ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນໍາເຄື່ອງໃຊ້ໄຟຟ້າ ສຳລັບການກໍ່ສ້າງທີ່ຖືກຄົນຮ້າຍລັກໄປ ຈໍານວນ 8 ແກັດ ມອບໃຫ້ຄືນເຈົ້າຂອງເດີມ ຕາງໜ້າມອບໂດຍ ພັທ ລໍາເນົາ ລັດຕະນະລັງສີ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ແລະ ກ່າວຮັບໂດຍ ທ່ານ ລີເວີຍຈົ່ງ ຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ.

ພັທ ລໍາເນົາ ລັດຕະນະລັງສີ ໃຫ້ຮູ້ວ່າ: ເຄື່ອງຈຳນວນດັ່ງກ່າວ ທີ່ນຳມາມອບຄັ້ງນີ້ມີ ສະຫວ່ານ 5 ແກັດ ແລະ ຫີນເຈຍ 3 ແກັດ ລວມມູນຄ່າ 7.600. 000 ກີບ, ທີ່ຖືກຄົນຮ້າຍ 2 ຄົນ ຊື່ ທ້າວ ພຸດສະຫວັນ ຫຼື ເລັງ ອາຍຸ 30 ປີ ຢູ່ບ້ານປາກທ້າງ ແລະ ທ້າວ ເລ້ ອາຍຸ 32 ປີ ຢູ່ບ້ານດົງນາທອງ ທັງ 2 ບ້ານຂຶ້ນກັບເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລັກໄປໃນວັນທີ 29 ມັງກອນທີ່ຜ່ານມາ ແລະ ສາມາດເກັບກູ້ຄືນໄດ້ໃນວັນທີ 2 ກຸມພາ ທີ່ຜ່ານມາ, ພ້ອມກັກຕົວຜູ້ຖືກທັງ 2 ມາດຳເນີນ ຄະດີ.

ຫົວໜ້າພະແນກຕໍາຫຼວດ ຍັງໃຫ້ຮູ້ອີກວ່າ: ກ່ອນກັກຕົວຄົນຮ້າຍໄດ້ນັ້ນ ໃນເບື້ອງຕົ້ນໄດ້ຮັບແຈ້ງຄວາມຈາກເຈົ້າຂອງຊັບວ່າ: ມີຄົນຮ້າຍບໍ່ຊາບຈຳນວນງັດເຂົ້າໄປລັກເຄື່ອງໃຊ້ໄຟຟ້າປະເພດກໍ່ສ້າງໄດ້ໄປ 8 ແກັດ ເມື່ອເຈົ້າໜ້າທີ່ລົງເກັບກຳໃນສະຖານທີ່ເກີດເຫດ ພົບວ່າ ຄົນຮ້າຍມີປະມານ 2-3 ຄົນ, ເມື່ອຮູ້ແນວນັ້ນກໍໄດ້ວາງກຳລັງລົງຕິດ ຕາມຢູ່ຈຸດຫຼໍ່ແຫຼມຕ່າງໆ ຈົນມາຮອດວັນທີ 2 ກຸມພາ 2020 ຈຶ່ງໄດ້ຮູ້ວ່າຜູ້ກໍ່ເຫດຊື່ທ້າວ ພຸດສະຫວັນ ຫຼື ເລັງ ແລະ ທ້າວ ເລ້ ກໍຕິດຕາມກັກຕົວມາສອບສວນ.

ຜ່ານການສອບສວນ, ພວກກ່ຽວທັງ 2 ສາລະພາບວ່າ: ເວລາປະມານ 2:00 ໂມງ ຂອງວັນທີ 29 ມັງກອນ 2020 ໄດ້ພາກັນເຂົ້າໄປງັດສາງເຄື່ອງຂອງນາງ ຄໍາປິວ ແທ້, ພາຍຫຼັງທີ່ງັດໄດ້ແລ້ວ ກໍໄດ້ພາກັນລັກເອົາເຄື່ອງກໍ່ສ້າງທີ່ຢູ່ໃນສາງຈໍານວນ 8 ແກັດ ຄື: ສະຫວ່ານ 5 ແກັດ ແລະ ຫີນເຈຍ 3 ແກັດ ເມື່ອລັກໄດ້ແລ້ວ ຮອດເວລາປະມານ 7:00 ຂອງວັນດຽວກັນ ພວກກ່ຽວກໍເອົາເຄື່ອງຈໍານວນດັ່ງກ່າວໄປຂາຍຢູ່ຮ້ານຂາຍເຄື່ອງກໍ່ສ້າງຂອງ ນາງ ບຸນສວນ ຢູ່ບ້ານປາກທ້າງ ໃນລາຄາ 7.000.000 ກີບ. ພໍຮອດວັນທີ 2 ກຸມພາ ກໍຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ.