ຄົນຮ້າຍທີ່ເຄື່ອນໄຫວກໍ່ເຫດທຸບແວ່ນລົດໃຫຍ່ ເພື່ອລັກເອົາຊັບສິນໃນນະຄອນຫຼວງວຽງຈັນ ໜີບໍ່ລອດ ຖືກເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຕິດຕາມໄປຈັບໄດ້ຄາເຮືອນພັກແຫ່ງໜຶ່ງ ເຂດບ້ານໂພນໂຮງ ເມືອງໂພນໂຮງ ແຂວງວຽງຈັນ ພ້ອມຂອງກາງປືນສັ້ນ 1 ກະບອກ ພ້ອມລູກ 38 ລູກ, ເພັດຕັດແກ້ວ 1 ອັນ, ຄ້ອນຕີ 2 ອັນ, ສະຫວ່ານໄຟຟ້າ 1 ອັນ, ເມີ້ນເຈຍ 1 ອັນ, ໂທລະສັບມືຖື 3 ເຄື່ອງ, ລົດຈັກ ຮອນດ້າເວບໄອ 1 ຄັນ, ຢາບ້າ ຈໍານວນ 42 ເມັດ, ເງິນ 100.000.000 ກີບ, ຄໍາຮູບປະພັນ ແລະອື່ນໆ. ຜູ້ຖືກຫາຊື່ ທ້າວ ຄໍານາງ ຫຼື ອຸຍ ອາຍຸ 36 ປີ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜ່ານການສືບສວນໃນເບື້ອງຕົ້ນ, ຜູ້ກ່ຽວ ຍອມຮັບວ່າ ໄດ້ກໍ່ເຫດທຸບແວ່ນລົດໃຫຍ່ມາແລ້ວ 25 ຄັ້ງ ໄດ້ຊັບສິນຈໍານວນຫຼາຍລາຍການ.

ຄະດີລັກຊັບພົນລະເມືອງແມ່ນປະກົດການຫຍໍ້ທໍ້ອີກຢ່າງໜຶ່ງທີ່ເກີດຂຶ້ນຫຼາຍກວ່າໝູ່ໃນຈໍານວນຄະດີຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ; ວິທີການລັກຂອງພວກເຂົາກໍມີຫຼາຍວິທີທີ່ແຕກຕ່າງກັນ, ບາງຄົນກໍໃຊ້ອຸປະກອນຕ່າງໆ ແລະ ເຄື່ອງມືທີ່ທັນສະໄໝໃຊ້ເຂົ້າໃນການທຸບແວ່ນລົດໃຫຍ່ ເພື່ອເຂົ້າໄປລັກເອົາຊັບສິນຕ່າງໆຢູ່ພາຍໃນລົດ; ນັບແຕ່ເດືອນກໍລະກົດ ຫາ ພະຈິກ 2019 ຢູ່ນະຄອນຫຼວງວຽງຈັນ ມີເຫດການທຸບແວ່ນລົດໃຫຍ່ເກີດຂຶ້ນທັງ ໝົດ 47 ຄັ້ງ, ມີລົດຖືກທຸບ 47 ຄັນ, ມີຜົນເສຍຫາຍຫຼາຍລາຍການ ຄື: ປືນສັ້ນ ຈໍານວນ 5 ກະບອກ ພ້ອມລູກກະສຸນ 29 ລູກ, ເງິນ: 75.920.000 ກີບ, 56.600 ບາດ, 13.700 ໂດລາ, 3.000 ຢວນ, ຄໍາຮູບປະພັນ ຈໍານວນ 10 ບາດ, ຄອມພິວເຕີໂນດບຸກ 12 ເຄື່ອງ, ໂທລະສັບມືຖື 12 ເຄື່ອງ, ບັດ ATM, ບັດປະຈໍາຕົວ, ເອກະ ສານ ແລະ ເຄື່ອງຂອງຕ່າງໆອີກຈໍານວນໜຶ່ງ.

ຕໍ່ກັບບັນຫາທຸບແວ່ນລົດເອົາຊັບຂອງກຸ່ມຄົນຂີ້ລັກ, ສ່ວນຫຼາຍພວກເຂົາຈະແມ່ນແນໃສ່ລົດທີ່ມີລາຄາແພງ, ລົດຫຼູ ຫຼື ລົດຂອງຄົນທີ່ມີຖານະເງິນຄໍາ, ບາງຄັ້ງລົດທີ່ບໍ່ຫຼູ ແຕ່ມີສິ່ງຂອງທີ່ພວກເຂົາຕ້ອງການ ພວກເຂົາກໍຈະທຸບເອົາ ແລະ ທີ່ສຳຄັນພວກກໍ່ເຫດແມ່ນມີຄວາມຊຳນານໃນການເອົາຕົວຫຼົບໜີ ຫຼັງກໍ່ເຫດສຳເລັດ; ຕໍ່ສະພາບການດັ່ງກ່າວ ໄດ້ສ້າງຄວາມກົດດັນ ແລະ ເລັ່ງທວງໃຫ້ກັບເຈົ້າໜ້າທີ່ວິຊາສະເພາະ ຕ້ອງເພີ່ມທະວີໃນການຊອກຈັບຕົວກຸ່ມຄົນດັ່ງກ່າວນີ້ມາດໍາເນີນຄະດີໃຫ້ໄດ້.

ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວ ໜ້າກອງບັນຊານ ປກສ ນະຄອນຫຼວງວຽງຈັນ ກ່າວວ່າ: ພາຍຫຼັງເຫດເກີດເຫດການທຸບແວ່ນລົດເອົາຊັບຂຶ້ນຢ່າງເນື່ອງນິດລຽນຕິດ ເຮັດໃຫ້ສັງຄົມຢູ່ໃນນະຄອນຫຼວງວຽງຈັນ ບໍ່ມີຄວາມສະຫງົບ, ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຊີ້ນໍາໃຫ້ຫ້ອງຕໍາຫຼວດຂຶ້ນແຜນ ແລະ ມອບໃຫ້ກໍາລັງວິຊາສະເພາະລົງເກັບກໍາຂໍ້ມູນຄັດຈ້ອນເປົ້າໝາຍ, ພ້ອມທັງອອກເຄື່ອນໄຫວທັງເວັນ ແລະ ຄືນ
ເພື່ອຕິດຕາມ ແລະ ຈັບເປົ້າໝາຍໃຫ້ໄດ້ໄວທີ່ສຸດ, ຍ້ອນຄວາມເອົາໃຈໃສ່. ມາຮອດວັນ ທີ 13 ກັນຍາ 2019, ຈຶ່ງສາມາດກໍານົດເປົ້າໝາຍໄດ້; ຈາກນັ້ນ, ກໍໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດຕິດແທດ ເພື່ອຊອກຮູ້ການເຄື່ອນໄຫວ ຂອງເປົ້າໝາຍ, ໃນໄລຍະເຈົ້າໜ້າທີ່ຕິດຕາມເປົ້າໝາຍອອກເຄື່ອນໄຫວ ແຕ່ເປົ້າໝາຍພັດບໍ່ເຂົ້າມານອນເຮືອນຂອງພໍ່-ແມ່ ເຮັດໃຫ້ການຕິດຕາມຂອງເຈົ້າໜ້າທີ່ສັບສົນ ແລະ ຍາກທີ່ຈະເຫັນພວກເຂົາ.

ຕົກມາຮອດວັນທີ 7 ພະຈິກ 2019, ເຈົ້າໜ້າທີ່ຈຶ່ງສາມາດຮູ້ການເຄື່ອນໄຫວຂອງເປົ້າໝາຍທຸບແວ່ນລົດໃຫຍ່ ລັກເອົາຊັບສິນໄປເຄື່ອນໄຫວຢູ່ເຂດເມືອງໂພນໂຮງ ແຂວງວຽງຈັນ; ດັ່ງນັ້ນ, ຈຶ່ງປະສານສົມທົບກັບກົມໃຫຍ່ຕໍາຫຼວດ ພ້ອມກັນລົງສົມທົບກັບກອງບັນຊາການ ປກສ ແຂວງວຽງຈັນ ໂດຍສະເພາະແມ່ນ ປກສ ເມືອງໂພນໂຮງ ແລະ ປກສ ກຸ່ມໂພນໂຮງ ລົງກວດກາຄັດຈ້ອນເປົ້າໝາຍການມາພັກເຊົາຢູ່ໃນຫ້ອງແຖວ ແລະ ເຮືຶອນພັກຂອງປະຊາຊົນບ້ານໂພນໂຮງ ຈົນສາມາດຮູ້ໄດ້ວ່າແມ່ນເປົ້າໝາຍຂອງພວກເຮົາຢ່າງຊັດເຈນ ຖືກຕາມຂໍ້ມູນຂອງຕາໜ່າງຂ່າວສະໜອງໃຫ້ ຈຶ່ງໄດ້ເຝົ້າຕິດຕາມຕະຫຼອດຄືນຢູ່ໃກ້ກັບບ່ອນພັກຂອງເປົ້າໝາຍ ແລະ ວາງແຜນກັນຢ່າງລະອຽດໃນການເຂົ້າຈັບກຸມຕົວເປົ້າໝາຍ ເພື່ອຮັບປະກັນບໍ່ໃຫ້ເປົ້າໝາຍໂຕນໜີ. ຮອດເວລາ 7:03ໂມງ ຂອງວັນທີ 8 ພະຈິກ 2019, ເຈົ້າໜ້າທີ່ທຸກພາກສ່ວນໄດ້ພ້ອມກັນເຂົາປິດລ້ອມບ່ອນພັກເຊົາຂອງເປົ້າໝາຍ ຈົນສາມາດຈັບຕົວເປົ້າໝາຍໄດ້.

