ນັບແຕ່ທ້າຍເດືອນກັນຍາ ມານີ້, ມີກະແສຂ່າວມາແຮງ ແລະ ມີການວິພາກວິຈານໃນສືສັງຄົມອອນໄລຢ່າງແຜ່ ຫຼາຍກ່ຽວກັບເຈົ້າໜ້າທີ່ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ ຈັບຕົວ ທ້າວ ທິດໄພ ອາຍຸ 69 ປີ ໄປເຂົ້າຄຸກ ເພື່ອດໍາເນີນຄະດີຕາມກົດໝາຍ ໃນຂໍ້ຫາ ລະເມີດການນໍາໃຊ້ທີ່ດິນ.

ເຊິ່ງພາຍຫຼັງພາບດັ່ງກ່າວ ຖືກຖ່າຍລົງໃນເຟສບຸກ ກໍມີສື່ອອນລາຍຫຼາຍສື່ ແຊພາບດັ່ງກ່າວ ໂດຍທີ່ຍັງບໍ່ທັນມີຂໍ້ມູນລະອຽດ ແລະ ບໍ່ຮູ້ເຫດການຢ່າງຊັດເຈນ. ນອກນັ້ນ, ບັນດາຜູ້ບໍລິໂພກຂ່າວໃນດັ່ງກ່າວ ຈຳນວນບໍ່ໜ້ອຍໄດ້ມີທັດສະນະສ່ວນຕົວ ໃນການວິຈານໄປຕ່າງໆນາໆ ເປັນຕົ້ນແມ່ນ ສື່ຂອງຕ່າງປະເທດ ໄດ້ມີການຕັດຕໍ່ເພີ່ມເຕີມ ໂດຍໃສ່ຮ້າຍປ້າຍສີເຈົ້າໜ້າທີ່ ແບບລັກສະນະເສື່ອມເສຍ.

ພັທ ວົງພະຈັນ ແກ້ວວິຊຽນ ຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ:

ມີກຸ່ມຄົນຈໍານວນໜຶ່ງ ລົງຂ່າວໃສ່ຮ້າຍເຈົ້າໜ້າທີ່ທາງເຟສບຸກວ່າ ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ຈັບປະຊາຊົນ ຍ້ອນບໍ່ຍອມເຊັນໂອນໃບຕາດິນຂອງຕົນໃຫ້ກັບບໍລິສັດທີ່ມາລົງທຶນ.

ໃນຄວາມເປັນຈິງໃນວັນທີ 16 ກັນຍາ 2019, ເຈົ້າໜ້າຕຳຫຼວດເມືອງປາກກະດິງ ໄດ້ຮຽກເຊີນ ທ້າວ ທິດໄພ ແລະ ທ້າວ ບຸນມາ ບ້ານເລົ່າໃນ ເມືອງປາກກະດິງ ຜູ້ບຸກລຸກທີ່ດິນນັ້ນມາສຶກສາອົບ ຮົມຢູ່ກອງບັນຊາການ ປກສ ເມືອງປາກກະດິງ. ແຕ່ ທ້າວ ທິດໄພ ບໍ່ຍິນຍອມສ່ວນ ທ້າວ ບຸນມາ ແມ່ນເຫັນດີຢຸດເຊົາ ແລະ ມອບດິນຄືນໃຫ້ລັດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງກັກຕົວ ທ້າວ ທິດໄພ ເພື່ອດໍາເນີນ ຄະດີຕາມກົດໝາຍ.

