ກອງປະຊຸມພົບປະສາມຝ່າຍຂອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສສ ຫວຽດນາມ ແລະ ຣາຊະອານາຈັກ ກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2018 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ພົອ ໂງ ຊວນ ລີກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມຄະນະທັງສາມຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ພົທ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສຳຄັນຍິ່ງ ເພາະເປັນການຮ່ວມມືສາມຝ່າຍ ( ລາວ-ຫວຽດນາມ-ກຳປູເຈຍ ) ທີ່ມີຊາຍແດນຕິດຈອດກັນ ແລະ ມີມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ແບບອ້າຍ-ນ້ອງມາແຕ່ດົນນານ. ດ້ວຍເຫດນັ້ນ, ບໍ່ວ່າຍາມໃດ ໃນເງື່ອນໄຂໃດກໍຕາມ ສາມອ້າຍ-ນ້ອງ ລາວ, ຫວຽດນາມ ແລະ ກຳປູເຈຍ ແມ່ນບໍ່ສາມາດຕັດແຍກອອກຈາກກັນໄດ້. ສະນັ້ນ, ຍາມໃດພວກເຮົາກໍພ້ອມກັນເພີ່ມພູນຄູນສ້າງໃນການຮັດແໜ້ນສາຍພົວພັນສາມັກຄີທີ່ເປັນມູນເຊື້ອຂອງສາມຊາດ ກໍຄືສາມກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ມີການຂະຫຍາຍທາງດ້ານເສດຖະກິດ-ສັງຄົມ ແລະ ພັດທະນາກ້າວຂຶ້ນເລື້ອຍໆ.

ສຳລັບໃນສະເພາະໜ້າ ກອງທັບປະຊາຊົນລາວ ແລະ ປະຊາຊົນບັນດາເຜົ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສາມປະເທດຢ່າງສະເໝີຕົ້ນສະເໝີປາຍ ດ້ວຍການເພີ່ມທະວີຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນຢ່າງແໜ້ນແຟ້ນໃນການພັດທະນາຢ່າງຮອບດ້ານ ເພື່ອສ້າງຊາຍແດນຂອງສາມປະເທດພວກເຮົາໃຫ້ມີຄວາມສະຖຽນລະພາບ, ມີຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ສ້າງບໍລິເວນຊາຍແດນສາມປະເທດ ໃຫ້ເປັນຊາຍແດນແຫ່ງມິດຕະພາບ, ສັນຕິພາບ ແລະ ມີການພັດທະນາ.