ໃນວັນທີ 25 ມັງກອນ 2022, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ວັກແຊັງປ້ອງກັນພະຍາດໂຄວິດ-19 ຊິນຈໍານວນທັງຫມົດ 8,9 ລ້ານໂດສ ໂດຍການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານລາວ ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ປັດຈຸບັນ, ສປ ຈີນ ໄດ້ກາຍເປັນປະເທດອັນດັບ 1 ໃນການຊ່ວຍເຫຼືອດ້ານວັກຊີນ ແລະ ອຸປະກອນການແພດ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລາວ ແລະ ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນເປັນຄັ້ງທີ 8, ລວມທັງໝົດ 8,9 ລ້ານໂດສ.

ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວວ່າ: ຂ້າພະເຈົ້າຂໍຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານທູດ ກໍຄື ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ສົ່ງວັກແຊັງປ້ອງກັນພະຍາດໂຄວິດ-19 ຈໍານວນ 1,5 ລ້ານໂດສ ພ້ອມດ້ວຍເຂັມສັກຢາມາຊ່ວຍ ສປປ ລາວ ໃນຄັ້ງນີ້. ພ້ອມນັ້ນ ແຂວງຢູນນານຈະເປັນຜູ້ສະໜອງໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວຕື່ມອີກຈໍານວນ 5 ແສນໂດສ ລວມເປັນ 2 ລ້ານໂດສ ມາໃຫ້ພວກຂ້າພະເຈົ້າເພື່ອນໍາໃຊ້ເຂົ້າໃນ ການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ເພື່ອເປັນການຍົກລະດັບພູມຄຸ້ມກັນ ຂອງປະຊາກອນໃຫ້ສູງຂຶ້ນ ດ້ວຍການລະດົມສັກວັກແຊັງ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ໃນເວລາອັນສັ້ນ. ໂດຍສືບຕໍ່ຈາກຜົນສໍາເລັດ ທີ່ໄດ້ຮັບຈາກການບັນລຸເປົ້າໝາຍສັກວັກແຊັງ ໃຫ້ພົນລະເມືອງລາວໃຫ້ໄດ້ຢ່າງໜ້ອຍ 50% ພາຍໃນປີ 2021 ນັ້ນ, ລັດຖະບານລາວ ຈຶ່ງໄດ້ວາງເປົ້າໝາຍໃນການສັກວັກແຊັງໃຫ້ໄດ້ 80% ຂອງພົນລະເມືອງລາວ ພາຍໃນ ປີ 2022 ນີ້ , ເຊິ່ງຈະເປັນການປະກອບສວ່ນທີ່ສໍາຄັນໃຫ້ແກ່ ການໂຄງການເປີດການທ່ອງທ່ຽວສີຂຽວ ຂອງ ສປປ ລາວ ໃນປີ 2022 ນີ້.

ທ່ານ ນາຍົກລັດຖະມົນຕີ ຍັງກ່າວຕື່ມອີກວ່າ: ພາຍໃຕ້ການ ສະໜັບ ສະໜູນ ແລະ ຊ່ວຍເຫຼືອຈາກເພື່ອນສະຫາຍຈີນ ແລະ ບັນດາປະເທດເພື່ອນມິດສາກົນ, ສປປ ລາວ ຈະສາມາດຜ່ານຜ່າຂໍ້ຫຍຸ້ງ ຍາກ ແລະ ສິ່ງທ້າທາຍຕ່າງໆ ບົນເສັ້ນທາງ ແຫ່ງການພັດທະນາປະເທດຊາດ ໃນຍຸກແຫ່ງການດໍາລົງຊີ ວິດແບບໃໝ່ນີ້ໄດ້ຢ່າງແນ່ນອນ. ຕໍ່ກັບການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຈີນ ໃນສະເພາະໜ້າ, ລັດຖະບານລາວ ຈະສືບຕໍ່ປະສານສົມທົບກັບຝ່າຍຈີນ ເພື່ອປະຕິບັດຕາມການຕົກລົງເປັນເອກະພາບ ຂອງການນໍາສູງສຸດ ຂອງສອງພັກ, ສອງລັດ ໂດຍສະເພາະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເກີດ ດອກອອກຜົນ ແນໃສ່ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.

ຂ່າວ ສົມຫວັງ