ໃນໄລຍະປີ 2000, ເນື້ອທີ່ດິນຕອນດັ່ງກ່າວ, ຄະນະກຳມະການແບ່ງດິນ-ແບ່ງປ່າຂອງແຂວງ ໂດຍໄດ້ສົມທົບກັບອຳນາດການປົກຄອງ ແລະ ປະຊາຊົນບ້ານວຽງຄຳ ໄດ້ກຳນົດເປັນເຂດສະຫງວນຂອງລັດ ເພື່ອພັດທະນາ ແລະ ສ້າງກິດຈະການຕ່າງໆຂອງລັດ; ຈາກນັ້ນ, ການຈັດຕັ້ງເມືອງປາກກະດິງ ມີຄວາມຕ້ອງການຈະປຸກສ້າງໂຮງໝໍຊຸມຊົນຂອງເມືອງປາກກະດິງ ຂຶ້ນ ເພື່ອຮັບໃຊ້ປິ່ນປົ່ວສຸຂະພາບໃຫ້ແກ່ພະນັກງານ ແລະ ປະຊາຊົນ ໂດຍມີທຶນຊ່ວຍເຫຼືອຈາກປະເທດຫວຽດນາມ ໃນເນື້ອທີ່ 300 x 900 ແມັດ.

ມາຮອດວັນທີ 19-27 ເມສາ 2017, ການຈັດຕັ້ງບ້ານ ກໍໄດ້ຮຽນເຊີນເອົາປະຊາຊົນ ຈໍານວນ 8 ຄອບຄົວ ທີ່ໄດ້ບຸກລຸກເນື້ອທີ່ດິນສະຫງວນດັ່ງກ່າວມາສຶກສາອົບຮົມ ເພື່ອໃຫ້ພວກກ່ຽວເຂົ້າໃຈ.

ຜ່ານສຶກສາອົບອົບຮົມ ຈຳນວນ 6 ຄອບ ຄົວໄດ້ຕົກລົງມອບທີ່ດິນທີ່ໄດ້ບຸກລຸກນັ້ນຄືນໃຫ້ລັດ, ສ່ວນອີກ 2 ຄອບຄົວ ຄື: ຄອບຄົວ ທ້າວ ທິດໄພ ແລະ ທ້າວ ບຸນມາ ແມ່ນບໍ່ຍິນຍອມ ແລະ ຂໍຄ່າຕອບແທນຈາກຂັ້ນເທິງ, ນອກຈາກຜູ້ກ່ຽວບໍ່ຍິນຍອມແລ້ວ ຍັງໄດ້ໃສ່ຮ້າຍປ້າຍສີຕ່າງໆນາໆຕໍ່ ການຈັດຕັ້ງເມືອງ, ແຂວງ ແລະ ທ້າທ້າຍຕໍ່ການປະຕິບັດກົດໝາຍຂອງ ເຈົ້າໜ້າທີ່ຕຳຫຼວດ ພ້ອມທັງເອົາຕົ້ນຍາງພາລາ ແລະ ຕົ້ນໄມ້ກິນໝາກ ມາປູກເຂົ້າໃສ່ດິນຕອນດັ່ງກ່າວ.

ເມື່ອເປັນເຊັ່ນນັ້ນ, ເຈົ້າເມືອງປາກກະດິງ ຈຶ່ງໄດ້ແຕ່ງຕັ້ງ ຄະນະລົງກວດກາ ແລະ ສ້າງບົດບັດທຶກໃຫ້ພວກກ່ຽວຢຸດເຊົາ ແຕ່ຜູ້ກ່ຽວກໍບໍ່ຍອມລົງລາຍເຊັນ ແລະ ບໍ່ຢຸດເຊົາ. ມາໃນວັນທີ 2 ກັນຍາ 2019, ເຈົ້າໜ້າຕຳຫຼວດ ເມືອງປາກກະດິງ ຈຶ່ງໄດ້ຮຽກເຊີນ ທ້າວ ທິດໄພ ແລະ ທ້າວ ບຸນມາ ຜູ້ບຸກລຸກທີ່ດິນນັ້ນ ໄປສຶກສາອົບຮົມຢູ່ ກອງບັນຊາການ ປກສ ເມືອງປາກກະດິງ ແຕ່ ທ້າວ ທິດໄພ ບໍ່ຍິນຍອມ, ສ່ວນ ທ້າວ ບຸນມາ ແມ່ນເຫັນດີຢຸດເຊົາ ແລະ ມອບດິນຄືນໃຫ້ລັດ.

