ໃນວັນທີ 9 ທັນວາ 2019, ຄະນະສານອາຍາຂັ້ນຕົ້ນ ແຂວງຄຳມ່ວນ ໄດ້ຕັດສິນ ທ້າວ ພອນ (ຈຳເລີຍ) ອາຍຸ 57 ປີ ບ້ານນາໄກ່ເຂ່ຍ ເມືອງທ່າແຂກ ທີ່ໄດ້ກະທຳຜິດໃນສະຖານການທຳຮ້າຍຮ່າງກາຍ ໃຫ້ຈຳຄຸກ 5 ປີ ພ້ອມ ທັງປັບໃໝ 10.000.000 ກີບ.

ໄອຍະການປະຊາຊົນ ຖະແຫຼ່ງເນື້ອໃນຄະດີຕໍ່ຄະນະສານວ່າ: ໃນປີ 1985, ທ້ານ ພອນ ຖືກສານຕັດສິນລົງ ໂທດຕັດອິດສະຫຼະພາບ 12 ປີ ໃນສະຖານຄາດຕະກຳ (ຂ້າເມຍ) ພາຍຫຼັງພົ້ນໂທດອອກມາໃນປີ 1995, ທ້າວ ພອນ ໄດ້ມາອາໄສຢູ່ນໍານາງ ພູທອນ (ນ້ອງສາວ) ອາຍຸ 38 ປີ ຢູ່ບ້ານນາໄກ່ເຂ່ຍ. ຕໍ່ມາ ທ້າວ ພອນ ໄດ້ສ້າງຄອບ ຄົວກັບ ນາງ ຈຳປີ ອາຍຸ 35 ປີ ຢູ່ບ້ານໂພນເດື່ອ ເມືອງທ່າແຂກ. ມາຮອດປີ 2019, ທ້າວ ພອນ ໄດ້ເລີ່ມມີການພົວພັນກັບຢາເສບຕິດ. ມາໃນວັນທີ 13 ເມສາ 2019, ທ້າວ ພອນ ໄດ້ໄປຫຼິ້ນງານບຸນແຈກເຂົ້າຢູ່ບ້ານໂພນເດື່ອ ແລະ ເສບຢາບ້າຢູ່ແຄມປ່າ ເຂດບ້ານໂພນເດື່ອ ພາຍຫຼັງເສບຢາບ້າແລ້ວ ກໍໄດ້ກັບມາດື່ມເຫຼົ້າຢູ່ພາຍໃນເຮືອນບຸນ ອີກຈົນແຈ້ງ. ມາໃນວັນທີ 14 ເມສາ, ຜູ້ກ່ຽວໄດ້ເອົານ້ຳໃສ່ຄຸໄປຫົດໃສ່ຫົວ ທ້າວ ສ້ອຍ ພ້ອມທັງເອົາຄຸງວມຫົວ. ເມື່ອເຫັນເຫດການເປັນແນວນັ້ນ, ທ້າວ ບຸນທະວີ (ເຈົ້າຂອງເຮືອນບຸນ) ກໍໄດ້ພາທ້າວ ພອນ ເມື່ອພັກຜ່ອນຢູ່ເຮືອນຂອງຜູ້ກ່ຽວ ພໍກັບເມື່ອຮອດເຮືອນ ທ້າວ ພອນ ກໍໄດ້ຈັບເອົາພ້າຍ່າງມາຟັນໜ້າທ້າວ ສ້ອຍ ຈົນລົ້ມລົງກັບພື້ນ ແລະ ຟັນຊ້ຳອີກ. ແຕ່ທ້າວ ບຸນທະວີ ໄດ້ຍາດເອົາຟ້າໃນມືໄວ້ທັນ ພ້ອມທັນຈັບຕົວຜູ້ກ່ຽວໃຫ້ກອງຫຼອນບ້ານ ແລະ ມອບໃຫ້ເຈົ້າໜ້າທີ່ຕຳຫຼວດໄປດຳເນີນຄະດີຕາມກົດໝາຍ.

ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ ຮອບດ້ານ ແລະ ພາວະວິໄສເຫັນວ່າ ມີຂໍ້ມູນຫຼັກຖານໜັກແໜ້ນພຽງພໍທີ່ສາມາດຢັ້ງຢືນວ່າ: ທ້າວ ພອນ ( ຈຳ ເລີຍ ) ແມ່ນມີເຈດຕະນາກະທຳຜິດໃນສະຖານການທຳຮ້າຍຮ່າງກາຍ ຈົນເຮັດໃຫ້ທ້າວ ສ້ອຍ ໄດ້ຮັບບາດເຈັບສາຫັດ. ດັ່ງນັ້ນ, ສານຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບທ້າວ ພອນ (ຈຳເລີຍ) ຈຳຄຸກ 5 ປີ ພ້ອມທັງປັບໃໝ໋ 10.000.000 ກີບ ຕາມກົດໝາຍອາຍາທີ່ໄດ້ກຳນົດໄວ້.