ກອງປະຊຸມສະຫຼຸບວຽກງານຄຸມຂັງ-ດັດສ້າງ ປະຈຳປີ 2017-2018 ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2018 ເພື່ອໃຫ້ເຫັນສັງເກດຕີລາຄາສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງໃນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ສາເຫດທີ່ພາໃຫ້ມີຈຸດດີຜົນສຳເລັດ, ຈຸດອ່ອນຄົງຄ້າງ ເພື່ອມີວິທີການແກ້ໄຂໃນຕໍ່ໜ້າ, ໂດຍການເປັນປະທານຂອງ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ແລະ ເປັນກຽດເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍບັນດາຫ້ອງວ່າການ, ຄະນະກົມໃຫຍ່, ຄະນະກົມ, ວິທະຍາຄານ, ກອງບັນຊາການແຂວງ-ນະຄອນຫຼວງ ແລະ ຫົວໜ້າຄ້າຍຄຸມຂັງ-ດັດສ້າງໃນຂອບເຂດທົ່ວປະເທດ.

ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະນຳ ກະຊວງ ປກສ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ຊີ້ນຳຢ່າງຈົດຈໍ່ ໂດຍສະເພາະແມ່ນໄດ້ແຕ່ງຕັ້ງຄະນະສະເພາະກິດ ປະກອບມີ 4 ກົມໃຫຍ່ອ້ອມຂ້າງກະຊວງ ແລະ ກົມຕຳຫຼວດຄຸມຂັງ-ດັດສ້າງລົງກວດກາ, ເກັບກຳຂໍ້ມູນວຽກງານຄຸມຂັງທົ່ວປະເທດ ເປັນຕົ້ນແມ່ນ: ການນຳພາປັບປຸງກົງຈັກການຈັດຕັ້ງ, ການປະກອບບຸກຄະລາກອນ, ການເຄື່ອນໄຫວວຽກງານວິຊາສະເພາະ ກໍຄືການພັດທະນາພື້ນຖານໂຄງລ່າງ, ບັນດາຄ້າຍອ້ອມຂ້າງສຸນກາງ ແລະ ທ້ອງຖິ່ນ. ນອກນັ້ນ, ກົມ ແລະ ແຕ່ລະຄ້າຍຄຸມຂັງ-ດັດສ້າງ ໄດ້ຈັດຕັ້ງການປ້ອງກັນເວນຍາມຂຶ້ນປ້ອມຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ຕິດຕາມ, ເກັບກຳສະພາບທັງໃນ ແລະ ນອກຄ້າຍ ເປັນຕົ້ນແມ່ນສະພາບການເຄື່ອນໄຫວພົວພັນຂອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງດ້ວຍການພົວພັນທີ່ບໍ່ຖືກຕ້ອງກັບເຈົ້າໜ້າທີ່ ແລະ ປະຊາຊົນທົ່ວໄປ ເພື່ອເຄື່ອນໄຫວກໍ່ການກະທຳຜິດ, ລະເມີດຕໍ່ຂໍ້ກຳນົດກົດລະບຽບຂອງຄ້າຍ ຈຶ່ງເຮັດໃຫ້ຫຼາຍຄ້າຍທັງຢູ່ສູນກາງ ແລະ ທ້ອງຖິ່ນ ຮັກສາໄດ້ຄວາມສະຫງົບປອດໄພໂດຍພື້ນຖານ. ປັດຈຸບັນ, ທົ່ວປະເທດມີນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ທັງໝົດ 20.000 ກວ່າຄົນ (ໃນນີ້ນັກໂທດ 10.000 ກວ່າຄົນ, ຜູ້ຖືກຫາ 9.000 ກວ່າຄົນ, ຜູ້ຖືກດັດສ້າງ 5.000 ກວ່າຄົນ ຖ້າທຽບໃສ່ປີ 2016 ເພີ່ມຂຶ້ນ 4.000 ກວ່າຄົນ). ຜ່ານຂະບວນການສຶກສາອົບຮົມ, ນັກໂທດ-ຜູ້ຖືກດັດສ້າງໄດ້ຫັນແນວຄິດ ແລະ ການກະທຳກາຍເປັນພົນລະເມືອງດີ ເມື່ອອອກໄປສູ່ສັງຄົມ ຫຼາຍຄົນບໍ່ກັບຄືນໄປກະທຳອີກ ມີຈຳນວນ 500 ກວ່າຄົນ.

ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາ ຈະໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງກໍ່ສ້າງກຳລັງຕຳຫຼວດຄຸມຂັງ-ດັດສ້າງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ລະບຽບວິໄນເຂັ້ມງວດ, ມີຄວາມຮູ້-ຄວາມສາມາດ, ມີກໍາລັງພຽງພໍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາຄ້າຍຄຸມຂັງ-ດັດສ້າງ, ບໍ່ໃຫ້ນັກໂທດ, ຜູ້ຖືກຫາແຫກຄຸກໂຕນໜີ, ພ້ອມທັງຫັນນິຕິກຳຮັບໃຊ້ວິຊາສະເພາະເຂົ້າສູ່ຊີວິດຕົວຈິງໃນການຄຸ້ມຄອງ, ປ້ອງກັນ ແລະ ສຶກສາອົມຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ເຂົ້າສູ່ລະບົບລະບຽບຫຼັກການທີ່ໄດ້ກຳນົດຢ່າງເຂັ້ມງວດ.