ມາຮອດວັນທີ 16 ກັນຍາ 2019, ເຈົ້າໜ້າທີ່ຕຳຫຼວດ ເມືອງປາກກະດິງ ຈຶ່ງໄດ້ກັກຕົວ ທ້າວ ທິດໄພ ໄປສອບສວນ ເຫັນວ່າ: ຄົບຕາມອົງປະກອບຂອງການກະທຳຜິດ ຕາມຄຳສັ່ງກັກຂັງພາງຂອງ ອົງການໄອຍະການ ເຂດ 1 ແຂວງບໍລິຄຳໄຊ ສະບັບເລກທີ 202/ອຍກ.ຂ1 ລົງວັນທີ 30 ກັນຍາ 2019 ໃນຂໍ້ກ່າວຫາ ລະເມີດລະບຽບການນໍາໃຊ້ທີ່ດິນ ຕາມມາດຕາ 309 ຂອງປະມວນກົດໝາຍອາຍາ ສະບັບປັບປຸງປີ 2017, ເຊິ່ງລະບຸໄວ້ວ່າ:

ບຸກຄົນໃດ ຫາກລະເມີດລະບຽບການນໍາໃຊ້ທີ່ດິນ ດ້ວຍການຈັບຈອງ ແລະ ຄອບຄອງ ຫຼື ໂອນກໍາມະສິດທີ່ດິນ ຫຼື ການນໍາໃຊ້ທີ່ດິນ ໂດຍບໍ່ຖືກຕ້ອງຕາມລະບຽບການ ກ່ຽວກັບ ການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນ, ເຊິ່ງໄດ້ເກີດຜົນເສຍຫາຍ ຈະຖືກລົງໂທດຕັດອິດສາຫຼະພາບ ແຕ່ 6 ເດືອນ ຫາ 2 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສາຫຼະພາບ ແລະ ຈະຖືກປັບໃໝ ແຕ່ 5.000.000 – 10.000.000 ກີບ.

ໃນກໍລະນີທີ່ການກະທໍາຜິດເປັນອາຈິນ ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສາຫຼະພາບ ແຕ່ 1 ປີ – 5 ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 – 30.000.000 ກີບ.

ຕໍ່ມາ ໄດ້ມີຄອບຄົວຂອງ ທ້າວ ທິດໄພ ໄປຢ້ຽມຍາມຜູ້ກ່ຽວ ຢູ່ຫ້ອງກັກຂັງ-ຊົ່ວຄາວ ແລະ ໄດ້ໃຊ້ໂທລະສັບຖ່າຍພາບໂພສລົງທາງສື່ສັງຄົມອອນລາຍ, ຂຽນບົດຄວາມໃສ່ຮ້າຍປ້າຍສີ ການນຳພັກ-ລັດ ໃນທາງທີ່ບໍ່ຖືກຕ້ອງ, ເຮັດໃຫ້ມີການກົດໄລ, ກົດແຊ ແລະ ຄອມເມັນຕ່າງໆນາໆ ຈົນເຮັດໃຫ້ເປັນຊ່ອງຫວ່າງຕໍ່ກຸ່ມຄົນບໍ່ດີ ຖືໂອກາດໂຈມຕີລັດຖະບານ ໃນການໃຊ້ສື່ສັງຄົມອອນລາຍທີ່ບິດເບືອນຄວາມຈິງ ເຊັ່ນ: ສື່ RFA LAO ທີ່ໄດ້ລົງຂ່າວແບບບໍ່ມີຄວາມຈິງ ແລະ ບໍ່ຖືກຕ້ອງ.

