ໃນວັນທີ 29 ມັງກອນ 2018, ກົມໃຫຍ່ພະລາທິການ ໄດ້ຈັດພິທີເປີດຊຸດຝຶກອົບຮົມລະບຽບໃຫ້ແກ່ກຳລັງໃໝ່ ແລະ ກໍາລັງທົດແທນ ໂດຍການເຂົ້່າຮ່ວມເປັນປະທານຂອງ ພັອ ໜູດີ ມີໄຊຍະລາດ ຮອງຫົວໜ້າກົມໃຫຍ່ພະລາທິການ, ມີບັນດາຄະນະພັກ-ຄະນະບັນຊາຫ້ອງ, ກົມ, ໂຮງໝໍ 5 ເມສາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ສົມສັກ ຄຳມຸງຄຸນ ຮອງຫົວໜ້າຫ້ອງການເມືອງ ໃຫ້ຮູ້ວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ແມ່ນມີພະນັກງານ-ນັກຮົບທັງໝົດຈໍານວນ 84 ສະຫາຍ ຍິງ 44 ຄົນ, ການຝຶກອົບຮົບຄັ້ງນີ້ ເພື່ອເຮັດໃຫ້ກຳລັງໃໝ່ ແລະ ກໍາລັງທົດແທນໄດ້ມີຄວາມຮູ້ເຂົ້າໃຈຕໍ່ກົດລະບຽບ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂັ້ນພື້ນຖານ ຂອງກຳລັງ ປກສ ເພື່ອປະກອບສ່ອນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ໄດ້ຮັບໝາກຜົນດີ.

ເອກະສານທີ່ນຳມາຮຽນໃນຄັ້ງນີ້ມີ 5 ເອກະສານຄື: ຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ເອກະສານຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ນັກຮົບໃນໄລຍະໃໝ່, ເອກະສານກົດໝາຍ ວ່າດ້ວຍວຽກງານປ້ອງກັນຄວາມສະຫົງບ ປະຊາຊົນ, ເອກະສານພາລະບົດບາດຂອງກົມໃຫຍ່ພະລາທິການ ປກສ ແລະ ເອກະສານຄໍາປະຕິຍານ 8 ຂໍ້ຂອງກໍາລັງປະກອບອາວຸດ, ລະບຽບວິໄນ 8 ຂໍ້ຂອງກໍາລັງປະກອບອາວຸດ, ເອກະສານ 3 ທາດແທ້ 7 ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫົງບ ແລະ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກໍາລັງປະກອບອາວຸດ. ໃນການເປີດຝຶກອົບຮົມໃນຄັ້ງນີ້ ຈະດຳເນີນເປັນເວລາ 13 ວັນ ຈຶ່ງຈະສໍາເລັດ.