ໃນວັນທີ 6 ເມສາ 2020, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກບັນດາບໍລິສັດຫ้າງຮ້ານ ຄື: ບໍລິສັດ ແກ້ວຈະເລີນ ກໍ່ສ້າງຂົວທາງ, ບໍລິສັດ ສົມວັນຂະເລີນ ກໍ່າສ້າງຂົວທາງ ແລະ ທ່ານ ບຸນທະວີ ດວງຕາສະຫວັນ; ເຊິ່ງເຄື່ອງຊ່ວຍເຫຼືອຄັ້ງນີ້ ປະກອບມີ ເຈວລ້າງມື, ຜ້າອະນາໄມອັດປາກ, ກາເຟ ແລະ ໝີ່ເຄິ່ງສໍາເລັດຮູບ ເພື່ອນໍາໄປແຂກຢາຍໃຫ້ພະນັກງານກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ທີ່ກໍາລັງປະຕິບັດໜ້າທີ່ວິຊາສະເພາະ.

ຂ່າວຍັງໃຫ້ຮູ້ອີກວ່າ: ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຍັງໄດ້ນຳເຈວລ້າງມືຂ້າເຊື້ອ, ຜ້າອະນາໄມອັດປາກ ແລະ ກັບມື ລວມມູນຄ່າ 9 ລ້ານກີບ ມອບໃຫ້ ກອງບັນຊາການ ປກສ ເມືອງຈັນທະບູລີ.