ຕົວແທນ ສະມາຄົມ ອາຣຶມດາອູນ ຊາຣາມດຶລ໌ ເຂົ້າພົບປະ ທ່ານເຈົ້າແຂວງຊຽງຂວາງ
ຕົວແທນ ສະມາຄົມ ອາຣຶມດາອູນ ຊາຣາມດຶລ໌ ເຂົ້າພົບປະ ທ່ານເຈົ້າແຂວງຊຽງຂວາງ

ທ່ານ ອິມມູຮົງ ປະທານສະມາຄົມ ອາຣຶມດາອູນ ຊາຣາມດຶລ໌, ພັນທະມິດເພື່ອປອງດອງຊາດ ສ ເກົາຫຼີ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນລະຫ່ວາງວັນທີ 30-31 ຕຸລາ 2019; ໂອກາດນີ້, ກໍໄດ້ຈັດພິທີມອບ-ຮັບອາຄານຮຽນໂຮງຮຽນ ປະຖົມສົມບູນ ບຸນຖິ່ນ-ໂດເຢືອງຈູ ທີ່ບ້ານພຽງດ້າງ ເມືອງຄຳ ແຂວງຊຽງຂວາງ; ເຊິ່ງຜູ້ຕາງໜ້າ ບໍລິສັດ SNC ບໍລິສັດຮັບເໝົາການກໍ່ສ້າງອາຄານຮຽນດັ່ງກ່າວ ກໍໄດ້ລາຍງານການກໍ່ສ້າງອາຄານຮຽນ.

ພິທີມອບ-ຮັບອາຄານໂຮງຮຽນປະຖົມສົມບູນ ບຸນຖິ່ນ
ພິທີມອບ-ຮັບອາຄານໂຮງຮຽນປະຖົມສົມບູນ ບຸນຖິ່ນ

ທ່ານໄດ້ກ່າວວ່າ: ການຮັບເໝົາການກໍ່ສ້າງມູນຄ່າ ທັງໝົດ 100.000 ໂດລາສະຫະລັດ, ປະກອບມີອາຄານຮຽນ 6 ຫ້ອງ (ຂະໜາດ 9×48 ແມັດ, ຫ້ອງຮຽນ 7×8 ແມັດ) ແລະ ອາຄານຫ້ອງນ້ຳ 4 ຫ້ອງ; ປະກອບດ້ວຍເຟີນີເຈີ, ຂັ້ນໄດຄອນກຣີດລົງສູ່ເດີ່ນບານ, ປະຕູໂຂງໂຮງຮຽນ ແລະ ຫຼັກທຸງທີ່ເຮັດດ້ວຍເຫຼັກສະແຕນເຫຼດ; ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 28 ມີນາ 2019 ມາເຖິງປັດຈຸບັນສຳເລັດແລ້ວ 100%. ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງອາຄານຮຽນຫຼັງນີ້ແມ່ນ ທ່ານ ນາງ ໂດເຢືອງຈູ ສະມາຊິກສະມາຄົມອາຣຶມດາອູນ ຊາຣາມດຶລ໌, ພັນທະມິດເພື່ອປອງດອງຊາດ ສ ເກົາຫຼີ ເຊິ່ງທ່ານໄດ້ກ່າວມອບອາຄານຮຽນດັ່ງກ່າວ ໃຫ້ພາກສ່ວນກ່ຽວຂ້ອງນຳໃຊ້ ແລະ ປົກປັກຮັກສານຳໃຊ້ໃຫ້ຍາວນານ ແລະ ໃຫ້ເກີດຜົນປະໂຫຍດສູງຕໍ່ຊຸມຊົນເຂດນີ້; ພ້ອມນີ້, ທ່ານຍັງໄດ້ມອບອຸປະກອນການຮຽນ, ເຄື່ອງນຸ່ງນັກຮຽນນັກຮຽນໂຮງຮຽນດັ່ງກ່າວຈຳນວນໜຶ່ງ.

ພິທີມອບ-ຮັບອາຄານໂຮງຮຽນປະຖົມສົມບູນ ບຸນຖິ່ນ
ພິທີມອບ-ຮັບອາຄານໂຮງຮຽນປະຖົມສົມບູນ ບຸນຖິ່ນ

ຕໍ່ການຊ່ວຍເຫຼືອຄັ້ງນີ້, ທ່ານ ວຽງໄຊ ສີວິໄລ ເຈົ້າເມືອງໆຄຳ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງຜູ້ໃຫ້ທຶນ, ສະມາຄົມ ແລະ ສະພາປະຊາຊົນແຂວງ ທີ່ໄດ້ຊອກຫາແຫຼ່ງທຶນ, ໃຫ້ການຊ່ວຍເຫຼືອຊີ້ທິດທາງສູ້ຊົນ ເພື່ອໃຫ້ບັນລຸຕົວຊີ້ວັດສະຫັດສະວັດໃນການພັດ ທະນາ ເຮັດໃຫ້ການພັດທະນາຊັບພະຍາກອນມະນຸດດີຂຶ້ນເລື້ອຍໆໃນທ້ອງຖິ່ນເມືອງຄຳ.

ພິທີມອບ-ຮັບອາຄານໂຮງຮຽນປະຖົມສົມບູນ ບຸນຖິ່ນ
ພິທີມອບ-ຮັບອາຄານໂຮງຮຽນປະຖົມສົມບູນ ບຸນຖິ່ນ

ນອກນັ້ນ, ຄະນະ ຕົວແທນ ສ ເກົາຫຼີ ຍັງໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ; ເຊິ່ງທາງສະມາຄົມຈະໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງໝໍບຸນຖິ່ນ ແລະ ມອບລົດມອດໄຟ ຈຳນວນ 15 ຄັນ ກຸ່ມບຸນຖິ່ນ ເມືອງຄຳ ແຂວງຊຽງຂວາງ; ເຊິ່ງທ່ານເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ສະມາຄົມ ກໍຄືຜູ້ໃຫ້ທຶນທີ່ສະໜອງຄວາມຝັນ ແລະ ຄວາມປາຖະໜາຂອງລູກ-ຫຼານນັກຮຽນ, ທັງການຊ່ວຍພັດທະນາແຂວງຊຽງຂວາງ ພ້ອມໆກັນພັດທະນາຊັບພະຍາກອນມະນຸດດີຂຶ້ນເລື້ອຍໆ.