ພາຍຫຼັງຈັບຕົວໄດ້ຈຶ່ງຮູ້ໄດ້ວ່າ: ເປົ້າໝາຍທຸບແວ່ນລົດໃຫຍ່ ຊື່ທ້າວ ຄໍານາງ ຫຼື ອຸຍ ອາຍຸ 36 ປີ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ຜ່ານການກວດຄົ້ນຫ້ອງນອນ ພົບເຫັນວັດຖຸເຄື່ອງຂອງກາງ ຄື: ປືນ ສັ້ນ 1 ກະບອກ ຊະນິດກ໋ອກ 26 ພ້ອມດ້ວຍລູກກະສູນ 38 ລູກ, ເພັດຕັດແກ້ວ 1 ອັນ, ຄ້ອນຕີ 2 ອັນ, ເງິນ 100.000.000 ກີບ, ວັດຖຸສີເຫຼືອງຄ້າຍຄືຄໍາມີ: ສາຍແຂນ 1 ເສັ້ນ, ສາຍຄໍສີເຫຼືອງ 2 ເສັ້ນ ພ້ອມດ້ວຍກີ້ 2 ອັນ, ສາຍຄໍສີເຫຼດ 2 ເສັ້ນ, ຄອມພິວເຕີໂນດບຸກ 1 ເຄື່ອງ, ກ້ອງຖ່າຍຮູບ 2 ເຄື່ອງ, ໂທລະສັບມືຖື 5 ເຄື່ອງ, ສະຫວ່ານ 1 ອັນ, ເມີ້ນເຈຍ 1 ອັນ, ຢາບ້າ 42 ເມັດ, ປຶ້ມບັນຊີທະນາຄານ ມີຕົວເລກເງິນຝາກ ຈໍານວນ 100.000.000 ກີບ 1 ຫົວ ແລະ ລົດຈັກຍີ່ຫໍ້ຮອນດ້າເວບໄອ ສີດໍາເທົາ ປ້າຍທະບຽນ ດອ 3277 ກໍາແພງນະຄອນ.

ຜ່ານການສືບສວນ-ສອບສວນ, ຜູ້ກ່ຽວຮັບສາລະພາບວ່າ ໄດ້ເຄື່ອນໄຫວກະທໍາຜິດດ້ວຍການທຸບແວ່ນລົດໃຫຍ່ແທ້ ຈໍານວນ 25 ຄັ້ງ, ໃນເມື່ອໄດ້ວັດຖຸເຄື່ອງຂອງມີຄ່າກໍເອົາໄປຂາຍເອົາເງິນ, ຈໍານວນໜຶ່ງກໍໄປທໍາລາຍຈູດໄຟຖິ້ມ ແລະ ໄປຖິ້ມລົງໜອງນໍ້າຂ້າງເຮືອນຜູ້ກ່ຽວເອງ, ການເຄື່ອນໄຫວອອກທຸບແວ່ນໃນແຕ່ລະຄັ້ງ ແມ່ນເວລາປະມານ 19:00 ໂມງ ດ້ວຍການຂີ່ລົດຈັກ ບໍ່ຕິດປ້າຍທະບຽນ ໂດຍຂີ່ລົດຈັກເລາະໄປຕາມເສັ້ນທາງຊອກຫາລົດທີ່ມີຍີ່ຫໍ້ລາຄາແພງ ແລະ ປ້າຍງາມໆ ແລ້ວໃຊ້ໄຟສາຍນ້ອຍສ່ອງເບິ່ງໃນລົດໃຫຍ່ ເມື່ອເຫັນກະເປົາແລ້ວກໍລົງມືທຸບແວ່ນລົດ, ວິທີການທຸບແມ່ນເອົາເພັດຕັດແກ້ວຂີດແວ່ນລົດປະມານ 5-6 ບາດແລ້ວເອົາຄ້ອນຕີທັບ, ບາງຄັ້ງກໍເອົາສານເຄມີແກວ່ງໃສ່ແວ່ນລົດ ແລ້ວເອົາມືຍູ້ໃຫ້ແວ່ນແຕກແລ້ວລັກເອົາຊັບ.

ເພື່ອຮັກສາຊັບສິນຂອງທ່ານບໍ່ໃຫ້ສູນຫາຍ ແລະ ເສຍໄປລ້າໆໃຫ້ກັບກຸ່ມຄົນຂີ້ລັກ ບັນດາທ່ານຄວນມີສະຕິຕໍ່ການເກັບມ້ຽນຊັບສິນຂອງທ່ານໃຫ້ດີ, ບໍ່ຄວນປະເງິນ ຫຼື ກະເປົາເງິນ, ໂທລະສັບມືຖື, ຄອມພິວເຕີໂນດບຸກ ແລະ ສິ່ງຂອງມີຄ່າໄວ້ໃນລົດ ເພາະສິ່ງຂອງເຫຼົ່ານັ້ນຈະເປັນສິ່ງຢົ້ວຕາຢົ້ວໃຈໃຫ້ກຸ່ມຄົນຂີ້ລັກທຸບແວ່ນລົດເອົາຊັບ.