ໃນວັນທີ 16 ຕຸລາ 2019, ເຈົ້າໜ້າທີ່ປະຈຳດ່ານສາກົນປາກຊັນ ແຂວງບໍລິຄໍາໄຊ ມອບຜູ້ຖືກຫາ ຊື່ ທ້າວ ວິລະພົງ ອາຍຸ 36 ປີ ເຊື້ອຊາດ ແລະ ສັນຊາດໄທ ອາຊີບກໍາມະກອນຢູ່ບ້ານວານອນ ເມືອງວາ ນອນ ແຂວງສະກົນນະຄອນ ປະເທດໄທ ທີ່ເຮັດຜິດໃນຂໍ້ຫາຢູ່ລາວເກີນກໍານົດກັບຄືນປະເທດ. ກ່າວ ມອບໂດຍ ພັຕ ໄຊມະນີ ວົງມະນີ ຮອງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນປາກຊັນ, ກ່າວຮັບໂດຍ ຮອ ວິທະຍາ ປາລະສານ ຮອງສາລະວັດຕໍາຫຼວດສືບສວນກວດຄົນເຂົ້າ-ອອກເມືອງ ດ່ານສາກົນບຶງການ ໂດຍມີເຈົ້າໜ້າທີ່ທັງ 2 ຝ່າຍ ເຂົ້າຮ່ວມ.

ທ້າວ ວິລະພົງ ໄດ້ເຂົ້າມາປະເທດລາວ ໂດຍໃຊ້ໜັງສືຜ່ານແດນເຂົ້າທາງດ່ານສາກົນບຶງການ-ປາກຊັນ ໃນວັນທີ 8 ກໍລະກົດ 2019 ເພື່ອມາຫຼິ້ນນໍາແຟນສາວ ຢູ່ບ້ານຫ້ວຍໄຮ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ເຄີຍພົບເຫັນກັນ 1 ຄັ້ງ ທີ່ປະເທດໄທ ແລະ ໄດ້ຕິດຕໍ່ກັນທາງເຟສບຸກ ເປັນເວລາ 4-5 ເດືອນ ແລ້ວກໍໄດ້ນັດພົບກັນ ໂດຍແຟນສາວ ໄປຮັບເອົາຢູ່ດ່ານສາກົນປາກຊັນ-ບຶງການ ໄດ້ໄປຢູ່ກິນຮ່ວມກັນແບບຜົວ-ເມຍ ຢູ່ບ້ານຫ້ວຍໄຮ ໃນໄລຍະຢູ່ນຳກັນນັ້ນ, ໄດ້ເຮັດວຽກຮັບຈ້າງກີດຢາງພາລາພາຍໃນບ້ານ ເພື່ອຫາເງິນເປັນຄ່າເດີນທາງກັບບ້ານ.

ມາຮອດວັນທີ 27 ກັນຍາ 2019, ຜູ້ກ່ຽວໄດ້ເດີນທາງກັບບ້ານຜ່ານດ່ານ ປະເພນີທ່າສະອາດ ເມືອງປາກກະດິງ ແຕ່ຜູ້ກ່ຽວແມ່ນບໍ່ມີເອກະສານຫຍັງຕິດຕົວ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວໄວ້. ການກະທໍາຂອງ ທ້າວ ວິລະພົງ ອິນທະລະສິດ ເຫັນວ່າແມ່ນເຮັດຜິດໃນຂໍ້ຫາຢູ່ລາວເກີນກໍານົດ.