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດເຮົາ ໃນແຕ່ລະໄລຍະ ດ້ວຍຄວາມຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບຮ່ວມກັນ ແລະ ມີຜົນສຳເລັດດີເປັນກ້າວໆມາ.