ພັທ ວົງພະຈັນ ແກ້ວວິຊຽນ ໃຫ້ຮູ້ຕື່ມອີກວ່າ:

ເຂດດິນດັ່ງກ່າວ ມີຄວາມຕ້ອງການປຸກສ້າງ ໂຮງໝໍຊຸມຊົນ ເມືອງປາກກະດິງ ເພື່ອຮັບໃຊ້ປິນປົວສຸຂະພາບໃຫ້ປະຊາຊົນ ໂດຍໃຫ້ທຶນຊ່ວຍເຫຼືອຈາກປະເທດເພື່ອນບ້ານ, ເຊິ່ງບໍ່ແມ່ນ ບໍລິສັດ ຢາງພາລາ ໂກເອໂກ ຈຳກັດຜູ້ດຽວ ຂອງຫວຽດນາມ ສໍາປະທານແຕ່ຢ່າງໃດ.

ຍ້ອນຜູ້ກ່ຽວມີຄວາມດື້ດ້ານ, ບໍ່ຍອມຟັງ ການຈັດຕັ້ງຂອງບ້ານເມືອງ ແລະ ສຶກສາອົບຮົມຫຼາຍຄັ້ງແລ້ວ ແຕ່ຜູ້ກ່ຽວບໍ່ມີທັດສະນະປ່ຽນແປງ ໂດຍຕໍ່ສູ້ກັບການຈັດຕັ້ງໄປເລື້ອຍໆ ແລະ ຜູ້ກ່ຽວແມ່ນລະເມີດຕໍ່ກົດໝາຍ.

ສ່ວນຄ່າຊົດເຊີຍ ແມ່ນລັດຈະບໍ່ໄດ້ຊົດເຊີຍໃຫ້ ເພາະວ່າຜູ້ກ່ຽວເປັນຜູ້ບຸກລຸກທີ່ດິນຂອງລັດ, ສ່ວນບັນຫາທີ່ດິນທີ່ຜູ້ກ່ຽວໄດ້ມາ ແມ່ນບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສົມທົບກັບ ພະນັກງານຫ້ອງການຊັບພະຍາກອນທີ່ດິນເມືອງ ອອກໃບນໍາໃຊ້ທີ່ດິນໃຫ້ ແລະ ໄດ້ມານໍາຫຼັງທີ່ລັດໄດ້ກໍານົດເຂດດິນ.

ຜ່ານການກວດຕົວຈິງ, ດິນຕອນດັ່ງກ່າວ ແມ່ນບໍ່ມີໃນກົງໂຕນ ເຊິ່ງ ການຈັດຕັ້ງເມືອງປາກກະດິງ ກໍໄດ້ລົງວິໄນຕໍ່ກັບພະນັກງານທີ່ໄດ້ສົມຮູ້ຮ່ວມຄິດອອກໃບຕາດິນຕອນນີ້ແລ້ວ. ໂດຍຜູ້ກ່ຽວອ້າງວ່າ: ໄດ້ການສືບທອດມາຈາກພໍ່-ແມ່ນັ້ນ ແມ່ນບໍ່ມີມູນຄວາມຈິງ ເນື່ອງຈາກບໍ່ມີເອກະສານອັນໃດທີ່ຈະພໍຢັ້ງຢືນໄດ້ວ່າ ມີການສືບທອດທີ່ດິນແທ້.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ແມ່ນໄດ້ສົ່ງສໍານວນຄະດີໃຫ້ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງ ດໍາເນີນຄະດີຕາມກົດໝາຍ ຕາມການຊີ້ນໍາຂອງ ການນໍາແຂວງບໍລິຄໍາໄຊ. ສ່ວນຜູ້ໂພສຂໍ້ມູນດັ່ງກ່າວ ເປັນລູກຊາຍຂອງ ທ້າວ ທິດໄພ ແມ່ນໄດ້ເອົາຕົວຫຼົບໜີ, ເຈົ້າໜ້າທີ່ກ່ຽວຂ້ອງ ຍັງຕິດຕາມນຳຈັບຕົວຜູ້ກ່ຽວ ເພື່ອສອບສວນ ແລະ ສຶກສາອົບຮົມໃນຂັ້ນຕໍ່ໄປ.