ວັນທີ 9 ເມສາ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມ ຈັດຕັ້ງປະຕິບັດ 2 ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ, ຂໍ້ຕົກລົງຂອງຄະນະສະເພາະກິດດ້ານເສດຖະກິດ ແລະ ບົດແນະນຳ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ໂດຍມີຫຼາຍພາກສ່ວນທີ່ກ່ຽວຂ້ອງເຂົ້່າຮ່ວມ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ທັງເປັນປະທານກອງປະຊຸມໃນຄັ້ງນີ້ ກ່າວວ່າ: ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ພ້ອມທັງຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນເລກທີ 31/ນຍ ລົງວັນ 2 ເມສາ 2020 ວ່າດ້ວຍ ການກໍານົດນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ, ຂໍ້ຕົກລົງເລກທີ 32/ນຍ ລົງວັນທີ 3 ເມສາ 2020 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບການລະບາດພະຍາດ COVID-19 ຕໍ່ເສດຖະກິດຂອງລາວ, ຂໍ້ຕົກລົງຂອງ ຄະນະສະເພາະກິດດ້ານເສດຖະກິດ ເລກທີ 1 /ສພກ ລົງວັນທີ 8 ເມສາ 2020 ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະຕິດຕາມຜົນກະທົບ ແລະ ຜັນຂະຫຍາຍມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຂອງການລະບາດພະຍາດ COVID-19. ບົດແນະນຳຂອງຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ເລກທີ 20/ສກພ ລົງວັນທີ 2 ເມສາ 2020 ວ່າດ້ວຍການຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID-19.

ກອງປະຊຸມຍັງໄດ້ເນັ່ນໜັ້ກໃນການລົງກວດກາ ແລະ ໃຊ້ມາດຕະການເຂັ້ມງວດຕໍ່ຜູ້ທີ່ບໍ່ປະຕິບັດຕາມຄຳສັ່ງເປັນຕົ້ນແມ່ນການກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າທີ່ຈຳເປັນເຊັນຜາອັດປາກ, ເຈວລ້າງມື ອຸປະກອບການແພດທີ່ຈຳເປັນ ແລະອື່ນໆ ຖ້າພົບເຫັນແມ່ນນຳໃຊ້ມາດຕະການຢ່າງເຂັ້ມງວດ.