ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໄດ້ຕິດຕາມຈັບຕົວຄົນຮ້າຍທີ່ໃສ່ຊຸດຕໍາຫຼວດ ຂັບຂີ່ລົດຈັກຊອກກັກລົດຈັກຂອງປະຊາຊົນ ຕາມທາງເທດສະບານແຂວງ ໄດ້ 2 ຄົນ; ພ້ອມຂອງກາງຊຸດຕໍາຫຼວດ ແລະ ລົດຈັກທີ່ໃຊ້ກໍ່ເຫດ ພາຍຫຼັງຕິດຕາມມາໄດ້ເກືອບເດືອນຢູ່ຫ້ອງເຊົ່າເຂດບ້ານຈັດສັນ ນະຄອນປາກເຊ ໃນວັນທີ 28 ຕຸລາ 2019 ໂດຍພວກກ່ຽວກໍ່ເຫດມາ ແລ້ວເຖິງ 7 ຄັ້ງ.

ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ນວນ ອາຍຸ 23 ປີ ແລະ ທ້າວ ອາໂຈ ອາຍຸ 20 ປີ ທັງ 2 ຄົນ ຢູ່ບ້ານວັດຫຼວງ ເມືອງໄຊເສດຖາ ແຂວງອັດຕະປື ພວກກ່ຽວຖືກຕ້ອງໂທດມາແລ້ວຜູ້ລະ 1 ຄັ້ງ ຢູ່ແຂວງອັດຕະປື ໃນຄະດີທຳລາຍຊັບພົນລະເມືອງ. ຄະດີດັ່ງກ່າວ, ໃນວັນທີ 3 ຕຸລາ 2019 ໄດ້ຮັບການແຈ້ງຄວາມຈາກ ທ້າວ ສຸກສະໝອນ ອາຍຸ 17 ປີ ບ້ານແກ້ງຫວດ ເມືອງຄົງເຊໂດນ ແຂວງສາລະວັນ ວ່າ: ໃນວັນທີ 2 ຕຸລາ 2019, ເວລາປະມານ 16:00 ໂມງ ໄດ້ມີຊາຍ 2 ຄົນ ຂັບຂີ່ລົດຈັກຢາມາຮາ ສີຟ້າ ບໍ່ມີປ້າຍທະບຽນໃສ່ໝວກກັນກະທົບ ແລະ ນຸ່ງເຄື່ອງແບບຕຳຫຼວດລັດປຸ້ນເອົາ ລົດຈັກ ຢາມາຮາ ສີຟ້າ ປ້າຍທະບຽນ ຈມ 6549 ຈຳປາສັກ ນຳຜູ້ກ່ຽວ ໃນຂະນະເດີນທາງກັບເຮືອນຢູ່ເຂດບ້ານໜອງແໜງ ເມືອງຄົງເຊໂດນ ແຂວງສາລະວັນ. ຜ່ານການຕິດຕາມເປົ້າໝາຍກໍ່ເຫດຈົນຮອດວັນທີ 28 ຕຸລາ 2019 ສາມາດຕິດຕາມຈັບພວກ່ຽວໄດ້ຢູ່ຫ້ອງເຊົ່າ ເຂດບ້ານຈັດສັນ ນະຄອນປາກເຊ ແຂວງຈຳປາສັກ.

ຜ່ານການສອບສວນ, ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັບໝູ່ຊື່ ທ້າວ ຫຼ້າ ອາຍຸ 22 ປີ ຢູ່ບ້ານຫຼັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ທີ່ເຊົ່າຫ້ອງແຖວຢູ່ເຂດບ້ານຈັດສັນ ນະຄອນປາກເຊ ແລະ ພາກັນເຄື່ອນໄຫວປຸ້ນເອົາລົດຈັກມາແລ້ວ 7 ຄັ້ງ ໄດ້ລົດຈັກ 7 ຄັນ. ນັບແຕ່ເດືອນຕຸລາ 2019 ເປັນຕົ້ນມາ;

  • ຄັ້ງທີ 1 ປຸ້ນເອົາລົດ ຈັກຢາມາຮາ ລຸ້ນ R 15 ສີຟ້າ ປ້າຍທະບຽນ ຈມ 6549 ຈຳປາສັກ ຢູ່ເຂດບ້ານໜອງແໜງ ເມືອງຄົງເຊໂດນ ແຂວງສາລະວັນ;
  • ຄັ້ງທີ 2 ປຸ້ນເອົາລົດຈັກເວັບໄອ ສີແດງ ບໍ່ມີປ້າຍທະບຽນ ຢູ່ເຂດບ້ານຫ້ວຍຫວາຍ ເມືອງທ່າແຕງ ແຂວງເຊກອງ;
  • ຄັ້ງທີ 3 ປຸ້ນເອົາລົດຈັກເວັບ 100 ສີຟ້າ ບໍ່ມີປ້າຍທະບຽນ ຢູ່ເຂດເມືອງບາຈຽງ ແຂວງຈຳປາສັກ;
  • ຄັ້ງທີ 4 ໄດ້ກັກເອົາລົດຈັກ ເວັບໄອ ສີແດງ ປ້າຍທະບຽນ ຈພ 8134 ຈຳປາສັກ ຢູ່ເຂດບ້ານໂນນຫີນ ເມືອງໂພນທອງ ແຂວງຈຳປາສັກ;
  • ຄັ້ງທີ 5 ເອົາລົດຈັກ ເວັບ 100 ສີຂຽວ-ດຳ ຢູ່ເຂດຫຼັກ 19 ເມືອງປະທຸມພອນ ແຂວງຈຳປາສັກ;
  • ຄັ້ງທີ 6 ປຸ້ນເອົາລົດຈັກ ເວັບ 100 ສີຟ້າ-ດຳ ບໍ່ມີປ້າຍທະບຽນ ພ້ອມໂທລະ ສັບ 1 ເຄື່ອງ ຢູ່ເຂດບ້ານດູ່ໂພນ ທອງ ແຂວງຈຳປາສັກ
  • ຄັ້ງທີ 7 ປຸ້ນເອົາລົດຈັກ 2 ຄັນ ລວມມີ ລົດຈັກເວັບໄອ ສີແດງ-ດຳ ບໍ່ມີປ້າຍທະບຽນ ແລະ ລົດຈັກເວັບໄອ ສີຂາວ ບໍ່ມີປ້າຍທະບຽນ ພ້ອມໂທລະສັບ 2 ເຄື່ອງ ແລະ ກ້ອງຖ່າຍຮູບ 1 ເຄື່ອງ ຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ.

ສຳສັບເຄື່ອງຂອງກາງທີ່ປຸ້ນມາໄດ້ ແຕ່ລະຄັ້ງພວກກ່ຽວໄດ້ນຳໄປຂາຍເອົາເງິນໄປປັນກັນແລ້ວໃຊ້ຈ່າຍຫຼິ້ນກິນຟຸມເຟື່ອຍຈົນໝົດ. ສ່ວນເຄື່ອງຂອງກາງທີ່ເກັບກູ້ຄືນໄດ້ມີໂທລະສັບມືຖື 3 ເຄື່ອງ, ກ້ອງຖ່າຍຮູບ 1 ເຄື່ອງ ແລະ ລົດຈັກຢາມາຮາ ລຸ້ນ R15 ສີຟ້າ ປ້າຍທະບຽນ ຈມ 6549 ຈຳປາສັກ.