ພົອ ຈັນສະໝອນ ຈັນຍາລາດ ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໃຫ້ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ຢູ່ບັນດາແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອຮັບປະກັນໃຫ້ສັງຄົມ ມີຄວາມສະຫງົບ-ປອດໄພຮອບດ້ານ.

ທິດຊີ້ນຳດັ່ງກ່າວ ມີຂຶ້ນໃນກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, ນະຄອນຫຼວງວຽງຈັນ ແລະ 2 ກອງພົນ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020 ຈັດຂຶ້ນໃນວັນທີ 26 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍມີ ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ, ປະທານ-ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ, ຄະນະພັກກອງພົນທະຫານຮາບ ທີ 1 ແລະ ກອງພົນທະຫານຮາບ ທີ 2 ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.

ເຊິ່ງ ພົອ ຈັນສະໝອນ ຈັນຍາລາດ ເນັ້ນວ່າ: ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ບັນດາແຂວງ, ນະຄອນຫຼວງ, ອົງການຈັດຕັ້ງ, ພາກສ່ວນກ່ຽວຂ້ອງ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ປະເທດຊາດ ກໍຄື 3 ແຂວງ ເຊັ່ນ: ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ນະຄອນຫຼວງວຽງຈັນ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວບຸກທະລຸໃນການພັດທະນາ ໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ນອນນັ້ນ, ກອງປະຊຸມຄັ້ງນີ້ ຍັງໄດ້ສະຫຼຸບຕີລາຄາຄືນສະພາບການລວມ ແລະ ການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງບັນດາແຂວງ, ນະຄອນຫຼວງ ໃນໄລຍະ 1 ປີຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ຄະນະກໍາມະການ ປກຊ-ປກສ ສູນກາງ, ແຂວງ ແລະ ໄດ້ຮັບການຮ່ວມມືຈາກ ບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ສາມາດຍາດໄດ້ຜົນງານດ້ານດີຫຼາຍດ້ານ ສະແດງອອກໃນການຮັບປະກັນເຮັດໃຫ້ 3 ແຂວງ, ນະຄອນຫຼວງ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກຖານ ໄດ້ຮັບການປັບປຸງ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ພັດທະນາດີຂຶ້ນ ແລະ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງ.