ກອງປະຊຸມໃຫຍ່ ຄັ້ງທີ I ໜ່ວຍພັກກອງບັນນາທິການໂທລະພາບ ຄະນະບັນນາທິການຂ່າວສານ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຂຶ້ນ ໃນວັນທີ 22 ຕຸລາ 2019 ເພື່ອຕີລາຄາຄືນໃໝ່ ໃນການຈັດຕັ້ງປະຕິບັດວຽກງານ ທີ່ຜ່ານມາ, ໂດຍການເປັນປະທານຂອງ ພັທ ວັນຄໍາ ສາຍຕາແກ້ວ ຄະນະພັກຮາກຖານ ເລຂາໜ່ວຍພັກກອງບັນນາທິການໂທລະພາບ, ເຂົ້າຮ່ວມມີ ພັອ ສີພັນດອນ ຫວ່າງບົວຊົງ ຄະນະປະຈຳພັກກົມໃຫຍ່ການເມືອງ ເລຂາຄະນະພັກຮາກຖານ ຄະນະບັນນາທິການຂ່າວສານ ປກສ, ມີບັນດາຄະນະໜ່ວຍພັກ, ສະມາຊິກ ພັກສົມບູນ-ສຳຮອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ບຸນດີ ສຸລິຍະຄານ ຮອງເລຂາໜ່ວຍພັກ ກອງບັນນາທິການໂທລະພາບ ປ້ອງກັນຄວາມສະຫງົບ ໄດ້ຜ່ານບົດລາຍງານການເມືອງ ໃນໄລຍະ 3 ປີຜ່ານມາ ວ່າ:

ຄະນະພັກ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ໂດຍສຸມໃສ່ກໍ່ສ້າງພັກ, ສະມາຊິກພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີແບບແຜນວິທີນຳພາ ຢ່າງຖືກຕ້ອງ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ດ້ວຍການນຳເອົາເອກະສານແນວທາງນະໂຍບາຍຂອງພັກ, ມູນເຊື້ອວັນສຳຄັນຕ່າງໆຂອງພັກ-ລັດ, ຮໍ່າຮຽນທິດສະດີມາກ-ເລນິນ ເຮັດໃຫ້ສະມາຊິກພັກ ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນ ແລະ ເປັນເອກະພາບ ທັງນະໂຍບາຍ, ກົດລະບຽບ ແລະ ລະບຽບຂອງກໍາລັງ ປກສ ວາງອອກ ໂດຍຕິດພັນກັບ ວຽກງານວິຊາສະເພາະ ເຊິ່ງສະແດງອອກໃນໄລຍະ 3​ ປີຜ່ານມາ ຄື:

ສາມາດຜະລິດລາຍການ ອອກອາກາດສະຖານີໂທລະພາບ ປກສ ຈຳນວນ 29 ລາຍການ ໃນນີ້ຜະລິດລາຍການເອງ 18 ລາຍການ, ຮ່ວມມືກັບພາກສ່ວນອື່ນ 11 ລາຍການ. ນອກນີ້, ຍັງຖ່າຍທອດສົດງານສຳຄັນຕ່າງໆ, ສ້າງ ເວັບໄຊ, ເຟດບຸກ ໃນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ເຫັນວ່າ ມວນຊົນມີຄວາມສົນໃຈ ແລະ ຮັບຊົມໂທລະພາບ ປກສ ລາຍຂຶ້ນ.

ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາ ເລຂາໜ່ວຍພັກຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ ເຫັນດີເລືອກເອົາ ພັທ ບຸນດີ ສຸລິຍະຄານ ເປັນເລຂາໜ່ວຍພັກ, ຮອ ຄຳເກັ່ງ ດວງຈຳປາທອງ ເປັນຮອງເລຂາ ແລະ ຮອ ເພັດສະໝອນ ໝັ້ນສະຫວ່າງ ເປັນຜູ້ກວດກາພັກ ເພື່ອສືບຕໍ່ປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເສີມຂະຫຍາຍພາລະບົດບາດການນຳພາຂອງພັກ ລົງສູ່ມະຫາຊົນໃຫ້ເລິກເຊິ່ງກວ່າເກົ່າ ດ້ວຍການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີນຳໃຈຮັກຊາດ, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ຕໍ່ປະຊາຊົນ.