ມີປະຊາຊົນຄົນໜຶ່ງ ເຂດບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າ ເຂົ້າໄປລັກຕັດເອົາສາຍໄຟຟ້າ ຢູ່ເຂດອຸ ມົງຈຸດ II ໂຄງການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ ຖືກໄຟຟ້າຊ໋ອດໄດ້ຮັບ ບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ.

ປກສ ກຸ່ມບ້ານ ນາເຕີຍ ເມືອງຫຼວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 19 ກຸມພາ 2020, ໄດ້ຮັບລາຍງານຈາກພົນລະ ເມືອງວ່າ: ມີບຸກຄົນໄປລັກລອບຕັດເອົາສາຍໄຟຟ້າຢູ່ເຂດອຸມົງຈຸດ ແລ້ວຖືກໄຟຟ້າຊ໋ອດໄດ້ຮັບບາດເຈັບສາຫັດ. ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເຂົ້າກວດກາສະຖານທີ່ເກີດເຫດ ແລະ ໄດ້ພ້ອມກັນຕັດກະແສໄຟຟ້າ, ດັບມອດໄຟທີ່ລຸກລາມປ່າໄມ້ເຂດດັ່ງກ່າວ ໃຊ້ເວລາປະມານ 30 ນາທີ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້ ແລະ ພົບເຫັນ ຜູ້ກໍ່ເຫດ ຊື່: ທ້າວ ຈ່ອຍ ອາຍຸ 58 ປີ ບ້ານນາເຕີຍ ເມືອງຫຼວງນໍ້າທາ ຮັບບາດເຈັບສາຫັດ ຍ້ອນຖືກໄຟໄໝ້ ແຕ່ຜູ້ກ່ຽວກໍເສຍຊີວິດນມື້ຕໍ່ມາ.

ເຫດການດັ່ງກ່າວ, ໄດ້ສ້າງຄວາມເສຍຫາຍໝໍ້ແປງໄຟຟ້າ 1 ເຄື່ອງ, ສາຍໄຟຟ້າ ແລະ ເຮັດໃຫ້ໄຟໄໝ້ປ່າເສຍ ຫາຍເປັນບໍລິເວນກວ້າງພໍສົມຄວນ.