ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ນໍາກໍາລັງຕໍາຫຼວດວິຊາສະເພາະ ເຂົ້າຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 2 ຄົນ ພ້ອມຂອງກາງຢາບ້າ ຈຳນວນ 4.986 ເມັດ ໃນຂະນະທີ່ນັດຊື້-ຂາຍໃຫ້ກັນຢູ່ເຂດບ້ານສວນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ ໃນວັນທີ 10 ກຸມພາ ຜ່ານມາ.

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວວ່າ ຈະມີເປົ້າໝາຍນັດຊື້ຂາຍຢາເສບຕິດຢູ່ເຂດ ບ້ານສວນສະຫວັນ ນະຄອນປາກເຊ ຈຶ່ງໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະເຂົ້າຕິດຕາມ. ຮອດເວລາ 15:30 ໂມງ ຂອງວັນທີ 10 ກຸມພາ 2020, ໄດ້ພົບເຫັນເປົ້າໝາຍເຄື່ອນໄຫວຢູ່ເຂດບ້ານດັ່ງກ່າວ ຈຶ່ງເຂົ້າຈັບຕົວເປົ້າໝາຍທັງ 2 ຄົນ ຄື: ທ້າວ ວິໄຊ ອາຍຸ 33 ປີ ຢູ່ບ້ານພູມ່ວງ ແລະ ທ້າວ ສຸລິດ ອາຍຸ 29 ປີ ຢູ່ບ້ານໂພນສະອາດ ທັງ 2 ຄົນ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ພ້ອມເຄື່ອງຂອງກາງຢາບ້າຈຳນວນ 4.986 ເມັດ, ໂທລະສັບ 2 ເຄື່ອງ, ໄອແພັດ 1 ເຄື່ອງ, ລົດຈັກຮອນດ້າ msx ສີມ້ວງດຳ ປ້າຍທະບຽນ ດມ 9544 ກຳແພງນະຄອນ, ລົດຈັກຮອນດ້າ ເວບໄອສີຂາວດຳ ປ້າຍທະບຽນ ຈຣ 6012 ຈຳປາສັກ 1 ຄັນ, ລົດຈັກຮອນດ້າ ສີແດງດຳ ບໍ່ມີປ້າຍທະບຽນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ພວມດໍາເນີນການສອບສວນຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການພົວພັນກັບຢາເສບຕິດໄປດຳເນີນຄະດີຕາມກົດໝາຍ.