ອາທິດທີ່ຜ່ານມາ, ກອງບັນຊາການ ປກສ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດພິທີສະຫຼຸບຖອດຖອນບົດຮຽນ ປະເມີນຜົນການຈັດຕັ້ງປະຕິບັດແກ້ໄຂປະກົດການຫຍໍ້ທໍ້ໄລຍະທີ 1 ແລະ ວາງທິດທາງແຜນ ການໄລຍະທີ 2 ທົ່ວເມືອງບຸນໃຕ້.

ໂດຍມີ ທ່ານ ອ່ອນຄໍາ ອິນແສງ ເຈົ້າເມືອງໆບຸນໃຕ້, ພັອ ຄໍາຈັນ ແສງລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາທ່ານຄະນະພັກ-ຄະນະກອງບັນຊາການ ຕະຫຼອດຮອດພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ເມືອງບຸນໃຕ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພັທ ອຸດອນ ສຸວົງໄຊ ຫົວໜ້າກອງບັນ ຊາການ ປກສ ເມືອງບຸນໃຕ້ ໄດ້ຂຶ້ນຜ່ານບົດສະຫຼຸບການລົງກໍ່ສ້າງຮາກຖານການເມືອງແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະ 5 ເດືອນຜ່ານມາ ໂດຍໃຫ້ຮູ້ວ່າ:

ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ພໍ່-ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ຮູ້ເທົ່າບໍ່ເຖິງການ ຫຼົງເຊື່ອໃນກົນອຸບາຍຂອງພວກກຸ່ມຄົນບໍ່ດີ ເຮັດໃຫ້ກຸ່ມໄວລຸ້ນ ແລະ ປະຊາຊົນຈໍານວນໜຶ່ງຂາດການສຶກສາອົບຮົມ, ບໍ່ມີວຽກເຮັດງານທໍາ, ລວມຕົວກັນເປັນກຸ່ມແກ້ງ ແລະ ກະທໍາຜິດ ເຊັ່ນ: ມົ້ວສຸມສິ່ງເສບຕິດ, ຂີ້ລັກ-ງັດແງະ, ປຸ້ນຈີ້-ຊິງຊັບ, ຫຼິ້ນການພະນັນ, ຄ້າຂາຍເຖື່ອນ, ກຸ່ມແກ້ງຂີ່ລົດກວນເມືອງ ເຊິ່ງພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ບັນຫາອື່ນໆ.

ແຕ່ຍ້ອນຄະນະພັກ-ຄະນະກອງບັນຊາການ ປກສ ເມືອງບຸນໃຕ້ ພ້ອມດ້ວຍທີມງານ ປກສ ແຂວງ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພະແນກ ແລະ ໜ່ວຍງານຈົນເຖິງບຸກຄົນຢ່າງຂາດຕົວ ໂດຍມີການຊີ້ນໍາ-ນໍາພາ ຢ່າງໃກ້ຊິດຕິດແທດຈາກ ຄະນະພັກ-ຄະນະບັນຊາປ້ອງກັນຄວາມສະຫງົບ ເມືອງຢ່າງເປັນປົກກະຕິ ແລະ ມີການປະສານສົມທົບກັນເປັນຢ່າງດີກັບອົງການປົກຄອງແຕ່ລະຂັ້ນ ເຮັດໃຫ້ເມືອງບຸນໃຕ້ ມີຄວາມສະຫງົບປອດໄພ ໂດຍພື້ນຖານ.

ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຕົວຈິງຢູ່ເມືອງບຸນໃຕ້ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເຊັ່ນ: ມີຄະດີເກີດຂຶ້ນທັງໝົດມີ 14 ເລື່ອງ, ມີ 15 ຄົນ; ໃນນີ້, ຄະດີອາຍາ ມີ 3 ເລື່ອງ, ມີ 3 ຄົນ ພວມດໍາເນີນຄະດີມີ 1 ເລື່ອງ 1 ຄົນ, ຄະດີຢາເສບຕິດມີ 11 ເລື່ອງ, ມີ 12 ຄົນ, ຢຶດຂອງກາງປະເພດຢາບ້າ ຈໍານວນ 3.478 ເມັດ ແລະ ຄະດີອື່ນໆ.

ໂອກາດດັ່ງກ່າວ, ປກສ ເມືອງບຸນໃຕ້ ກໍໄດ້ຈັດພິທີທໍາລາຍອາວຸດລ່າເນື້ອທີ່ທ້ອນໂຮມມາຈາກປະຊາຊົນໃນ 8 ກຸ່ມ, 64 ບ້ານ ແລະ 5 ບ້ານທີ່ຂຶ້ນກັບ, ມີ 4.958 ຫຼັງຄາເຮືອນ, ມີ 5.795 ຄອບຄົວ. ໃນນີ້, ອາວຸດປະເພດປືນແກັບ ມີ 1.864 ກະບອກ ແລະ ເຄື່ອງຊ໋ອດປາ ຈໍານວນ 19 ຊຸດ; ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຮັບຮູ້-ເຂົ້າໃຈກ່ຽວກັບຜົນຮ້າຍຂອງການນໍາໃຊ້ອາວຸດທຸກປະເພດຢ່າງທົ່ວເຖິງ ແລະ ເພື່ອຫຼຸດຜ່ອນການລ່າເນື້ອຫຼົງຍິງກັນ.