ພັອ ຄໍາພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ຊີ້ນຳວຽກງານຢູ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ ໃນທ້າຍອາທິດທີ່ຜ່ານມານີ້ ໂດຍມີຄະນະກອງພັນເຄື່ອນທີ່, ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງ ພາຍໃນ ກອງພັນປ້ອງກັນເຄື່ອນ ເຂົ້າຮ່ວມ.

ພັທ ບົວສອນ ແສງສະຫວ່າງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໄດ້ລາຍງານວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກອງພັນປ້ອງກັນເຄື່ອນທີ່ ໄດ້ຖືເອົາການສຶກສາການເມືອງນຳພາແນວຄິດເປັນກົກ ໃຫ້ພະນັກງານ-ນັກຮົບໃນທົ່ວກຳລັງ ສອດຮ້ອຍຕິດພັນກັບວິຊາສະເພາະ ຢ່າງເປັນປົກກະຕິ ຊີ້ນຳໆພາໄກ້ສິດຕິດແທດເລົ່າລົບວິຊາສະເພາະເຄື່ອນໄຫວເຮັດໜ້າທີ່, ເຝິກແອບວິຊາສະເພາະໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວວ່ອງໄວເພື່ອຮັບປະກັນການຕ້ານ ແລະ ສະກັດກັ້ນເປົ້າໝາຍຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ; ເຊິ່ງໃນປີຜ່ານມາ, ກອງພັນປ້ອງກັນເຄື່ອນທີ່ ປ້ອງກັນແຂກການນຳພາຍໃນ ແລະ ຕ່າງປະເທດ 15 ຄັ້ງ ມີ 150 ສະຫາຍ, ຈັດຕັ້ງກຳລັງກອງກຽດຕິຍົດວາງພວງມາລາ 10 ຄັ້ງ 250 ສະຫາຍ, ຈັດຕັ້ງກຳລັງກວດກາສາລະເວຕາມຂອບເຂດເທດສະບານເມືອງໄກສອນພົມວິຫານ 650 ຄັ້ງ ມີ 6.210 ສະຫາຍ, ກັກຕົວຜູ້ຖືກຫາມີຢາເສບຕິດໄວ້ໃນຄອບຄອງ 10 ລາຍ ມີ 13 ຄົນ ຂອງກາງຢາບ້າ 420 ເມັດ, ແກ້ໄຂກຸ້ມແກ້ງຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກ, ຂີ່ລົດໄວໃຊ້ສຽງດັງ ແລະ ກັກລົດບໍ່ມີເອກະສານໄດ້ທັງໝົດ 70 ຄັນ, ສຶກສາອົບຮົມຕໍ່ຜູ້ລະເມີດ ໃຫ້ສ້ອມແປງລົດຄືນໃນສະພາບເດີມ ແລ້ວສົ່ງຄືນ 38 ຄັນ ມີ 38 ຄົນ ແລະ ຍັງມີຜົນງານດ້ານອື່ນໆ. ນອກນີ້, ຍັງມີການປະກອບຄຳຄິດເຫັນລາຍງານບາງສະພາບການທີ່ເກີດຂຶ້ນຂໍ້ສະດວກຂໍ້ຫຍຸ້ງຍາກໃນແຕ່ລະຂົງເຂດວຽກງານເພື່ອພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ.

ໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ເໜັ້ນໃຫ້ກອງພັນເຄື່ອນທີ່ເອົາໃຈໃສ່ຕິດຕາມແກ້ໄຂບັນຫາການການຂີ່ລົດໄວໃຊ້ສຽງດັງ, ບັນຫາກຸ່ມແກ້ງກວນເມືອງ ທີ່ພົວພັນກັບກຸ່ມຄົນບໍ່ດີໃຫ້ສະດຸ້ງໄວແກ້ໄຂທັນເຫດການ, ປ້ອງກັນປະກົດການຫຍໍ້ທໍ້ໃນສັງຄົມ ແລະ ພາຍໃນກຳລັງ, ວຽກງານກວດກາສາລະເວຕ່າງໆໃຫ້ຖືກຕ້ອງສອດຄ່ອງ, ປັບປຸງການປະຕິບັດໜ້າທີ່ການເວົ້າຈາປະຕິບັດຕໍ່ປະຊາຊົນ ບໍ່ໃຫ້ເກີດຫາງສຽງຈົ່ມວ່າຈາກສັງຄົມ, ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາ, ເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງແນວຄິດຢ່າງເປັນປະຈຳ ເພື່ອພ້ອມກັນເຮັດໜ້າທີ່ການເມືອງໃນໄລຍະໃໝ່ທີ່ພັກ-ລັດມອບໝາຍໃຫ້ສຳເລັດ ກຽມພ້ອມປ້ອງກັນແກ້ໄຂສະພາບການຕ່າງໆຢູ່ຕະຫຼອດເວລາ ເພື່ອເຮັດໃຫ້ສັງຄົມມີຄວາມສະຫຼົບປອດໄພດີຂຶ້ນໄປເລື້ອຍໆ.