ໃນວັນທີ 15 ມັງກອນ 2018, ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໃຫ້ກຽດຕ້ອນຮັບ ພົອ ໂງ ຊວນ ລີກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ, ພິທີຕ້ອນຮັບຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ ສປປ ລາວ.

ການມາຢ້ຽມຢາມ ແລະ ເຮັດວຽກຂອງລັດຖະມົນຕີ ສສ ຫວຽດນາມ ຄັ້ງນີ້, ທັງສອງຝ່າຍໄດ້ພົບປະຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນ ໂດຍສືບຕໍ່ເພີ່ມທະວີຮັດແໜ້ນຄວາມສາມັກຄີພິເສດຮ່ວມມືຮອບດ້ານລະຫວ່າງກອງທັບລາວ ແລະ ຫວຽດນາມ ໃຫ້ເກີດດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລີກ, ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການພັດທະນາຊາຍແດນ ລາວ-ຫວຽດນາມ ໃຫ້ມີສັນຕິພາບ, ມີການພັດທະນາແບບຢືນຍົງ. ນອກນັ້ນ, ທັງສອງປະເທດຍັງໄດ້ຫາລືສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຂຸດຄົ້ນຊັບພະຍາກອນທໍາມະຊາດທີ່ຜິດກົດໝາຍ, ບັນຫາການຄ້າຂາຍເຖື່ອນ, ຢາເສບຕິດ, ອາຊະຍາກໍາຂ້າມຊາດ ແລະອື່ນໆ. ໂອກາດດຽວກັນ, ທັງສອງຝ່າຍໄດ້ລົງນາມເຊັນສັນຍາແຜນຮ່ວມມືປະຈໍາປີ 2018 ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ.

ວັນດຽວກັນນີ້, ທ່ານລັດຖະມົນຕີ ກະຊວງປ້ອງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສົມເດັດ ປີໄຈເສນາ ເຕັຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະທີ່ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນພິທີພົບປະ ທັງສອງຝ່າຍໄດ້ຍົກບັນຫາຂໍ້ພິພາດ ລະຫວ່າງຊາຍແດນ ລາວ-ກໍາປູເຈຍ ທີ່ຍັງເປັນບັນຫາ ແລະ ຍັງມີປະກົດການຫຍໍ້ທໍ້ ເຊັ່ນ: ການເຂົ້າ-ອອກເມືອງຂອງປະຊາຊົນ, ການແກ້ໄຂບັນຫາຊາຍແດນຮ່ວມກັນ, ບັນຫາປັກຫຼັກໝາຍຊາຍແດນທີ່ຍັງຄົງຄ້າງ ແລະ ວຽກງານອື່ນໆ; ໂອກາດດຽວກັນນີ້, ລັດຖະມົນຕີ ກະຊວງປ້ອງກັນປະເທດ ສປປ ລາວ, ສສ ຫວຽດນາມ ແລະ ຣາຊະອານາຈັກ ກໍາປູເຈຍ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມ 3 ຝ່າຍ ພ້ອມເຂົ້າຂໍ່ານັບການນໍາຂັ້ນສູງຂອງ ສປປ ລາວ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຈໍານວນໜຶ່ງ.