ໃນວັນທີ 28 ມັງກອນ 2018, ເຈົ້າໜ້າທີ່ພະແນກຕໍາຫຼວດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວ​ພັນ ສົມທົບກັບກໍາລັງວິຊາສະເພາະ ປກສ ເມືອງ ເຂົ້າກວດຄົ້ນເຮືອນຂອງ ທ້າວ ຈົງເຕັ່ງ ອາຍຸ 53 ປີ ບ້ານວຽງຮັງ ເມືອງສົບເບົາ ແຂວງຫົວພັນ ເຊິ່ງເປັນເປົ້າໝາຍຄ້າຂາຍຢາເສບຕິດ ພົບເຫັນເຮໂຣອິນ 10 ເແທ່ງ ພ້ອມອາວຸດປືນ ແລະ ລູກກະສຸນຫຼາຍຊະນິດ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫຼັງສືບຮູ້ວ່າ ທ້າວ ຈົງເຕັ່ງ ໄດ້ລັກລອບເອົາເຮໂຣອິນມາຊຸກເຊື່ອງໄວ້ຢູ່ເຮືອນຂອງຜູ້ກ່ຽວ ຈຶ່ງໄດ້ຈັດຕັ້ງ​ກຳລັງລົງເກັບກຳຂໍ້ມູນເພື່ອພິສູດແຫຼ່ງຂ່າວ ແລະ ເຫັນວ່າມີມູນຄວາມຈິງ. ຮອດວັນທີ 28 ມັງກອນ 2018 ​ຈຶ່ງ​ໄດ້​ປະ​ສານສົມທົບກັບກອງ​ບັນ​ຊາ​ການ ປກ​ສ ເມືອງ​ສົບ​ເບົາ ແລະ ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ພ້ອມ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ບ້ານ ດັ່ງ​ກ່າວ ນຳກຳລັງເຈົ້າໜ້າທີ່ເຂົ້າປິດລ້ອມເຮືອນຂອງເປົ້າໝາຍ ເພື່ອກວດຄົ້ນ. ຜ່ານການກວດຄົ້ນ, ພົບເຮໂຣອິນ ຈຳນວນ 10 ແທ່ງ ໜັກ 3,8 ກຼາມ ພ້ອມ​ດ້ວຍ​ອາ​ວຸດປືນ 59 ຈໍານວນ 1 ກະ​ບອກ, ປືນວີແຢັດ 1 ກະ​ບອກ, ປືນ​ຍິງລູກອັດ 1 ກະ​ບອກ ແລະ ປືນ​ແວ່ງ 1 ກະ​ບອກ ພ້ອມ​ລູກ​ກະ​ສູນ​ປືນອາ​ກາ 10 ລູກ, ລູກ 59 10 ລູກ, ລູກ​​ຊອງ 4 ລູກ ແລະ ລູກ​ປືນວີແຢັດ 14 ລູກ. ດັ່ງນັ້ນ, ຈຶ່ງໄດ້ຈັບຕົວທ້າວ ຈົງເຕັ່ງ ມາດຳ​ເນີນການສືບສວນ-ສອບສວນຂະຫຍາຍຜົນ.

ທ້າວ ຈົງ​ເຕັ່ງ ສາລະພາບໃນເບື້ອງຕົ້ນວ່າ: ເຮໂຣອິນ ແລະ ອາວຸດປືນຈໍານວນດັ່ງກ່າວ ເປັນຂອງຜູ້ກ່ຽວແທ້. ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນເພີ່ມຕື່ມ ຫາພັກພວກກຸ່ມແກ້ງດຽວກັນ.