ໜ່ວຍພັກຮາກຖານ ສູນຄວບຄຸມລະບົບວົງຈອນປິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນໃນວັນທີ 5 ພະຈິກ 2019 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຄະນະພັກ ກະຊວງ ເລຂາຄະນະພັກ ກົມໃຫຍ່ຕໍາຫຼວດ, ມີແຂກຮັບເຊີນ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກສົມບູນ-ສຳຮອງ ພາຍໃນໜ່ວຍພັກ ເຂົ້າຮ່ວມ.

ສະຫາຍ ພັອ ສະແຫວງ ພົມມະລີ ຄະນະພັກກະຊວງ ເລຂາໜ່ວຍພັກຮາກຖານ ສູນຄວບຄຸມລະບົບວົງຈອນປິດ ໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ ກອງປະຊຸມໃຫຍ່ ວ່າ:

ໃນ 3 ປີຜ່ານມາ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກ ພັກ, ພະນັກງານ-ນັກຮົບ ຕິດພັນກັບ ວຽກງານວິຊາສະເພາະ ຈົນມີຜົນສຳເລັດໃນຫຼາຍດ້ານ ສະແດງອອກຄື:

ມີຜູ້ໂທແຈ້ງເຂົ້າມາຫາສາຍດ່ວນ 1191 ມີ 1.319 ສາຍ ໃນນັ້ນແຈ້ງອຸບັດຕິເຫດ 359 ສາຍ, ສອບຖາມ 164 ສາຍ, ຂໍຄວາມຊ່ວຍເຫຼືອ 152 ສາຍ, ກໍ່ອາລະວາດຄອບຄົວ 145 ສາຍ, ລັກຊັບພົນລະເມືອງ 134 ສາຍ, ກຸ່ມແກ້ງກວນເມືອງ 109 ສາຍ ແລະອື່ນໆ.

ບັນທຶກຂໍ້ມູນ ໄດ້ສົ່ງໃຫ້ກັບ ພະແນກທີ່ກ່ຽວຂ້ອງ ເພື່ອແຈ້ງຕໍ່ ກົມກອງວິຊາສະເພາະ ແລະ ບັນດາສະຖານີ ໃຫ້ລົງແກ້ໄຂທັງໝົດ 1.319 ກໍລະນີ, ຕິດຕາມ ແລະ ຄົ້ນຫາເຫດການຕ່າງໆ ໂດຍຜ່ານກ້ອງວົງຈອນປິດ CCTV ຕາມ 3 ແຍກ, 4 ແຍກ, ຈຸດຊຸມຊົນແອອັດ, ບ່ອນທີ່ມີຄວາມສ່ຽງພາໃຫ້ເກີດ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ກວດເຊັກບັນດາຂໍ້ມູນທີ່ໄດ້ຮັບຈາກ ພະແນກ 1191 ເພື່ອແຈ້ງໃຫ້ບັນດາສະຖານີ ແລະ ພາກສ່ວນກ່ຽວຂ້ອງ ລົງແກ້ໄຂ 798 ກໍລະນີ.

ນອກຈາກນີ້, ຍັງໄດ້ອອກກວດກາລາດຕະເວນ ທັງໝົດ 724 ຄັ້ງ, ກັກເປົ້າໝາຍມົ້ວສຸມຢາເສບຕິດ ໄດ້ 231 ຄົນ, ຢຶດເຄື່ອງຂອງກາງຢາບ້າ 30.564 ເມັດ, ຢາເຄ 2 ລອດນ້ອຍ, ຢາໄອສ໌ 15 ຖົງນ້ອຍ, ຢາຝິ່ນ 1 ກ້ອນ, ກັນຊາແຫ້ງ 3 ແທ່ງ, ເຄື່ອງອັດເມັດຢາບ້າ 1 ເຄື່ອງ, ນ້ໍາມັນເຖື່ອນ 20 ຕຸກ, ໜັງຄວາຍປອມ 26 ເປົ້າ, ປືນດັດແປງ 13 ກະບອກ, ລະເບີດ 1 ລູກ, ແກ້ໄຂຄົນເມົາຢາບ້າ ອາລະວາດຄອບຄົວ 69 ຄົນ ແລະ ສຶກສາອົບຮົມກຸ່ມແກ້ງກວນເມືອງ 117 ຄົນ.

ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່ ຈາກຜູ້ລົງສະໝັກ 5 ສະຫາຍ ເລືອກ 3 ສະຫາຍ ແລະ ເປັນເອກະສັນເລືອກເອົາ ສະຫາຍ ພັອ ສະແຫວງ ພົມມະລີ ເປັນ ເລຂາ, ສະຫາຍ ພັທ ທອງສີ ໄຊພະວົງ ເປັນ ຮອງເລຂາ, ສະຫາຍ ພັທ ສົມທຽນ ມີທາຮັກ ເປັນ ຜູ້ກວດກາ.