ໃນວັນທີ 6 ເມສາ 2020, ອົງການຈັດຕັ້ງມະຫາຊົນກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ມອບນໍ້າດື່ມ 30 ແກັດ ແລະ ໝີ່ເຄິ່ງສຳເລັດຮູບ 2 ແກັດໃຫ່ຍ ລວມມູນຄ່າ 1.000.000 ກີບ ໃຫ້ກັບຄະນະສະເພາະກິດຕ້ານສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ປກສ ແຂວງ, ຕາງໜ້າມອບໂດຍ ພັທ ກອງລະສັກ ສີສຸກລາດ ເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງ,​ ກ່າວຮັບໂດຍ ພັທ ສຸກໄລວັນ ແກ້ວດວງສີ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ,​ ທັງເປັນຄະນະສະເພາະກິດຕ້ານສະກັດກັ້ນ,​ ກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ປກສ ແຂວງ.

ພັທ ກອງລະສັກ ສີສຸກລາດ ໄດ້ກ່າວວ່າ: ຍ້ອນເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ລະດົມທຶນນໍາອ້າຍນ້ອງ ຊາວໜຸ່ມ-ແມ່ຍິງ ກອງບັນຊາການ ປກສ ແຂວງ ເພື່ອຊື້ນໍ້າດື່ມ ແລະ ໝີ່ເຄິ່ງສຳເລັດຮູບມາມອບໃຫ້ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂອງກອງບັນຊາການ ປກສ ແຂວງ ເພື່ອນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ ທັງເປັນການປະກອບສ່ວນຊຸກຍູ້ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພັທ ສຸກໄລວັນ ແກ້ວດວງສີ  ໄດ້ ກ່າວສະແດງຄໍາຂອບໃຈມາຍັງຄະນະຊາວໜຸ່ມ-ແມ່ງຍິງ ທົ່ວກອງບັນຊາ ການ ປກສ ແຂວງ ທີ່ໄດ້ນໍາເອົາເຄື່ອງຈໍານວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ພ້ອມທັງກ່າວສະແດງຄວາມເປັນຫ່ວງເປັນໃຍມາຍັງສະມາຊິກຊາວໜຸ່ມ-ແມ່ຍິງ ທຸກສະຫາຍ ໃຫ້ເອົາໃຈໃສ່ຮັກສາສຸຂະພາບຂອງຕົນ ແລະ ຫຼີກລ່ຽງການຊຸມນຸມ. ຖ້າຜູ້ໃດມີອາການຜິດປົກກະຕິໃຫ້ໄປປຶກສານຳແພດໝໍໂດຍດ່ວນ ເພື່ອກວດສຸຂະ ພາບ ແລະ ຫາວິທີປີ່ນປົວໃຫ້ທ່ວງທັນກັບສະພາບການ. ນອກນັ້ນ, ກໍໃຫ້ປະຕິບັດຕາມຄໍາສັ່ງ, ແຈ້ງການ ແລະ ລະບຽບການຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ສັງຄົມກໍຄືແຂວງ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.                                      

ພາບ-ຂ່າວ: ພອນສະຫວັນ

ປກສ ແຂວງບໍລິຄໍາໄຊ