ກະຊວງສາທາລະນະສຸກ ໄດ້ປ່ຽນແປງນິຍາມໃໝ່ໃນການກວດຫາເຊື້ອໄວຣັສໂຄວິດ-19 ໂດຍເປີດກວ້າງຫຼາຍຂຶ້ນ ທຸກຄົນສາມາດເຂົ້າເຖິງການກວດຫາເຊື້ອ ພຽງແຕ່ທ່ານມີໄຂ້, ມີໄອ ຫຼື ມີອາການລະບົບທາງເດີນຫາຍໃຈ ເນື່ອງ ຈາກການລະບາດຂອງພະຍາດໂຄວິດ-19 ໄດ້ມີການປ່ຽນແປງຫຼາຍຂຶ້ນ.

ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາ ລະນະສຸກ ໄດ້ໃຫ້ຮູ້ໃນລະຫວ່າງພິທີຖະແຫຼງຂ່າວກ່ຽວກັບການລະບາດພະຍາດໂຄວິດ-19 ໃນວັນທີ 6 ເມ ສາ 2020 ວ່າ: ເຊິ່ງແຕ່ກ່ອນຜູ້ທີ່ບໍ່ມີໄຂ້ ຫຼື ບໍ່ໄດ້ເດີນທາງມາແຕ່ຕ່າງປະເທດ ແມ່ນຈະບໍ່ກວດໃຫ້, ແຕ່ປັດຈຸ ບັນຖ້າທ່ານມີອາການໄຂ້, ໄອ ຫຼື ມີອາການທາງລະບົບຫາຍໃຈໃດໜຶ່ງ ບວກກັບສຳພັດໃກ້ຊິດກັບຜູ້ຢັ້ງຢືນການຕິດເຊື້ອ ຫຼື ມີປະຫວັດສຳພັດກັບຄົນທີ່ ມີອາການໄຂ້, ອາການໄອ ຫຼື ມີອາການລະບົບທາງເດີນຫາຍໃຈ ຫຼື ເດີນ ທາງມາແຕ່ຕ່າງປະເທດ ແມ່ນສາມາດກວດຫາເຊື້ອພະຍາດໂຄວິດ-19 ໄດ້ເລີຍ ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ໃນປັດຈຸບັນໄດ້ປ່ຽນແປງໄປ ທຸກຄົນສາມາດຕິດເຊື້ອໄດ້ ແລະ ໄລຍະຜ່ານມາ ຜູ້ທີ່ບໍ່ເປັນໄຂ້ ມີພຽງອາການໄອເລັກນ້ອຍກໍກວດພົບເຊື້ອ; ສະນັ້ນແລ້ວ ສາທາລະນະສຸກ ຈຶ່ງເປີດກວ້າງນິຍາມໃໝ່ໃນການກວດຫາເຊື້ອເຊິ່ງແຕ່ລະຄົນແມ່ນສາມາດກວດຫາເຊື້ອໄດ້.

ທ່ານຍັງໃຫ້ຮູ້ອີກວ່າ: ຜ່ານມາທີ່ບໍ່ກວດຫາເຊື້ອໃຫ້ຈຳນວນຜູ້ທີ່ເຂົ້າມາກວດທີ່ບໍ່ຢູ່ໃນກຸ່ມສ່ຽງເນື່ອງຈາກວ່າ ກ່ອນໜ້ານີ້ແມ່ນປະເທດຍັງບໍ່ມີການຕິດເຊື້ອໂຄວິດ-19 ເທື່ອ ກໍເລີຍຈຳກັດການກວດ, ແຕ່ປັດຈຸບັນ ມີການຕິດເຊື້ອຢູ່ພາຍໃນປະເທດແລ້ວ ຈຶ່ງຕ້ອງປັບການກວດໄປຕາມສະພາບການລະບາດ ທຸກຄົນສາມາດເຂົ້າເຖິງການກວດຫາເຊື້ອພະຍາດນີ້ໄດ້. ທັງນີ້ກໍເພື່ອປ້ອງກັນການລະບາດໃຫ້ໄດ້ໄວທີ່ກ່ອນ ທີ່ຜູ້ ມີເຊື້ອຈະໄປແຜ່ເຊື້ອໃສ່ຄົນອື່ນຕໍ່ໄປໂດຍບໍ່ຮູ້ ຕົວ.