ໃນວັນທີ 3 ເມສາ 2020, ກອງບັນຊາການ ຕໍາຫຼວດ ແຂວງດຽນບຽນ ສສ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອໃນການປ້ອງກັນ, ຕ້ານພະຍາດ COVID-19 ໃຫ້ກອງບັນຊາການ ປກສ ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະ ກອງບັນຊາການ ປກສ ແຂວງຫຼວງພະບາງ. ຕາງໜ້າມອບໂດຍ ພັທ ລູມິນເຟືອງ ຫົວໜ້າຫ້ອງເສນາທິການ ກອງບັນຊາການຕໍາຫຼວດແຂວງດຽນບຽນ ແລະ ຕາງໜ້າຮັບໂດຍ ພັທ ສົມເພັດ ສອນດາລາ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງອຸດົມໄຊ.

ບັນດາເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີຜ້າອັດປາກ-ອັດດັງ ຈໍານວນ 12 ແກັດ ແລະ ເຈວລ້າງມື ຈໍານວນ 12 ແກັດ, ໝີ່ເຄິ່ງສຳເລັດຮູບ 600 ກ່ອງ ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19 ທີ່ກໍາລັງແຜ່ລະບາດຢູ່ໃນຫຼາຍໆປະເທດ.

ໂອກ່າວດັ່ງກ່າວ, ພັທ ສົມເພັດ ສອນດາລາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິງໃນຄວາມເປັນຫ່ວງ-ເປັນໃຍຂອງປະເທດເພື່ອນບ້ານ ກໍຄືກອງບັນຊາການຕໍາຫຼວດ ແຂວງດຽນບຽນ ສສ ຫວຽດນາມ  ໃນການມອບເຄື່ອງຊ່ວຍເຫຼື່ອໃນຄັ້ງນີ້ ແລະ ທ່ານຍັງກ່າວຕື່ມອິກວ່າ ເຄື່ອງມືທີ່ນໍາເອົາມາຊ່ວຍເຫຼື່ອໃນຄັ້ງນີ້ພວກເຮົາຈະນໍາໄປໝູນໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນພະຍາດ COVID-19 ໃຫ້ໄດ້ຜົນປະໂຫຍດສູງສຸດ.